ໄຂ​ຫ້ອງ​ສອນ​ພາ​ສາ​ຕ່າງ​ປະ​ເທດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ລາວ

14:38 | 24/12/2020

ຍ​ສ​ໝ - ຄາດ​ວ່າ​ຊຸດ​ຮ​ຽນ​ຈະ​ດຳ​ເນີນ​ໃນ 3 ເດືອນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ສິດ​ສອນ​ຂອງ​ບັນ​ດາ​ຄູ​ສອນ ລາວ​ທີ່​ເຄີຍ​ຮຽນ​ຢູ່​ຫວຽດ​ນາມ, ຄູ​ສອນ ຫວຽດ​ນາມ​ທີ່​ເຄີຍ​ຮຽນ​ຢູ່​ລາວ ແລະ ຄູ​ສອນ​ຕ່າງ​ປະ​ເທດ

ໄຂ ຫ ອງ ສອນ ພາ ສາ ຕ າງ ປະ ເທດ ໂດຍ ບ ເສຍ ຄ າ ໃຫ ແກ ຊາວ ຫວຽດ ນາມ ອາ ໄສ ຢ ລາວ ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດປະ​ກອບ​ສ່ວ​ນ​ຊຸກ​ຍູ​້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ໄທ
ໄຂ ຫ ອງ ສອນ ພາ ສາ ຕ າງ ປະ ເທດ ໂດຍ ບ ເສຍ ຄ າ ໃຫ ແກ ຊາວ ຫວຽດ ນາມ ອາ ໄສ ຢ ລາວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ໄຂ ຫ ອງ ສອນ ພາ ສາ ຕ າງ ປະ ເທດ ໂດຍ ບ ເສຍ ຄ າ ໃຫ ແກ ຊາວ ຫວຽດ ນາມ ອາ ໄສ ຢ ລາວ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມພິ​ທີ​ໄຂ​ຊຸດ​ຮຽນ (ພາບ: TTXVN)

ຕອນ​ຄ່ຳ​ວັນ​ທີ 22 ທັນ​ວາ, ທີ່​ວັດ​ເຟິດ​ຕິກ ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ ໄດ້​ດຳ​ເນີນ​ພິ​ທີ​ໄຂ​ຊຸດ​ຮຽນ​ພາ​ສາ​ຕ່າງ​ປະ​ເທດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ລາວ. ເຂົ້າ​ຮ່ວມ​ພິ​ທີ​ໄຂ​ມີ​ ພະ​ມະ​ຫາ​ອາ​ຈານ ທິດ​ມິງກວາງ, ກຳ​ມະ​ການ​ສະ​ພາ​ບໍ​ລິ​ຫານ​ງານ​ສາ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ປະ​ຈຳ​ ລາວ, ຫົວ​ໜ້າ​ຄະ​ນະ​ປະ​ສານ​ງານ​ຮ່ວມ​ມື​ລະ​ຫວ່າງ ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ - ລາວ ພ້ອມ​ກັບ​ນັກ​ຮຽນ​ເກືອບ 50 ຄົນ ເຊິ່ງ​ແມ່ນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ລາວ ແລະ ບັນ​ດາ​ລູກຫຼານ​ຊາວ​ຫວຽດ​ນາມ​ທີ່​ພວມ​ທຳ​ມາ​ຫາ​ກິນ, ດຳ​ເລົງ​ຊີ​ວິດຢູ່​ນະ​ຄອນຫຼວງວຽງ​ຈັນ.

ກ່າ​ວ​ຄຳ​ເຫັນ​ໄຂ​ພິ​ທີ, ພະ​ມະ​ຫາ​ອາ​ຈານ ທິດ​ມິງ​ກວາງ ກຳ​ມະ​ການ​ສະ​ພາ​ບໍ​ລິ​ຫານ​ງານ​ສາ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ປະ​ຈຳ​ລາວ, ຫົວ​ໜ້າ​ຄະ​ນະ​ປະ​ສານ​ງານ​ຮ່ວມ​ມື​ລະ​ຫວ່າງ ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ - ລາວ ໄດ້​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ຊຸດ​ຮຽນ​ພາ​ສາ​ຕ່າງ​ປະ​ເທດ​ໂດຍ​ບໍ່​ເສຍ​ຄ່າຍ​ໂດຍ​ຫົວ​ໜ້າ​ຄະ​ນະ​ການ​ຖະ​ແຫຼງ​ຂ່າວ ແລະ ວັດ​ທະ​ນະ​ທຳ​ຂອງວັດ​ເຟິດ​ຕິກ ຮັບ​ຜິດ​ຊອບ​ແຕ່​ພື້ນ​ຖານ​ວັດ​ຖຸ​ຕະຫຼອດ​ຮອດ​ຄູ​ສອນ…

ນັກ​ຮຽນ​ແມ່ນ​ບັນ​ດາ​ລູກຫຼາຍ​ຊາວ​ຫວຽດ​ນາມ ປະ​ຈຳ​ລາວ ແລະ ຍັງ​ບໍ່​ຮູ້​ພາ​ສາ​ຫວຽດ​ນາມ, ຮ່ຳ​ຮຽນ​ເພື່ອ​ຮັກ​ສາ​ພາ​ສາ​ແມ່ ຈາກ​ນັ້ນ​ຮູ້​ການ​ເຄົາ​ລົບ​ນັບ​ຖື​ວັດ​ທະ​ນະ​ທຳທີ່​ເປັນ​ມູ​ນ​ເຊື້ອ​ຂອງ​ຊາດ​ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ, ພາ​ສາ​ລາວ​ກໍ່​ມີ​ຄວາມຈຳ​ເປັນທີ່​ສຸດ​ໃຫ້​ແກ່​ຊາວ​ຫວຽດ​ນາມຫາ​ກໍ່​ມາ​ລາວ ແລະ ມີ​ເຈດ​ຈຳ​ນົງ​ທຳ​ມາ​ຫາ​ກິນ, ດຳ​ລົງ​ຊີ​ວິດ​ຢູ່​ລາວ. ນອກ​ຈາກ​ນັ້ນ, ພາ​ສາ​ອັງ​ກິດ​ກໍ່​ມີ​ຄວາມ​ສຳ​ຄັນ​ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ທຸກ​ຄົນ. ພະ​ມະ​ຫາ​ອາ​ຈານ ທິດ​ມິງກວາງ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ການ​ຈັດ​ຕັ້ງຊຸດ​ຮຽນ​ແມ່ນ​ຂົວ​ເຊື່ອມ​ຕໍ່​ເພື່ອ​​ເຮັດ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ​ມີ​ຄວາມ​ສາ​ມັກ​ຄີ​ກ່​ວາ​ເກົ່າ.

ໂດຍ​ໄດ້​ຮູ້​ວ່າ, ນັກ​ຮຽນ​ຂອງ​ຊຸດ​ຮຽນສ່ວນຫຼາຍ​ແມ່ນ​ຊາວ​ຫວຽດ​ນາມ​ໄປ​ທຳ​ມາ​ຫາ​ກິນ ແລະ ດຳ​ລົງ​ຊີ​ວິດ​ຢູ່​ປະ​ເທດ​ລາວ ໃນຫຼາຍ​ປີ​ມານີ້ ເຖິງວ່າ​ອາດ​ຈະ​ໂອ້​ລົມ​ໄດ້ ແຕ່​ບໍ່​ຮູ້​ອ່ານ, ບໍ່​ຮູ້​ຂຽນ​ພາ​ສາ​ລາວ. ຄຽງ​ຄູ່​ກັນ​ນັ້ນ, ມີ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວຫຼາຍ​ຄົນ​ມີ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາກ​ຢາກ​ໃຫ້​ລູກຫຼາຍ​ຂອງ​ຕົນ​ໄດ້​ຮຽນ​ພາ​ສາ​ຫວຽດ​ນາມ ຕາມຫຼັກ​ຊຸດ​ເພື່ອ​ສາ​ມາດ​ອ່ານ, ຂຽນໄດ້​ພາ​ສາ​ແມ່, ດັ່ງ​ນັ້ນ​ໃນ​ຊຸດ​ຮຽນ​ນີ້​ກໍ່​ຈະ​ມີ​ຫ້ອງ​ໜຶ່ງ​ສອນ​ພ​າ​ສາ​ຫວຽດ​ນາມ, ຫ້ອງ​ໜຶ່ງ​ສອນ​ພາ​ສາ​ລາວ ແລະ 2 ຫ້ອງ​ສອນ​ພາ​ສາ​ອັງ​ກິດ ( ຫ້ອງ​ໜຶ່ງ​ໃຫ້​ແກ່​ຜູ້​ໃຫຍ່ ແລະ ຫ້ອງ​ໜຶ່ງ​ໃຫ້​ແກ່​ເດັກ​ນ້ອຍ) ເຊິ່ງ​ໄດ້​ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ຢູ່​ວັດ​ເຟິດ​ຕິກ.

ຄາດ​ວ່າ​ຊຸດ​ຮ​ຽນ​ຈະ​ດຳ​ເນີນ​ໃນ 3 ເດືອນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ສິດ​ສອນ​ຂອງ​ບັນ​ດາ​ຄູ​ສອນ ລາວ​ທີ່​ເຄີຍ​ຮຽນ​ຢູ່​ຫວຽດ​ນາມ, ຄູ​ສອນ ຫວຽດ​ນາມ​ທີ່​ເຄີຍ​ຮຽນ​ຢູ່​ລາວ ແລະ ຄູ​ສອນ​ຕ່າງ​ປະ​ເທດ.

ໄຂ ຫ ອງ ສອນ ພາ ສາ ຕ າງ ປະ ເທດ ໂດຍ ບ ເສຍ ຄ າ ໃຫ ແກ ຊາວ ຫວຽດ ນາມ ອາ ໄສ ຢ ລາວ ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດປະ​ກອບ​ສ່ວ​ນ​ຊຸກ​ຍູ​້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ໄທ

ການນຳແຂວງ ໄຊຍະພູມ, ສະກົນນະຄອນ ຢັ້ງຢືນວ່າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ-ໄທ ຫຼາຍກວ່າອີກ.

ໄຂ ຫ ອງ ສອນ ພາ ສາ ຕ າງ ປະ ເທດ ໂດຍ ບ ເສຍ ຄ າ ໃຫ ແກ ຊາວ ຫວຽດ ນາມ ອາ ໄສ ຢ ລາວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ຍສໝ - ທີ່ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 45 ລົງວັນທີ 19 ພຶດສະພາ ປີ 2015 ຂອງກົມການເມືອງ ກ່ຽວກັບວຽກງານສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນສະພາບການໃໝ່, ທ່ານ ຟ້າມບິນມິງ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະທີ່ຜ່ານມາ.

ໄຂ ຫ ອງ ສອນ ພາ ສາ ຕ າງ ປະ ເທດ ໂດຍ ບ ເສຍ ຄ າ ໃຫ ແກ ຊາວ ຫວຽດ ນາມ ອາ ໄສ ຢ ລາວ ເພີ່ມ​ທະ​ວີ​ວຽ​ກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ສຳ​ລັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ຍ​ສ​ໝ - ທ່ານ ເຈືອງ​ທິ​ມາຍ ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ໄດ້​ຢັ້ງ​ຢືນ​ຈິດ​ໃຈ​ສະ​ເໜີ​ຕົ້ນ​ສະ​ເໜີ​ປາຍ​ວ່າ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດແມ່ນ​ພ​າກ​ສ່ວນ​ທີ່​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຊາດ​ໄດ້, ນີ້​ແມ່ນ​ແຫຼ່ງ​ກຳ​ລັງ​ອັນ​ຍິ່ງ​ໃຫຍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ດ້ວຍຫຼາຍ​ຮູບ​ການ​ທີ່​ແທ້​ຈິງ, ຢູ່ຫຼາຍ​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.