ຊຸກຍູ້ການພົວພັນເສດຖະກິດ - ການຄ້າ ລະ​ຫວ່າງ ຫວຽດນາມ - ລັດເຊຍ

08:08 | 24/12/2020

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດຫວຽດ​ນາມ ປະ​ຈຳ ​ລັດ​ເຊຍ ໂງ​ດຶກ​ແມັ້ງ ໄດ້​ສະ​ແດ​ງ​ຄວາມຊົມ​ເຊີຍ​ເມື່ອ​ປະ​ກາດ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຮ່ວມ​ມືດ້ານເສດຖະກິດ - ການຄ້າຫວຽດນາມ - ລັດເຊຍໃນປີ 2020 ໂດຍ​ບໍ່​ຫົວ​ຊາ​ຕໍ່ຜົນກະທົບຢ່າງແຮງຈາກການແຜ່ລະບາດຂອງໂຄວິດ - 19.

ຫວຽດນາມ-ລັດເຊຍ ເພີ່ມທະວີການຮ່ວມມືວິທະຍາສາດເຕັກໂນໂລຢີ
ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສົ່ງຈົດໝາຍອວຍພອນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງປະເພນີ VUFO
ຊຸກຍູ້ການພົວພັນເສດຖະກິດ - ການຄ້າ ລະ​ຫວ່າງ ຫວຽດນາມ - ລັດເຊຍ
ທ່ານເອກອັກຄະລັດຖະທູດຫວຽດ​ນາມ ປະ​ຈຳ​ ລັດ​ເຊຍ ໂງ​ດຶກ​ແມັ້ງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ (ພາບ: TTXVN)

ວັນທີ 22 ທັນວາ, ຢູ່ສູນການຄ້າຮ່າໂນ້ຍ - ມົດສະກູ, ສະຖານທູດຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ໄດ້ຈັດກອງປະຊຸມສຳມະນາ “ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ລະ​ຫວ່າງ ຫວຽດນາມ - ລັດເຊຍໃນສະພາບການ ໃໝ່”.

ກ່າວ​ຄຳ​ເຫັນ​ໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດ​ນາມ ປະ​ຈຳ​ ລັດ​ເຊຍ ໂງ​ດຶກ​ແມັ້ງ ໄດ້​ສະ​ແດ​ງ​ຄວາມຊົມ​ເຊີຍ​ເມື່ອ​ປະ​ກາດ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຮ່ວມ​ມືດ້ານເສດຖະກິດ - ການຄ້າຫວຽດນາມ - ລັດເຊຍ ໃນປີ 2020 ໂດຍ​ບໍ່​ຫົວ​ຊາ​ຕໍ່ຜົນກະທົບຢ່າງແຮງຈາກການແຜ່ລະບາດຂອງໂຄວິດ - 19. ລາຍ​ລະ​ອຽດ​ແມ່ນ ວົງເງິນການຄ້າສອງສົ້ນໃນ 10 ເດືອນຕົ້ນປີ 2020 ບັນລຸ 4,05 ຕື້ USD, ເພີ່ມຂຶ້ນ 7,02% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ກາຍເປັນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ.

ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງຜູ້ຕາງບັນດາກະຊວງ, ອົງການ, ສູນຄົ້ນຄ້ວາ, ບັນດາອົງການທີ່ ດຳເນີນທຸລະກິດໃນຂົງເຂດເສດຖະກິດ, ການຄ້າ, ການເງິນແລະການທະນາຄານ, ສະພານັກທຸລະກິດລັດເຊຍ - ຫວຽດນາມ, ສະມາຄົມມິດຕະພາບລັດເຊຍ - ຫວຽດນາມ; ຜູ້ຕາງໜ້າບາງທ້ອງຖິ່ນຂອງລັດເຊຍ, ສະມາຄົມນັກທຸລະກິດຫວຽດນາມຢູ່ສະຫະພັນລັດເຊຍ...

ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ,ເມື່ອກ້າວເຂົ້າສູ່ ປີ 2021, ຫວຽດນາມ ແລະສະຫະພັນລັດເຊຍເລີ່ມເຂົ້າສູ່ໄລຍະໃໝ່ແຫ່ງການຮ່ວມມືພາຍຫຼັງ 70 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ. ໃນສະພາບການດັ່ງກ່າວ, ຄວນສືບຕໍ່ຮັກສາ, ສ້າງກຳລັງໜູນໃຫ້ການພັດທະນາການຄ້າສອງຝ່າຍໃຫ້ຫຼາຍກ່ວາອີກ, ສົມ​ທົບ​ທ່າແຮງຂອງສອງຝ່າຍຢ່າງ​ແໜ້ນ​ແຟ້ນເພື່ອສ້າງຜົນປະໂຫຍດໃຫ້ຫຼາຍກວ່າເກົ່າ, ປະກອບສ່ວນເຂົ້າໃນການເພີ່ມ​ທະ​ວີ​ການ​ພົວ​ພັນ​ຍຸ​ດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ສ​ະ​ຫະ​ພັນ​ລັດ​ເຊຍ.

ຕີ​ລາ​ຄາ​ກ່ຽວ​ກັບຜົນກະທົບຈາກ​ເລື່ອງ ຫວຽດ​ນາມ ເຂົ້າ​ຮ່ວມສັນ​ຍາ​ຄູ່​ຮ່ວມ​ມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ຕໍ່​ການຮ່ວມມືດ້ານເສດຖະກິດ ແລະການຄ້າ ລະ​ຫວ່າງ ລັດເຊຍ - ຫວຽດນາມ, ທ່ານດຣ Irina Korgun, ຜູ້ນຳສູນຍຸດທະສາດລັດເຊຍ ຢູ່ ອາຊີ, ສັງ​ກັດສະຖາບັນເສດຖະກິດ (RAN), ກ່າວວ່າ ນີ້ແມ່ນໂອກາດທີ່ລັດເຊຍສາມາດນຳໃຊ້ໄດ້ເພື່ອ ສົ່ງເສີມ ແລະ ສະໜອງສິນຄ້າໃຫ້ແກ່ຕະຫຼາດອາຊີ ໂດຍຜ່ານການສ້າງຕັ້ງບັນ​ດາບໍລິສັດຮ່ວມທຸລະກິດຂະ​ແໜງ​ຜະ​ລິດ ແລະ ການ​ບໍ​ລ​ການ, ພ້ອມທັງປະຕິບັດຍຸດທະສາດເພື່ອເພີ່ມທະວີການມີ ໜ້າຢູ່ໃນອາຊີ.

ດ້ວຍ ບົດ​ປຶກ​ສາ​ຫາ​ລື 11 ສະ​ບັບ, ກອງປະຊຸມສຳ​ມະ​ນາແມ່ນເວທີ ເພື່ອ​ໃຫ້ຊອກ​ຮູ້ຄວາມຕ້ອງການ ແລະ ທ່າແຂງຂອງກັນ, ກຳນົດໄດ້ຢ່າງຈະແຈ້ງບັນ​ດາກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ທີ່ສາມາດສົ່ງຜົນກະທົບຕໍ່ການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ຈະມີຫລາຍວິທີການ, ຂໍ້ສະເໜີແນະກ່ຽວກັບຮູບແບບ, ຂົງເຂດການຮ່ວມມື, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າຫວຽດນາມ - ລັດເຊຍໃນສະພາບການໃໝ່.

ຫວຽດນາມ-ລັດເຊຍ ເພີ່ມທະວີການຮ່ວມມືວິທະຍາສາດເຕັກໂນໂລຢີ

ຍສໝ - ເມື່ອບໍ່ດົນມານີ້, ຫວຽດນາມ ແລະມົດສະກູ, ສະຫະພັນລັດເຊຍ, ຄະນະກໍາມະການປະສົມລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ດໍາເນີນກອງປະຊຸມທາງໄກ ຄັ້ງທີ 31.

ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສົ່ງຈົດໝາຍອວຍພອນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງປະເພນີ VUFO

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ທ່ານຜູ້ວ່າການລັດ Saint Petersburg (ສະຫະພັນລັດເຊຍ) ໄດ້ສົ່ງຈົດ ໝາຍອວຍພອນ ມາເຖິງທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບທ່ານ Konstantin Vnukov - ເອກອັກຄະລັດຖະທູດລັດເຊຍ

ຍສໝ - ວັນທີ 12 ພະຈິກ, ຢູ່ສຳນັກງານກະຊວງ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການຕ້ອນຮັບທ່ານ Konstantin Vnukov - ເອກອັກຄະລັດຖະທູດລັດເຊຍ ມາອຳລາສິ້ນສຸດໜ້າທີ່ວຽກງານຢູ່ຫວຽດນາມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.