ຫວຽດນາມສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືອາເມລິກາເພື່ອຮັກສາການພົວພັນສອງຝ່າຍ

16:17 | 19/12/2020

ຍ​ສ​ໝ - ທ່ານ ນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ບັນດາກະຊວງ, ອົງການຈັດຕັ້ງຕ່າງໆສືບຕໍ່ສົມທົບກັນກັບບັນດາຄູ່ຮ່ວມມືຂອງ ອາເມລິກາ ຢ່າງແໜ້ນແຟ້ນເພື່ອຮັກສາທ່າ​ພັດ​ທະ​ນາຢ່າງແຮງ ຂອງການຮ່ວມມືສອງຝ່າຍ ຢ່າງເຂັ້ມແຂງໃນໄລຍະຈະມາເຖິງ, ນຳຜົນປະໂຫຍດແທ້ຈິງມາໃຫ້ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ.

ຫວຽດນາມສ ບຕ ຮ ວມມ ຢ າງແໜ ນແຟ ນກ ບບ ນດາຄ ຮ ວມມ ອາເມລ ກາເພ ອຮ ກສາການພ ວພ ນສອງຝ າຍ ອາ​ເມ​ລິ​ກາ​ໜູນ​ຊ່ວ​ຍ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ພະ​ລັງ​ງານ​ສະ​ອາດ​ຢູ່ ຫວຽດ​ນາມ
ຫວຽດນາມສ ບຕ ຮ ວມມ ຢ າງແໜ ນແຟ ນກ ບບ ນດາຄ ຮ ວມມ ອາເມລ ກາເພ ອຮ ກສາການພ ວພ ນສອງຝ າຍ ງານ​ວາງ​ສະ​ແດງ​ລະ​ຄອນ “ຄວາມ​ຮັກ”
ຫວຽດນາມສ ບຕ ຮ ວມມ ຢ າງແໜ ນແຟ ນກ ບບ ນດາຄ ຮ ວມມ ອາເມລ ກາເພ ອຮ ກສາການພ ວພ ນສອງຝ າຍ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VGP)

ຕອນບ່າຍວັນທີ 18 ທັນວາ, ກ່າວຄຳເຫັນທີ່ກອງປະຊຸມ ລັດຖະບານ ກ່ຽວກັບຮ່າງມະຕິຂອງວຽກງານຕົ້ນຕໍ ແລະ ວິທີການແກ້ໄຂໃນການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ຄາດຄະເນ ງົບປະມານແຫ່ງລັດ ປີ 2021.

ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ຂໍ້​ມູນ​ທີ່​ວ່າ ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ ປະ​ກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ນະ​ໂຍ​ບາຍ​ເສດ​ຖ​ະ​ກິດ​ມະ​ຫາ​ພາກ ແລະ ເງິນ​ຕາ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່, ໃນ​ນັ້ນ​ມີ​ເລື່ອງ 10 ປະ​ເທດ​ໃນ​ໂລກ ໄດ້​ນອນ​ໃນ​ບັນ​ຊີ​ລາຍ​ຊື່​ຕິດ​ຕາມ​ກ່ຽວ​ກັບ​ນະ​ໂຍ​ບາຍ​ເງິນ​ຕາ, ໂດຍ​ສະ​ເພາະ ສະ​ວິດ ແລະ ຫວຽດ​ນາມ ແມ່ນ​ບັນ​ດາ​ປະ​ເທດ​ຄອບ​ງຳ​ເງິນ​ຕາ. ກ່ຽວກັບເລື່ອງນີ້, ໂຄສົກກະຊວງການຕ່າງປະເທດຫວຽດນາມໄດ້​ມີ​ຖະ​ແຫຼງ​ການ​ຢ່າງ​ທັນ​ທີ, ທະນາຄານແຫ່ງລັດ ຫວຽດນາມ ມີຂໍ້ມູນໂດຍຊີ້ໃຫ້​ເຫັນຢ່າງຈະແຈ້ງວ່າຈຸດປະ​ສົງໃນ​ການປະຕິບັດນະໂຍບາຍເງິນຕາຂອງ ຫວຽດນາມແມ່ນເພື່ອແນໃສ່​ຮັກ​ສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ບໍ່ແມ່ນເພື່ອຈຸດປະສົງເພື່ອຫຼຸດລາຄາສະກຸນເງິນ. ໃນຄວາມເປັນຈິງ, ນາຍົກລັດຖະມົນຕີ ແລະ ຜູ້ນຳ ລັດຖະບານໄດ້ໃຫ້ທິດທາງຫຼາຍຢ່າງໃນໄລຍະທີ່ຜ່ານມາ. ບົນພື້ນຖານນັ້ນ, ບັນດາກະຊວງ, ອົງການຕ່າງໆຂອງຫວຽດນາມໄດ້ຮ່ວມມືຢ່າງຈິງຈັງກັບບັນດາຄູ່ຮ່ວມມືຂອງອາເມລິກາ, ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ, ພິເສດແມ່ນດ້ານການຄ້າ ແລະ ການລົງທືນ… ພ້ອມທັງຮ່ວມກັນແກ້ໄຂບັນດາບັນຫາ ແລະ ຂໍ້ຄົງຄ້າງດ້ານການຄ້າ, ຮັກສາການພົວພັນການຄ້າທີ່ໝັ້ນຄົງໃຫ້ມີຄວາມສົມດຸນ, ຍືນຍົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ທ່ານ ນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ບັນດາກະຊວງ, ອົງການຈັດຕັ້ງຕ່າງໆສືບຕໍ່ສົມທົບກັນກັບບັນດາຄູ່ຮ່ວມມືຂອງ ອາເມລິກາ ຢ່າງແໜ້ນແຟ້ນເພື່ອຮັກສາທ່າ​ພັດ​ທະ​ນາຢ່າງແຮງ ຂອງການຮ່ວມມືສອງຝ່າຍ ຢ່າງເຂັ້ມແຂງໃນໄລຍະຈະມາເຖິງ, ນຳຜົນປະໂຫຍດແທ້ຈິງມາໃຫ້ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ.

ຕາມ ທ່ານ Adam Sitkoff, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ຫ້ອງ​ການ​ການ​ຄ້າ ອາ​ເມ​ລິ​ກາ (AmCham) ປະ​ຈຳ​ຮ່າ​ໂນ້ຍ ເມື່ອ​ແລກ​ປ່ຽນ​ກັບ​ສື່ມວນ​ຊົນ​ກ່ຽວ​ກັບ​ເລື່ອງດັ່ງ​ກ່າວ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: “ບັນ​ດາ​ມາດ​ຕະ​ການ​ໂຕ້​ຕອ​ບ​ທ​ີ່​ແຕກ​ຕ່າງ​ກັນ, ໃນ​ນັ້ນ​ມີ​ການ​ດັດ​ປັບ​ພາ​ສີ​ອາ​ກອນ, ອາດ​ຈະ​ມີ​ຜົນ​ກະ​ທົບ​ໃຫຍ່​ຕໍ່​ບໍ​ລິ​ສັດ​ອ​າ​ເມ​ລິ​ກາ​ທີ່​ມີ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ. ແທນ​ທີ່​ການ​ຊອກ​ຫາ​ມາດ​ຕະ​ການ​ລົງ​ໂທດ, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຄວນ​ສົມ​ທົບ​ກັນ​ຊອກ​ຫາ​ມາດ​ຕະ​ການ​ເປີດ​ປະ​ຕູ​ຕະຫຼາດ​ໃຫ້​ສິນ​ຄ້າ ຫຼາຍ​ປະ​ເພດ ແລະ ການ​ບໍ​ລິ​ການ​ຂອງ​ຕົນ​ເຂົ້າ​ມາ​ຍັງ​ຕະຫຼາດນີ້. ໃນ​ຂະ​ນະ​ນັ້ນ, ຫວຽດ​ນາມ ອາດ​ຈະ​ດັດ​ປັບການ​ຄ​້າ​ສ່ວນ​ເກີ່ນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ກັບ​ອາ​ເມ​ລິ​ກາ​ຕາມ​ທິດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ”.

ຫວຽດນາມສ ບຕ ຮ ວມມ ຢ າງແໜ ນແຟ ນກ ບບ ນດາຄ ຮ ວມມ ອາເມລ ກາເພ ອຮ ກສາການພ ວພ ນສອງຝ າຍ ອາ​ເມ​ລິ​ກາ​ໜູນ​ຊ່ວ​ຍ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ພະ​ລັງ​ງານ​ສະ​ອາດ​ຢູ່ ຫວຽດ​ນາມ

ຍ​ສ​ໝ - USAID ຈະ​ໜູນ​ຊ່ວຍ EVN ໄຈ້​ແຍກ​ຜົນ​ກະ​ທົບ​ດ້ານ​ການ​ເງິນ ຂອງ​ບັນ​ດາ​ກໍ​ລະ​ນີ​ຜັນ​ຂະ​ຫຍາຍ​ໄຟ​ຟ້າ​ແສງ​ແດດ​ຊາຍ​ຄາ ຕ່າງໆ​ຢູ່​ນະ​ຄອນ​ດ່າ​ນັ້ງ, ຜ່ານ​ນັ້ນ​ຊ່ວຍ​ໃຫ້​ບັນ​ດາ​ນັກ​ວາງ​ແຜນ​ນະ​ໂຍ​ບາຍ ແລະ ບັນ​ດາ​ຫົວ​ໜ່ວຍ​ເຄື່ອນ​ໄຫວ​ລະ​ບົບ​ໄຟ​ຟ້າ​ກຳ​ແໜ້ນ​ໄດ້​ຂໍ້​ມູນ​ຂ່າວ​ສານ ກ່ຽວ​ກັບ​ບັນ​ດາ​ຜົນ​ກະ​ທົບ​ໄລ​ຍະ​ສັ້ນ​ຢູ່​ໄລ​ຍະ​ຕົ້ນ​ຂອງ​ບັນ​ດາ​ໂຄງ​ການ​ໄຟ​ຟ້າ​ແສງ​ແດດ​ຊາຍ​ຄາ.

ຫວຽດນາມສ ບຕ ຮ ວມມ ຢ າງແໜ ນແຟ ນກ ບບ ນດາຄ ຮ ວມມ ອາເມລ ກາເພ ອຮ ກສາການພ ວພ ນສອງຝ າຍ ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ຈາກ​ອາ​ເມ​ລິ​ກາ ແລະ ສິງ​ກະ​ໂປ​ກັບ​ຄືນ​ປະ​ເທດ

ຍ​ສ​ໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນເກິ່ນເທີ, ຜູ້ໂດຍສານທັງໝົດກໍ່ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ຫວຽດນາມສ ບຕ ຮ ວມມ ຢ າງແໜ ນແຟ ນກ ບບ ນດາຄ ຮ ວມມ ອາເມລ ກາເພ ອຮ ກສາການພ ວພ ນສອງຝ າຍ ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ໄດ້​ຮັ​ບ​ການ​ໜູນ​ຊ່ວຍ​ຈາກ​ອາ​ເມ​ລິ​ກາ​ໃນ​ການຫັນເປັນດີຈີຕອນ

ຍ​ສ​ໝ - ທ່ານນາງ Ann Marie Yastishock - ຫົວໜ້າອົງການພັດທະນາສາກົນອາເມລິກາປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ການ​ເຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ທ່າ​ອ່ຽງ​ທີ່​ຈຳ​ເປັນ ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ຟື້ນ​ຟູ​ການ​ເຕີບ​ໂຕ​ພາຍຫຼັງ​ໂລກ​ລະ​ບາດ ແລະ ເພີ່ມ​ຄວາມ​ໄວ້, ບຸກ​ທະ​ລຸ​ໃນ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳຄັ້ງ​ທີ 4

ບຸນ​ຄົງ

ເຫດການ
302 Found

Found

The document has moved here.