ເພີ່ມທະວີການຮ່ວມມືໄລຍະຍາວ ແລະ ຍືນຍົງລະຫວ່າງ ຫວຽດນາມແລະອົງການການເງິນສາກົນ

14:21 | 24/12/2020

ຍ​ສ​ໝ - ຕອນບ່າຍວັນທີ 22 ທັນວາ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແຄັງຫງອກ ໄດ້ໃຫ້​ການ​ຕ້ອນ​ຮັບກັບທ່ານ Kyle F. Kelhofer, ຜູ້ອຳນວຍການອົງການການເງິນສາກົນ (IFC) ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ.

ເພ ມທະວ ການຮ ວມມ ໄລຍະຍາວ ແລະ ຍ ນຍ ງລະຫວ າງ ຫວຽດນາມແລະອ ງການການເງ ນສາກ ນ IFC: ອຸ​ປະ​ຖ​ຳ​ເງິນ 40 ລ້ານUSD ໃຫ້​ແກ່​ວິ​ສາ​ຫະ​ກິດ​ຫວຽດ​ນາມທີ່ຖືກຮັບຜົນກະທົບຈາກ ໂລກ​ລະ​ບາດ COVID-19
ເພ ມທະວ ການຮ ວມມ ໄລຍະຍາວ ແລະ ຍ ນຍ ງລະຫວ າງ ຫວຽດນາມແລະອ ງການການເງ ນສາກ ນ ບໍລິສັດການເງິນສາກົນ IFC ຊວ່ຍເຫຼືອພັດທະນາການທ່ອງທ່ຽວຢ່າງຍືນຍົງ ຢູ່ຫວຽດນາມ ແບະ ລາວ
ເພ ມທະວ ການຮ ວມມ ໄລຍະຍາວ ແລະ ຍ ນຍ ງລະຫວ າງ ຫວຽດນາມແລະອ ງການການເງ ນສາກ ນ
ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແຄັງຫງອກ ໄດ້ໃຫ້​ການ​ຕ້ອນ​ຮັບກັບທ່ານ Kyle F. Kelhofer, ຜູ້ອຳນວຍການອົງການການເງິນສາກົນ (IFC) ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ

ໃນກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນແຄັງຫງອກ ໄດ້ສະແດງຄວາມຂອ​ບ​ອົກຂອບໃຈຕໍ່ການສະໜັບສະໜູນຢ່າງຕັ້ງໜ້າຂອງອົງການການເງິນສາກົນ (IFC) ເວົ້າສະເພາະ ແລະ ກຸ່ມທະນາຄານໂລກໃນຊຸມປີທີ່ຜ່ານມາໃນການຈັດຕັ້ງປະຕິບັດວຽກງານ ຂອງກະຊວງຍຸຕິທຳ. ໂດຍສະເພາະ, ກະຊວງຍຸຕິທຳ ແລະ ອົງການການເງິນສາກົນ (IFC) ໄດ້ມີຫຼາຍກິດຈະກຳການຮ່ວມມືທີ່ມີປະສິດທິຜົນໃນການຈົດທະບຽນການ​ແລ​ກ​ປ່ຽນ​ກາ​ນ​ຄ້າ​ຮັບ​ປະ​ກັນຕັ້ງແຕ່ປີ 2005 ມາ​ຮອດປະຈຸບັນ.

ຄຽງຂ້າງນັ້ນ, ທ່ານຮອງລັດຖະມົນຕີ ໄດ້ກ່າວວ່າກະຊວງຍຸຕິທຳ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຂົ້າ​ການລົງທຶນໃສ່ປະຊາຊົນ ແລະ ແຫຼ່ງຊັບພະຍາກອນມະນຸດດ້ານກົດໝາຍ, ນີ້ແມ່ນໜ້າທີ່ຈຸດ​ສຸມຮັບໃຊ້ວຽກງານຂອງກະຊວງ, ພະແນກຍຸຕິທຳ ໃນໄລຍະຍາວ ແລະ ຍືນຍົງ. ສະນັ້ນ, ກະຊວງຍຸຕິທຳປາດຖະໜາຢາກໄດ້ຮັບການສະໜັບສະໜູນຈາກ IFC ໃນການຍົກ​ສູງກຳ​ລັງຄວາມສາມາດໃຫ້ແກ່ພະນັກງານກົດໝາຍທີ່ກ່ຽວຂ້ອງໃນການແກ້ໄຂຂໍ້ຂັດແຍ່ງ ທັງໃນຂັ້ນສູນກາງແລະທ້ອງຖິ່ນ; ຝຶກອົບຮົມທັກ​ສະ ແລະ ມາດຕະຖານດ້ານຈັນຍາບັນໃຫ້​ແກ່ຖັນ​ແຖວ​​ກຳ​ມະ​ການ​ດ້ານ​ການ​ຄ້າ.

ໂດຍ​ສະ​ແດງ​ຄວາມ​ຂອບ​ອົກຂອບໃຈການຕ້ອນຮັບຂອງກະຊວງຍຸຕິທຳ, ທ່ານ Kyle F. Kelhofer, ຜູ້ອຳນວຍການອົງການການເງິນສາກົນ (IFC) ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍຢືນຢັນວ່າຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືກັບກະຊວງຍຸຕິທຳຫວຽດ​ນາມ ໃນໄລ​ຍະ​ຈະ​ມາ​ເຖິງ. ພ້ອມກັນ​ນັ້ນ, ທ່ານ Kyle F. Kelhofer ຍັງໄດ້ແບ່ງປັນເພີ່ມເຕີມກ່ຽວກັບການ​ກຳ​ນົດ​ທິດ ແລະ ບັນ​ດາເປົ້າໝາຍໃຫຍ່ໃນໄລຍະຈະມາເຖິງຂອງ IFC ຢູ່ ຫວຽດນາມ ແລະ ພາກພື້ນພ້ອມທັງໃຫ້ທັດສະນະສ່ວນຕົວ ເພື່ອ ເພີ່ມທະ​ວີປະສິດທິຜົນໃນການປະສານງານ ແລະ ການແລກປ່ຽນລະຫວ່າງບັນດາຝ່າຍ.

ເພ ມທະວ ການຮ ວມມ ໄລຍະຍາວ ແລະ ຍ ນຍ ງລະຫວ າງ ຫວຽດນາມແລະອ ງການການເງ ນສາກ ນ IFC: ອຸ​ປະ​ຖ​ຳ​ເງິນ 40 ລ້ານUSD ໃຫ້​ແກ່​ວິ​ສາ​ຫະ​ກິດ​ຫວຽດ​ນາມທີ່ຖືກຮັບຜົນກະທົບຈາກ ໂລກ​ລະ​ບາດ COVID-19

ຍ​ສ​ໝ - ທ່ານ ຫງວຽນ​ດິ່ງ​ຕຸ່ງ ຜູ້ອຳນວຍການໃຫຍ່ຂອງ OCB ແບ່ງປັນວ່າ: ຄາດຄະເນວ່າໃນໄລ​ຍະ​ຈະ​ມາ​ເຖິງ, ຜົນ​ສະ​ທ້ອນ​ຂອງ COVID-19 ຈະຍັງຄົງຢູ່. ສະນັ້ນ, ບັນດາວິສາຫະກິດເວົ້​າ​ລວມປ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງເວົ້າສະເພາະຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຄ່ອຍໆຟື້ນຟູການຜະລິດແລະດຳ​ເນີນທຸລະກິດ.

ເພ ມທະວ ການຮ ວມມ ໄລຍະຍາວ ແລະ ຍ ນຍ ງລະຫວ າງ ຫວຽດນາມແລະອ ງການການເງ ນສາກ ນ ບໍລິສັດການເງິນສາກົນ IFC ຊວ່ຍເຫຼືອພັດທະນາການທ່ອງທ່ຽວຢ່າງຍືນຍົງ ຢູ່ຫວຽດນາມ ແບະ ລາວ

ຍສໝ - ບໍລິສັດການເງິນສາກົນ, ສະມາຊິກຂອງກຸ່ມທະນາຄານໂລກ, ຈະໃຫ້ເງິນກູ້ຢືມ ເຖິງ 87,5 ລ້ານໂດລາ ສຳລັບບໍລິສັດຫຸ້ນສ່ວນອະສັງຫາລິມະຊັບ BIM Land, ເຊິ່ງເປັນບໍລິສັດພັດທະນາຢ່າງແຖວໜ້າ ໃນປະເທດຫວຽດນາມ ເພື່ອສະໜັບສະໜູນການພັດທະນາພື້ນຖານ ໂຄງລ່າງດ້ານການທ່ອງທ່ຽວຢ່າງຍືນຍົງຢູ່ຫວຽດນາມ ແລະ ລາວ.

ເພ ມທະວ ການຮ ວມມ ໄລຍະຍາວ ແລະ ຍ ນຍ ງລະຫວ າງ ຫວຽດນາມແລະອ ງການການເງ ນສາກ ນ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິຫານ IFC, ສະມາຊິກທະນາຄານໂລກ

ຍສໝ - ໃນຕອນບ່າຍວັນທີ 15 ສິງຫາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິຫານ IFC ສະມາຊິກທະນາຄານໂລກ (WB) ທ່ານ Philippe Le Houerou.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.