ຫວຽດນາມປະກອບສ່ວນສຳຄັນເຂົ້າໃນການຍົກ​ສູງສຽງ ແລະ ພາບພົດຂອງອາຊຽນ

15:00 | 24/12/2020

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ Djani ເນັ້ນໜັກວ່າ, ຫວຽດນາມໄດ້ປະກອບສ່ວນ ສຳຄັນເຂົ້າໃນການຍົກ​ສູງສຽງ ແລະ ພາບພົດ ຂອງອາຊຽນ ຢູ່ສະພາຄວາມ ໝັ້ນຄົງ. ພ້ອມທັງເຊື່ອໝັ້ນ ວ່າ, ຫວຽດນາມ ຈະສືບຕໍ່ຊຸກຍູ້ການປະກອບສ່ວນຂອງຕົນໃນຫຼາຍຂົງເຂດຂອງສະພາຄວາມໝັ້ນຄົງ, ພິເສດແມ່ນໃນບັນດາຄວາມມານະພະຍາຍາມນຳ​ສ້າງສັນຕິພາບມາສູ່ຕາເວັນອອກກາງ ແລະ ອາຟຣິກາ ໃນປີ 2021.

ຫວຽດນາມປະກອບສ ວນສຳຄ ນເຂ າໃນການຍ ກ ສ ງສຽງ ແລະ ພາບພ ດຂອງອາຊຽນ ງານວາງສະແດງຮູບພາບກ່ຽວກັບນໍ້າໃຈມິດຕະພາບຫວຽດນາມ-ອິນໂດເນເຊຍ ຢູ່ບາລີ
ຫວຽດນາມປະກອບສ ວນສຳຄ ນເຂ າໃນການຍ ກ ສ ງສຽງ ແລະ ພາບພ ດຂອງອາຊຽນ ຫວຽດນາມ ແລະ ອິນໂດເນເຊຍສະໜັບສະໜູນ ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ຊູດັງ
ຫວຽດນາມປະກອບສ ວນສຳຄ ນເຂ າໃນການຍ ກ ສ ງສຽງ ແລະ ພາບພ ດຂອງອາຊຽນ
ທ່ານເອກອັກຄະລັດຖະທູດ Dian Triansyah Djani, ຫົວໜ້າຄະນະຜູ້ແທນຖາວອນຂອງອິນໂດເນເຊຍປະຈຳສະຫະປະຊາຊາດ (ພາບ: TTXVN)

ຫວຽດນາມປະສົບຜົນສຳເລັດຫຼາຍຢ່າງທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດໃນປີ 2020. ນີ້ແມ່ນຄຳຢືນ ຢັນຂອງທ່ານເອກອັກຄະລັດຖະທູດ Dian Triansyah Djani, ຫົວໜ້າຄະນະຜູ້ແທນຖາວອນຂອງອິນໂດເນເຊຍປະຈຳສະຫະປະຊາຊາດ, ເມື່ອໂອ້ລົມກັບນັກຂ່າວໃນສະພາບການທີ່ຫວຽດນາມເກືອບ​ຈະ​ສິ້ນ​ສຸດປີເຮັດ​ວຽກ​ວຽກທຳອິດຂອງອາຍຸການສອງປີຂອງຕົນໃນຖານະທີ່ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ທ່ານເອກອັກຄະລັດຖະທູດ Djani ເນັ້ນໜັກວ່າ, ຫວຽດນາມໄດ້ປະກອບສ່ວນສຳຄັນເຂົ້າໃນການຍົກ​ສູງສຽງ ແລະ ພາບພົດຂອງອາຊຽນ ຢູ່ສະພາຄວາມໝັ້ນຄົງ. ພ້ອມທັງເຊື່ອໝັ້ນວ່າ, ຫວຽດນາມຈະສືບຕໍ່ຊຸກຍູ້ການປະກອບສ່ວນຂອງຕົນໃນຫຼາຍຂົງເຂດຂອງສະພາຄວາມໝັ້ນຄົງ,ພິເສດ ແມ່ນໃນບັນດາຄວາມມານະພະຍາຍາມນຳ​ສ້າງສັນຕິພາບມາສູ່ຕາເວັນອອກກາງ ແລະ ອາຟຣິກາ ໃນປີ 2021.

ຕາມ ທ່ານເອກອັກຄະລັດຖະທູດ ແລ້ວ, ຫວຽດນາມ ແລະ ອິນໂດເນເຊຍບໍ່ມີຄວາມເຫັນແຕກຕ່າງກ່ຽວກັບບັນດາບັນຫາໃຫຍ່ຢູ່ສະພາຄວາມໝັ້ນຄົງໃນປີ 2020. ໃນປີຕໍ່ໄປ, ເມື່ອມີພຽງ ຫວຽດ​ນາມ​ແມ່ນ ປະເທດສະມາຊິກອາຊຽນຢູ່ສະພາຄວາມໝັ້ນຄົງ ສ​ປ​ຊ, ທ່ານ Djani ຫວັງວ່າ ປະເທດຫວຽດນາມຈະມີປີທີ່ປະສົບຜົນສຳເລັດຍິ່ງກວ່ານັ້ນ, ເຖິງວ່າສະຖານະການຈະບໍ່ເປັນເລື່ອງງ່າຍເພາະວ່າໂລກກຳລັງປ່ຽນແປງທຸກມື້ ແລະ ມີສິ່ງທ້າທາຍຫຼາຍຢ່າງພວມລໍຖ້າ, ໂດຍສະເພາະແມ່ນຜົນສະທ້ອນທີ່ເກີດຂື້ນຈາກ​ໂລກ​ລ​ະ​ບາດ ໂຄວິດ - 19.

ເມື່ອໄດ້ຖາມວ່າເປັນຫຍັງຫວຽດນາມ ແລະ ອິນໂດເນເຊຍ ຈຶ່ງມີການ​ກ່າວ​ຄຳ​ເຫັນ ແລະ ຄຳຖະແຫຼງການຮ່ວມຫຼາຍສະບັບໃນປີ 2020 ທີ່ສະພາຄວາມໝັ້ນຄົງ ສ​ປ​ຊ, ທ່ານ Djani ກ່າວວ່າ, ຫວຽດນາມ ແລະ ອິນໂດເນເຊຍ ທັງສອງຕ້ອງການຍົກສູງທຸງອາຊຽນ ຢູ່ ສະພາຄວາມໝັ້ນຄົງ ສ​ປ​ຊ ແລະ ສະແດງໃຫ້ໂລກຮູ້ວ່າອາຊຽນຢາກແບ່ງປັນຄວາມຄິດເຫັນທີ່ຄ້າຍຄືກັນກັບໂລກກ່ຽວກັບຫຼາຍປະເດັນ.

ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ: “ພວກເຮົາຍັງຕ້ອງການສົ່ງເສີມບັນດາຄຸນຄ່າຫຼັກຂອງອາຊຽນຢູ່ສະພາຄວາມໝັ້ນຄົງ ສ​ປ​ຊ, ຍົກຕົວຢ່າງຄື: ໃນບັນຫາຄວາມໝັ້ນຄົງ ສ​ປ​ຊ ແລະ ສັນຕິພາບ, ວິທີການທີ່ບັນດາປະເທດອາຊຽນເຂົ້າໃກ້ກໍ່ຄືວິທີການບັນລຸຄວາມເຫັນດີເຫັນພ້ອມ, ເຮັດ​ແນວ​ໃດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ເຊິ່ງ​ກັນ​ແລະ​ກັນ. ສານທີ່ປະເທດອິນໂດເນເຊຍ ແລະຫວຽດນາມ ຢ່າງ​ເຜີຍ​ແຜ່ເມື່ອ ໄດ້ອອກຖະແຫຼງການຮ່ວມແມ່ນ ຫວັງ​ວ່າ ບັນ​ດາ​ສະ​ມາ​ຊິກຂອງສະພາຄວາມໝັ້ນຄົງ ສະ​ຫະ​ປະ​ຊາ​ຊາດຢາກ​ເຫັນ​ດີ​ເຫັນ​ພ້ອມ, ສະ​ມັກ​ຄີ​ກັນເພື່ອແກ້ໄຂບັນຫາຂອງໂລກ” .

ຍິ່ງໄປກວ່ານັ້ນ, ເມື່ອຖະ​ແຫຼງ​ການ​ຮ່ວມຄື​ແນວ​ນັ້ນ, ຕາມທ່ານເອກອັກຄະລັດຖະທູດແລ້ວ, ມັນມີຫລາຍບັນຫາແມ່ນ​ທ່າ​ແຮງ​ຂອງຫວຽດນາມ ແລະບັນດາບັນຫາແມ່ນທ່າແຮງຂອງ ອິນໂດເນເຊຍ ແລະ ດັ່ງນັ້ນສອງປະເທດສາມາດສົມທົບກັນ​ສາ​ມາດ​ຊ່ວຍ​ເຫຼືອ​ກັນ​ໄດ້. ທ່ານເອກອັກຄະລັດຖະທູດ Djani ໄດ້ຍົກຕົວຢ່າງຄື: ປະເທດອິນໂດເນເຊຍມີປະສົບການຫຼາຍໃນການຮັກສາສັນຕິພາບເພາະວ່າ ອິນ​ໂດ​ເນ​ເຊຍ​ໄດ້ໄດ້ສົ່ງທະຫານຫຼາຍຄົນເຂົ້າຮ່ວມກຳລັງນີ້ຢູ່ໃນເຂດທີ່ມີມີ​ການ​ປະ​ທະ​ກັນ​ໃນທົ່ວໂລກ.

ຫວຽດນາມປະກອບສ ວນສຳຄ ນເຂ າໃນການຍ ກ ສ ງສຽງ ແລະ ພາບພ ດຂອງອາຊຽນ ງານວາງສະແດງຮູບພາບກ່ຽວກັບນໍ້າໃຈມິດຕະພາບຫວຽດນາມ-ອິນໂດເນເຊຍ ຢູ່ບາລີ

ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ໄດ້ສົມທົບກັບອໍານາດການປົກຄອງທ້ອງຖິ່ນແຂວງ ບາລີ, ອິນໂດເນເຊຍ ໄຂສັບປະດາງານວາງສະແດງຮູບພາບຜ່ານລະບົບທາງໄກ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອິນໂດເນເຊຍ.

ຫວຽດນາມປະກອບສ ວນສຳຄ ນເຂ າໃນການຍ ກ ສ ງສຽງ ແລະ ພາບພ ດຂອງອາຊຽນ ຫວຽດນາມ ແລະ ອິນໂດເນເຊຍສະໜັບສະໜູນ ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ຊູດັງ

ຍ​ສ​ໝ - ຫວຽດນາມແລະອິນໂດເນເຊຍຕີລາຄາສູງບົດບາດຂອງສະຫະປະຊາຊາດ, AU ແລະບັນດາປະເທດໃນພາກພື້ນໃນການຊຸກຍູ້ສັນຕິພາບແລະສະຖຽນລະພາບຢູ່ັຊູດັງ

ຫວຽດນາມປະກອບສ ວນສຳຄ ນເຂ າໃນການຍ ກ ສ ງສຽງ ແລະ ພາບພ ດຂອງອາຊຽນ ສະຫະລັດອາເມລິກາ ແລະ ອິນໂດເນເຊຍ ໄດ້ຮຽກຮ້ອງຕ້ອງການຮັບປະກັນການປະຕິບັດຕາມກົດໝາຍສາກົນ ໃນທະເລຕາເວັນອອກ

ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດ, ກໍ່ຄືສະພາບການເຄັ່ງຕຶງໃນພາກພື້ນ ທີ່ກ່ຽວຂ້ອງກັບການຮຽກຮ້ອງອະທິປະໄຕທີ່ບໍ່ສົມເຫດສົມຜົນຂອງຈີນ ໃນທະເລຕາເວັນອອກ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.