ສື່ມວນ​ຊົນ ເຢຍ​ລະ​ມັນ​ຕີ​ລາ​ຄາ​ສູງ​ການ​ຮັບ​ມື​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ

10:28 | 21/12/2020

ຍ​ສ​ໝ - ອົງ​ການ​ການ​ຄ້າ ແລະ ​ການລົງ​ທຶນ ເຢຍ​ລະ​ມັນ (GTAI) ໃຫ້​ຮູ້​ວ່າ ການ​ເຕີ​ບ​ໂຕພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ​ບັນ​ລຸ​ລະ​ດັບ​ເປັນ​ບວກ 2,1% ໄລ່​​ຕາມ​ມູ​ນ​ຄ່າ​ຄວາມ​ຈິງ​ໃນ 3 ໄຕ​ມາດ ຂອງ​ປີ 2020 ເມື່ອ​ທຽບ​ໄສ່​ກັບ​ໄລ​ຍະ​ດ​ຽວ​ກັ​ນ​ຂອງ ປີ 2019 .

ສ ມວນ ຊ ນ ເຢຍ ລະ ມ ນ ຕ ລາ ຄາ ສ ງ ການ ຮ ບ ມ ຕ ໂລກ ລະ ບາດ ໂຄວ ດ 19 ຂອງ ຫວຽດ ນາມ ທ່ານອະດີດຮອງນາຍົກລັດຖະມົນຕີເຢຍລະມັນ P. Rösler ຕີລາຄາສູງບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນການຕ້ານໂລກລະບາດ ໂຄວິດ - 19
ສ ມວນ ຊ ນ ເຢຍ ລະ ມ ນ ຕ ລາ ຄາ ສ ງ ການ ຮ ບ ມ ຕ ໂລກ ລະ ບາດ ໂຄວ ດ 19 ຂອງ ຫວຽດ ນາມ ຈັດ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມຈາກ​ເຢຍ​ລະ​ມັນ ແລະ ບັນ​ດາ​ປະ​ເທດ​ເອີ​ລົບກັບ​ຄືນ​ປະ​ເທດ
ສ ມວນ ຊ ນ ເຢຍ ລະ ມ ນ ຕ ລາ ຄາ ສ ງ ການ ຮ ບ ມ ຕ ໂລກ ລະ ບາດ ໂຄວ ດ 19 ຂອງ ຫວຽດ ນາມ
ພາບ​ປະ​ກອບ: TTXVN

​ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ເຢຍ​ລະ​ມັນ​ແລ້ວ, ຫວ່າງ​ແລ້ວນີ້, ​ໜັງ​ສື​ພິມ Junge Welt ຂອງ​ເຢຍ​ລະ​ມັນໄດ້​ລົງ​ບົດ​ຂຽນ​ໃຫ້​ຂໍ້​ສັງ​ເກດ​ວ່າ ກາ​ນ​ດຳ​ລົງ​ຊີ​ວິດຂອງ​ຊາວ​ຫວຽດ​ນາມ ໄດ້​ກັບ​ຄືນ​ສູ່​ສະ​ພາບເກືອບ​ຄື​ເປັນ​ປົກ​ກະ​ຕິແລ້ວ ໃນ​ຂະ​ນະ​ທີ່ ເສດ​ຖະ​ກິດ​ບັນ​ລຸ​ໄດ້​ຜົນ​ເປັນ​ບວກ ສ່ວນຫຼາຍ​ຍ້ອນ​ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ ແລະ ລະ​ດັບ​ການ​ລົງ​ທຶນ​ສູງ​ຂອງ ລັດ​ຖະ​ບານ. ​

ຕາມ​ບົດ​ຂຽ​ນ​ແລ້ວ, ໃນ​ຂະ​ນະ​ທີ່ ອາ​ເມ​ລິ​ກາ ປະ​ກາດ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່ ແລະ ເສຍ​ຊີ​ວິດ​​ເພີ່ມ​ອີກ​ຢູ່​ລະ​ດັບ​ສະ​ຖິ​ຕິ​ໃນ​ທຸກວັນ ແລະ ບັນ​ດາ​ປະ​ເທດ​ສະ​ຫະ​ພາບ​ເອີ​ລົບ (EU) ຕ້ອງ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ເຂັ້ມ​ງວດ​ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ຊາວ​ຫວຽດ​ນາມ​ ມີ​ຄວາມ​ປິ​ຕິ​ຊົ​ມ​ຊື່ນ​ເມື່ອໄດ້​ກັບ​ຄືນ​ສູ່ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກະ​ຕິ​ແລ້ວ. ​

ບົດ​ຂຽນ​ກໍ່​ໄດ້​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ​ວ່າ ຫວຽດ​ນາມ​ໄດ້​ຮັບ​ມື​ກັບ​ວິ​ກິດ​ການ​ດີ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ບັນ​ດາ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ໃນ​ໂລກ. ບົດ​ຂຽນ​ໄດ້​ຄັດ​ສະ​ເໜີ​ຂໍ້​ມູນ​ຂອງ​ອົງ​ການ​ການ​ຄ້າ ແລະ ​ການລົງ​ທຶນ ເຢຍ​ລະ​ມັນ (GTAI) ໃຫ້​ຮູ້​ວ່າ ການ​ເຕີ​ບ​ໂຕພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ​ບັນ​ລຸ​ລະ​ດັບ​ເປັນ​ບວກ 2,1% ໄລ່​​ຕາມ​ມູ​ນ​ຄ່າ​ຄວາມ​ຈິງ​ໃນ 3 ໄຕ​ມາດ ຂອງ​ປີ 2020 ເມື່ອ​ທຽບ​ໄສ່​ກັບ​ໄລ​ຍະ​ດ​ຽວ​ກັ​ນ​ຂອງ ປີ 2019 .

ບົດ​ຂຽນ​ກໍ່​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ ຄູ​ສອນ​ຄົນ​ໜຶ່ງ​ມາ​ຈາກ​ຫວຽດ​ນາມ ແລະ ໃຫ້​ຮູ້​ວ່າ: ຊີ​ວິດ​ການ​ເປັນ​ຢູ່​ໄດ້​ກັບ​ຄື​ສູ່​ສະ​ພາບ​ທີ່​ເປັນ​ປົກ​ກະ​ຕິ​ແຕ່​ດົນ​ແລ້ວ, ບໍ່​ມີ​ຂໍ້​ຈຳ​ກັດ, ເຖິງ​ຢ່າງ​ໃດ​ກໍ່​ຕາມ​ຢູ່​ຮ່າ​ໂນ້ຍ ຍັງ​ຕ້ອງ​ການ​ນຳ​ໃຊ້​ຜ້າ​ອັດ​ປາກ - ດັງ ເມື່ອ​ເຂົ້າ​ບັນ​ດາ​ສູນ​ການ​ຄ້າ, ຂີວ​ລົດ, ພາ​ຫະ​ນະ​ສາ​ທາ​ລະ​ນະ ແລະ ບ່ອນ​ທີ່​ມີຫຼາຍຄົນ.

ຄຽງ​ຄູ່​ກັນ​ນັ້ນ, ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເກີບ ແລະ ເຄື່ອງຕຳ​ແຜ່ນ​ຕັດ​ຫຍິບ​ຂອງ ຫວຽດ​ນາມ, ເຊິ່ງ​ໄດ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ ໂດຍ​ບັນ​ດາ​ຄຳ​ສັ່ງ​ປິດ​ລ້ອມ​ຢູ່ EU ແລະ ອາ​ເມ​ລິ​ກາ ກໍ່ໄດ້​ກັບ​ຄືນ​ສູ່​​​ທີ່​ຕັ້ງ​ຂອງ​ຕົນ ດ້ວຍ​ການ​ສົ່ງ​ອອກ​ຢ່າງ​ແຮງ​ໃນ​ປີ 2020. ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດ​ນາມ ຢາກ​ຍູ້​ແຮງ​ຮູບ​ແບບ​ເສດ​ຖະ​ກິດ​ຮ່ວມ​ມື​ຄືນ​ໃໝ່, ສົ່ງ​ເສີມ​ບັນ​ດາ​ບໍ​ລິ​ສັດ​ຂະ​ໜາດ​ກາງ ແລະ ໜ້ອຍ​ສະ​ໜອງ​ບັນ​ດາ​ອຸ​ປະ​ກອນ ແລະ ເຄື່ອງ​ອາ​ໄຫຼ່​ໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ​ຕ່າງ​ປະ​ເທດ ຄື​ສ່ວນ​ໜຶ່ງ​ຂອງ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ. ໃນ​ອະ​ນາ​ຄົດ, ບັນ​ດາ​ບໍ​ລິ​ສັດ​ຄວນ​ເຫັນ​ເປັນຫຼາຍ​ຮູບ​ແບບ​ລະ​ຫວ່າງ​ຜະ​ລິດ​ຕະ​ພັນ ແລະ ສ້າງ​ການ​ພົວ​ພັນ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ກັບ​ບັນ​ດາ​ບໍ​ລິ​ສັດ ແລະ ຂະ​ແໜງ​ທີ່​ແຕກ​ຕ່າງ​ກັນ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຕົກ​ເຂົ້າ​ສູ່​ສະ​ພາບ​ວິ​ກິດ​ການ.

ສ ມວນ ຊ ນ ເຢຍ ລະ ມ ນ ຕ ລາ ຄາ ສ ງ ການ ຮ ບ ມ ຕ ໂລກ ລະ ບາດ ໂຄວ ດ 19 ຂອງ ຫວຽດ ນາມ ທ່ານອະດີດຮອງນາຍົກລັດຖະມົນຕີເຢຍລະມັນ P. Rösler ຕີລາຄາສູງບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນການຕ້ານໂລກລະບາດ ໂຄວິດ - 19

ຍ​ສ​ໝ - ນັບ​ແຕ່​ຫົວ​ທີ, ຫວຽດນາມມີປະຕິກິລິຍາຢ່າງແຮງ, ໃນນັ້ນມີການປິດຊາຍແດນໂດຍໄວແລະ ທັນທີ ພາ​ຍຫຼັງມີຄົ້ນ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​2-3 ຄົນ​ເທົ່າ​ນັ້ນ, ຫວຽດນາມໄດ້ຈຳ​ກັດບໍ​ລິ​ເວນ​ດັ່ງ​ກ່າວ​ຢ່າງ​ທັນ​ທີ.

ສ ມວນ ຊ ນ ເຢຍ ລະ ມ ນ ຕ ລາ ຄາ ສ ງ ການ ຮ ບ ມ ຕ ໂລກ ລະ ບາດ ໂຄວ ດ 19 ຂອງ ຫວຽດ ນາມ ຈັດ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມຈາກ​ເຢຍ​ລະ​ມັນ ແລະ ບັນ​ດາ​ປະ​ເທດ​ເອີ​ລົບກັບ​ຄືນ​ປະ​ເທດ

ຍ​ສ​ໝ - ພາຍຫຼັງ​ເຮືອ​ບິນ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ ເວິນ​ໂດນ, ຜູ້​ໂດຍ​ສານ​ທຸກ​ຄົນ​ໄດ້​ຮັບ​ການກວດ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ຕາມ​ຂໍ້​ກຳ​ນົດ.

ສ ມວນ ຊ ນ ເຢຍ ລະ ມ ນ ຕ ລາ ຄາ ສ ງ ການ ຮ ບ ມ ຕ ໂລກ ລະ ບາດ ໂຄວ ດ 19 ຂອງ ຫວຽດ ນາມ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ທິ​ປະ​ໄຕສັງ​ຄົມ ເຢຍ​ລະ​ມັນ ເຂົ້າ​ຮ່ວມ ການ​ໂອ້​ລົມ​ສົນ​ທະ​ນາ​ແລກ​ປ່ຽນທາງ​ອອນ​ລາ​ຍ

ຍ​ສ​ໝ - ສອງຝ່າຍຢັ້ງຢືນວ່າ ຈະພ້ອມກັນມານະພະຍາຍາມເພື່ອສາມາດດຳເນີນການເຈລະຈາທິດສະດີ ຄັ້ງທີ 7 ລະຫວ່າງສອງພັກໃນປີ 2021; ຖືການເຈລະຈາທິດສະດີແມ່ນກົນໄກສຳຄັນ ແນໃສ່ຊຸກຍູ້ປະສິດທິຜົນຂອງການພົວພັນຮ່ວມມືລະຫວ່າງສອງພັກໃນຊຸມປີຜ່ານມາ ແລະ ພິເສດແມ່ນໃນໄລຍະຈະມາເຖິງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.