ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

17:58 | 19/11/2020

ໃນປັດຈຸບັນ, ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.612 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 18 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 74.068 ຕົວຢ່າງ, ກວດພົບເຊື້ອສະສົມ 25 ຄົນ, ສ່ວນຄົນເຈັບຕິດເຊື້ອພະຍາດ COVID-19 ເບີ 24 ແລະ ເບີ 25 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.

ລາວ ບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ການຮ່ວມມືຊາຍແດນລະຫວ່າງ ສອງປະເທດໄດ້ຮັບຄວາມ ສົນໃຈ ຢ່າງເລິກເຊິ່ງຈາກພັກແລະລັດຖະບານຂອງສອງປະເທດ ຫວຽດນາມ - ລາວ
ລາວ ບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ເປັນມືືີ້ທີ 78 ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ
ລາວ ບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ
ພາບປະກອບ

ໃນວັນທີ 19 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ.ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະ ເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 18 ພະຈິກ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 524 ຄົນ, ໃນນັ້ນ ມີ 04 ຕົວຢ່າງ ຈາກບຸກຄົນ ທົ່ວໄປມີອາການ, 78 ຕົວຢ່າງ ຈາກບຸກຄົນທົ່ວໄປ ບໍ່ມີອາການ, 63 ຕົວຢ່າງຈາກແຮງງານ ລາວມາແຕ່ໄທ, ແຮງງານຈີນ 326 ຕົວຢ່າງ, ແຮງງານ ຫວຽດນາມ 48 ຕົວຢ່າງ, ແຮງງານໄທ 02 ຕົວຢ່າງ ແລະ ແຮງງານລາວ ມາແຕ່ຈີນ 03 ຕົວຢ່າງ, ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບຜູ້ຕິດເຊື້ອ.

ໃນປັດຈຸບັນ, ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.612 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 18 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 74.068 ຕົວຢ່າງ, ກວດພົບເຊື້ອສະສົມ 25 ຄົນ, ສ່ວນຄົນເຈັບຕິດເຊື້ອພະຍາດ COVID-19 ເບີ 24 ແລະ ເບີ 25 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.

ທ່ານ ດຣ.ນາງ ລັດສະໝີ ວົງຄຳຊາວ ກ່າວຕື່ມວ່າ: ການລະບາດຂອງພະຍາດ COVID-19 ໃນທົ່ວໂລກ ໄດ້ຂະຫຍາຍເປັນວົງກວ້າງ ແລະ ບໍ່ທັນມີທ່າທີຫລຸດຜ່ອນລົງເທື່ອ, ການລາຍງານຈຳ ນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ຍັງເພີ່ມສູງຂຶ້ນເລື້ອຍໆ. ອີງໃສ່ສະພາບການດັ່ງກ່າວ, ເພື່ອຫລຸດ ຜ່ອນ ແລະ ສະກັດກັ້ນການລະບາດ ໃນປະເທດເຮົາໃຫ້ເປັນວົງແຄບ, ຈຶ່ງຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈ ກັນເປັນເຈົ້າການ ໃນສືບຕໍ່ປະຕິບັດແຈ້ງການ ຂອງຫ້ອງວ່າການ ສຳນັກ ງານນາຍົກລັດຖະມົນຕີ ສະບັບເລກທີ 1202/ຫສນຍ, ລົງວັນທີ 31 ຕຸລາ 2020, ພ້ອມຄຳແນະນຳຂອງຂະແໜງ ການກ່ຽວຂ້ອງຢ່າງເຄັ່ງຄັດ, ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເປັນຕົ້ນ ການໃສ່ຜ້າອັດປາກ-ດັງ ເມື່ອທ່ານອອກຈາກບ້ານ, ການລ້າງມືດ້ວຍນ້ຳສະ ອາດ ໃສ່ສະບູ ຫລື ເຈວລ້າງມືຂ້າເຊື້ອເລື້ອຍໆ, ການຮັກສາໄລຍະຫ່າງ 1-2 ແມັດ, ການຫລີກລ້ຽງເດີນທາງ ໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ໃນການຕິດເຊື້ອ. ພ້ອມດຽວກັນນັ້ນ, ກໍ່ໃຫ້ສືບຕໍ່ປະຕິບັດ ການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ, ຖ້າທ່ານເດີນທາງເຂົ້າມາ ສປປ ລາວ ຈຳ ເປັນທີ່ສຸດ ຕ້ອງໄດ້ຈຳກັດບໍລິເວນ ຕົນເອງຈົນຄົບ 14 ວັນ ຕາມຄໍາແນະນໍາຂອງຄະນະ ສະເພາະກິດວາງອອກ, ຖ້າທ່ານບໍ່ສະບາຍ ກໍ່ໃຫ້ຮີບຮ້ອນໄປພົບແພດ ເພື່ອຈະໄດ້ເກັບຕົວຢ່າງມາກວດ ແລະ ທຳການຮັກສາໃຫ້ທັນການ, ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອຊ່ວຍກັນ ຂ້າມຜ່ານວິກິດນີ້ໄປນຳກັນ ເພື່ອໃຫ້ການລະບາດ ໃນປະເທດຂອງພວກເຮົາ ບໍ່ຂະຫຍາຍເປັນວົງກວ້າງ, ຂໍໃຫ້ບັນດາທ່ານ ຕິດຕາມຂ່າວ ຈາກພາກປົກກະຕິ ຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມ ໄດ້ຈາກເວັບໄຊwww.covid19. gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ລາວ ບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.

ລາວ ບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການພົວພັນແບບພິເສດກັບ ລາວ

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຕັດສິນໃຈຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດ. ພ້ອມທັງມານະພະຍາຍາມກະກຽມໃຫ້ເປັນຢ່າງດີ ເພື່ອຮັບປະກັນໃຫ້ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ ປະສົບຜົນສຳເລັດຢ່າງຈົບງາມ.

ລາວ ບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ລາວ: ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

kpl.gov.la

ເຫດການ
302 Found

Found

The document has moved here.