ຍສໝ - ທີ່ກອງປະຊຸມ, ສະມາຊິກສະພາຄວາມໝັ້ນຄົງ ສປຊ ສ່ວນຫຼາຍໄດ້ເຫັນດີກັບການຕີລາຄາຂອງນັກລາຍງານ ແລະ ຢືນຢັນເຖິງຄວາມສຳຄັນຂອງມະຕິເລກທີ 2231 ແລະ JCPOA ໃນການແກ້ໄຂບັນຫານິວເຄຼຍອີຣານ ແລະ ພັນທະຂອງບັນດາຝ່າຍໃນການປະຕິບັດຂອງມະຕິແລະຂໍ້ຕົກລົງສະບັບນີ້ຢ່າງຄົບຖ້ວນ.
ຍສໝ - ນີ້ແມ່ນການຝຶກແອບຄັ້ງສຸດທ້າຍກ່ອນທີ່ ພະນັກງານ 63 ຄົນຂອງ ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຈະອອກເດີນທາງໄປປະຕິບັດໜ້າທີ່ໃນໄຕມາດທີ I ຂອງປີ 2021.
ຍສໝ - ທ່ານເອກອັກຄະລັດຖະທູດ Djani ເນັ້ນໜັກວ່າ, ຫວຽດນາມໄດ້ປະກອບສ່ວນ ສຳຄັນເຂົ້າໃນການຍົກສູງສຽງ ແລະ ພາບພົດ ຂອງອາຊຽນ ຢູ່ສະພາຄວາມ ໝັ້ນຄົງ. ພ້ອມທັງເຊື່ອໝັ້ນ ວ່າ, ຫວຽດນາມ ຈະສືບຕໍ່ຊຸກຍູ້ການປະກອບສ່ວນຂອງຕົນໃນຫຼາຍຂົງເຂດຂອງສະພາຄວາມໝັ້ນຄົງ, ພິເສດແມ່ນໃນບັນດາຄວາມມານະພະຍາຍາມນຳສ້າງສັນຕິພາບມາສູ່ຕາເວັນອອກກາງ ແລະ ອາຟຣິກາ ໃນປີ 2021.
ຍສໝ - ຄາດວ່າຊຸດຮຽນຈະດຳເນີນໃນ 3 ເດືອນ ໂດຍມີການເຂົ້າຮ່ວມສິດສອນຂອງບັນດາຄູສອນ ລາວທີ່ເຄີຍຮຽນຢູ່ຫວຽດນາມ, ຄູສອນ ຫວຽດນາມທີ່ເຄີຍຮຽນຢູ່ລາວ ແລະ ຄູສອນຕ່າງປະເທດ
ຍສໝ - ແຜນການພັດທະນາການທ່ອງທ່ຽວເຂດສາມລ່ຽມພັດທະນາ CLV ໄດ້ຮັບການສ້າງ ແລະ ຈັດຕັ້ງປະຕິບັດ ຈະປະກອບສ່ວນເຊື່ອມຕໍ່ບັນດາຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງສາມປະເທດ, ສ້າງບັນດາສາຍການທ່ອງທ່ຽວ, ເຊື່ອມໂຍງບັນດາຈຸດນັດພົບ, ສ້າງການແຜ່ຂະຫຍາຍ, ຊຸກຍູ້ການເຕີບໂຕເສດຖະກິດ - ສັງຄົມຢູ່ເຂດນີ້ ແລະ ຈາກນັ້ນເປີດກ້ວາງໄປສູ່ບັນດາທ້ອງຖິ່ນໃນຂອບເຂດສາມປະເທດ
ຍສໝ - ທ່ານນາງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ໃນໄລຍະ 25 ປີທີ່ຜ່ານມາ, ສະພາແຫ່ງຊາດ ຫວຽດນາມ ໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງ, ພັດທະນາຢ່າງແຮງ ແລະ ປະກອບສ່ວນເຂົ້າການປັບປຸງ, ບູລະນະກົນຈັກ, ຈັດຕັ້ງ AIPA. ຜົນສຳເລັດໃນປີປະທານ AIPA 2020 ແລະ ກອງປະຊຸມສະມັດຊາໃຫຍ່ AIPA 41.
ຍສໝ - ຕອນບ່າຍວັນທີ 22 ທັນວາ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແຄັງຫງອກ ໄດ້ໃຫ້ການຕ້ອນຮັບກັບທ່ານ Kyle F. Kelhofer, ຜູ້ອຳນວຍການອົງການການເງິນສາກົນ (IFC) ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລັດເຊຍ ໂງດຶກແມັ້ງ ໄດ້ສະແດງຄວາມຊົມເຊີຍເມື່ອປະກາດໝາກຜົນຢ່າງຕັ້ງໜ້າໃນການຮ່ວມມືດ້ານເສດຖະກິດ - ການຄ້າຫວຽດນາມ - ລັດເຊຍໃນປີ 2020 ໂດຍບໍ່ຫົວຊາຕໍ່ຜົນກະທົບຢ່າງແຮງຈາກການແຜ່ລະບາດຂອງໂຄວິດ - 19.
ຍສໝ - ທ່ານນາງ ກົງສຸນໃຫຍ່ສາທາລະນະລັດກູບາ ປະຈຳ ນະຄອນໂຮ່ຈີມິນ Indira Lopez Arguelles ໄດ້ຢືນຢັນວ່າ ກູບາຍາມໃດກໍ່ພ້ອມແລ້ວທີ່ຈະສືບຕໍ່ຊ່ວຍເຫຼືອຫວຽດນາມໃນບັນດາຂົງເຂດຄື: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ສາທາລະນະສຸກ.
ຍສໝ - ເນື່ອງໃນໂອກາດນີ້, ບັນດາກະຊວງ, ຂະແໜງການສອງປະເທດໄດ້ລົງນາມ ເອກະສານ 7 ສະບັບ ແລະ ປະກາດ 3 ລາຍການຮ່ວມມືໃນຂົງເຂດປ້ອງກັນຊາດ, ນິວເຄຼຍນຳພົນລະເຮືອນ, ນ້ຳມັນອາຍແກັດ, ພະລັງງານສະອາດ, ສາທາລະນະສຸກ, ຮ່ວມມືພັດທະນາ, ອະນຸລັກຮັກສາ ມໍລະດົກ ແລະ ການພົບພັນແລກປ່ຽນວັດທະນະທຳ.
ຍສໝ - ຕາມສະຖິຕິແລ້ວ, ປັດຈຸບັນ ເອີລົບພວມແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 2 ຂອງ ຫວຽດນາມເມື່ອກວມເອົາ 20% ຍອດວົງເງິນການຄ້າສົ່ງອອກສິນຄ້າ, ທ່ານ ຫງວຽນມິງຫ໋າຍ ຮອງປະທານ Eurocham ໃຫ້ຮູ້ວ່າ:
ຍສໝ - ນີ້ແມ່ນກອງປະຊຸມຄັ້ງທີ 5 ໃນປີ 2020 ຂອງຄະນະທີ່ປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີກັບປະຊາຄົມວິສາຫະກິດພາຍໃນ ແລະ ຕ່າງປະເທດ ແລະ ແມ່ນກອງປະຊຸມໂອ້ລົມສົນທະນາຄັ້ງທຳອິດກັບວິສາຫະກິດຍີ່ປຸ່ນຢູ່ຫວຽດນາມ.
ຍສໝ - ການຮ່ວມມືວິສາຫະກິດ ແລະ ນັກທຸລະກິດ, VMBIZ ແລະ BOCGB ຍັງມີຄວາມຫວັງຢາກກາຍເປັນຂົວຕໍ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຂອງສອງປະເທດ, ເພີ່ມທະວີການຮ່ວມມື ແລະ ການເຊື່ອມໂຍງ, ປະກອບສ່ວນນຳການພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ມາເລເຊຍ ນັບມື້ນັບມີຄວາມແທດຈິງ ແລະ ເລິກເຊິ່ງກ່ວາອີກ.
ຍສໝ - ຫວຽດນາມຕັ້ງໜ້າປະສານສົມທົບຫຼັກໝັ້ນຂອງຕົນກັບອິນໂດເນເຊຍ ເພື່ອອອກຖະແຫຼງການຮ່ວມ ຢູ່ສະພາຄວາມໝັ້ນຄົງກ່ຽວກັບສະພາບການຢູ່ໂຊມາເລຍ, ລີບີ. ແລະ ພາກພື້ນ Sahel (ອາຟຣິກາເໜືອ) ໃນເດືອນພະຈິກປີ 2020.
ຍສໝ - ຫວຽດນາມຮັກສານະໂຍບາຍທາງການທູດ ສັນຕິພາບ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ພ້ອມແລ້ວທີ່ຈະເປັນເພື່ອນມິດ ແລະ ຄູ່ຮ່ວມມືທີ່ເປັນໜ້າໄວ້ວາງໃຈຂອງບັນດາປະເທດທັງໝົດໃນປະຊາຄົມສາກົນ, ຫວຽດນາມ ແລະ ສະຫະພັນລັດເຊຍມີການພົວພັນທີ່ອົບອຸນ, ມິດຕະພາບທີ່ເປັນມູນເຊື້ອ, ຍາມໃດກໍ່ຖືເປັນສຳຄັນການປັບປຸງ, ພັດທະນາການພົວພັນອັນດີງາມຂອງກັນ.
ຍສໝ - ອົງການການຄ້າ ແລະ ການລົງທຶນ ເຢຍລະມັນ (GTAI) ໃຫ້ຮູ້ວ່າ ການເຕີບໂຕພື້ນຖານເສດຖະກິດ ຫວຽດນາມ ບັນລຸລະດັບເປັນບວກ 2,1% ໄລ່ຕາມມູນຄ່າຄວາມຈິງໃນ 3 ໄຕມາດ ຂອງປີ 2020 ເມື່ອທຽບໄສ່ກັບໄລຍະດຽວກັນຂອງ ປີ 2019 .
ຍສໝ - ທ່ານ ນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ບັນດາກະຊວງ, ອົງການຈັດຕັ້ງຕ່າງໆສືບຕໍ່ສົມທົບກັນກັບບັນດາຄູ່ຮ່ວມມືຂອງ ອາເມລິກາ ຢ່າງແໜ້ນແຟ້ນເພື່ອຮັກສາທ່າພັດທະນາຢ່າງແຮງ ຂອງການຮ່ວມມືສອງຝ່າຍ ຢ່າງເຂັ້ມແຂງໃນໄລຍະຈະມາເຖິງ, ນຳຜົນປະໂຫຍດແທ້ຈິງມາໃຫ້ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ.
ຍສໝ - ທ່ານນາງ Deborah Lyons ທູດພິເສດຂອງທ່ານ ເລຂາທິການໃຫຍ່ ສປຊ ກ່ຽວກັບອາບການິດສະຖານ ທັງເປັນຜູ້ນຳໜ້າ UNAMA ໃຫ້ຮູ້ວ່າ ວິວັດທະນາການເຈລະຈາສັນຕິພາບລະຫວ່າງ ລັດຖະບານ ອາບການິດສະຖານ ແລະ ກຳລັງຕາລີບານ ບັນລຸໄດ້ບາງຄວາມຄືບໜ້າ, ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນເລື່ອງສອງປະເທດບັນລຸໄດ້ຂໍ້ຕົກລົງກ່ຽວກັບຂໍ້ກຳນົດ ແລະ ລະບຽບການເຈລະຈາໃນວັນທີ 2 ທັນວາ 2020.
ຍສໝ - ທ່ານ Mohamed Taher ElSherief ເຈົ້າຄອງນະຄອນ Alexandria ເອຢິບຖືວ່າ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເອຢິບ ກໍ່ຄືບັນດາທ້ອງຖິ່ນ 2 ປະເທດໃນໄລຍະທີ່ຜ່ານມາໄດ້ພັດທະນາຢ່າງແຮງ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການ້ຄາ. ເຖິງຢ່າງໃດກໍ່ຕາມ, ວົງເງິນສົ່ງອອກລະຫວ່າງສອງປະເທດຍັງຕ່ຳກ່ວາເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງທັງສອງຝ່າຍ.