ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ວ​ິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ມາ​ເລ​ເຊຍ

09:17 | 22/12/2020

ຍ​ສ​ໝ - ການຮ່ວມມືວິ​ສາ​ຫະ​ກິດ ແລະ ນັກທຸລະກິດ, VMBIZ ແລະ BOCGB ຍັງມີ​ຄວາມ​ຫວັງ​ຢາກກາຍເປັນຂົວຕໍ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຂອງສອງປະເທດ, ເພີ່ມທະວີການຮ່ວມມື ແລະ ການເຊື່ອມໂຍງ, ປະກອບສ່ວນນຳການພົວພັນອັນ​ດີ​ງາມລະຫວ່າງຫວຽດນາມ ແລະ ມາເລເຊຍ ນັບມື້ນັບມີ​ຄວາມ​ແທດ​ຈິງ ແລະ ເລິກເຊິ່ງກ່​ວາ​ອີກ.

ເພ ມ ທະ ວ ການ ຮ ວມ ມ ລະ ຫວ າງ ວ ສາ ຫະ ກ ດ ຫວຽດ ນາມ ແລະ ມາ ເລ ເຊຍ ສະ​ຖານ​ທູດ ມາ​ເລ​ເຊຍ ​ສະ​ໜັບ​ສະ​ໜູນ​ຜູ້​ປະ​ສົບ​ໄຟ​ນ້ຳ​ຖ້ວມ​ເຂດ​ພາກ​ກາງຫວຽດ​ນາມ
ເພ ມ ທະ ວ ການ ຮ ວມ ມ ລະ ຫວ າງ ວ ສາ ຫະ ກ ດ ຫວຽດ ນາມ ແລະ ມາ ເລ ເຊຍ ການ​​ເຈ​ລະ​ຈາ​ທາງ​ໂທ​ລະ​ສັ​ບ​ ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ມາ​ເລ​ເຊຍ
ເພ ມ ທະ ວ ການ ຮ ວມ ມ ລະ ຫວ າງ ວ ສາ ຫະ ກ ດ ຫວຽດ ນາມ ແລະ ມາ ເລ ເຊຍ

ພິທີລົງນາມໃນບົດບັນທຶກຊ່ວຍຈຳ (MOU). (ພາບ: Bnews/TTXVN)

ເພື່ອ​ແນ​ໃສ່​ຍູ້ແຮງ​ກາ​ນ​ຮ່ວມ​ມື, ພົບ​ປະ​ແລກ​ປ່ຽນ ແລະ ຮ່ວມ​ສຳ​ພັນ​ລະ​ຫວ່າງ ບັນ​ດາ​ວິ​ຫ​ສາ​ກິດ ຫວຽດ​ນາມ ແລະ ມາ​ເລ​ເຊຍ, ວັນ​ທີ 20 ທັນ​ວາ, ສະ​ມ​າ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ມາ​ເລ​ເຊຍ (VMBIZ) ແລະ ກຸ່ມ​ບໍ​ລິ​ສັດ ການ​ເງິນ Blue Ocean (BOCGB) ໄດ້​ລົງ​ນາມ​ບົດ​ບັດ​ທຶ​ກ​ຊ່ວຍ​ຈຳ (MOU).

ຕາມເນື້ອໃນ MOU, VMBIZ ແລະ BOCGB ໄດ້ເຫັນດີຊຸກຍູ້ຄວາມເຂັ້ມແຂງຂອງເຄືອຂ່າຍນັກທຸລະກິດ, ວິ​ສາ​ຫ​ະ​ກິດຂອງຕົນ, ສ້າງພື້ນ​ຖານ ແລະ ສະພາບແວດລ້ອມແຫ່ງ​ການຮ່ວມມືດຳ​ເນີ​ນທຸລະກິດ, ການຈັດບັນ​ດາ​ເຫດ​ການເພື່ອ​ໃຫ້​ນັກທຸລະກິດ ແລະ ວິ​ສາ​ຫະ​ກິດສອງປະເທດພົບປະກັນ, ຊອກຫາຄູ່ຮ່ວມມືທີ່ມີທ່າແຮງ, ລະດົມແຫຼ່ງກຳລັງສຳລັບບັນດາໂຄງການລົງທືນທີ່ມີປະສິດຕິຜົນສູງ.

ທັງສອງຝ່າຍຍັງເຫັນດີສະໜັບສະໜູນການສະໜອງຂໍ້​ມ​ູນ​ຂ່າວ​ສານກ່ຽວ​ກັບໂຄງການ, ການຕະຫຼາດ ແລະ ການປັບປຸງນະໂຍບາຍທີ່ກ່ຽວຂ້ອງ ເພື່ອແນ​ໃສ່ຊ່ວຍໃຫ້ສະມາຊິກສາ​ມາດ ກຳແໜ້ນໂອກາດການລົງທືນ, ດຳ​ເນີນທຸລະກິດໃຫ້ເປັນຢ່າງດີ ບໍ່ພຽງແຕ່ຂອງສອງປະເທດເທົ່ານັ້ນ, ຫາກ​ຍັງ​ຢູ່​ໃນພາກພື້ນແລະທົ່ວໂລກອີ​ກ​ດ້ວຍ.

ນອກຈາກການຮ່ວມມືວິ​ສາ​ຫະ​ກິດ ແລະ ນັກທຸລະກິດ, VMBIZ ແລະ BOCGB ຍັງມີ​ຄວາມ​ຫວັງ​ຢາກກາຍເປັນຂົວຕໍ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຂອງສອງປະເທດ, ເພີ່ມທະວີການຮ່ວມມື ແລະ ການເຊື່ອມໂຍງ, ປະກອບສ່ວນນຳການພົວພັນອັນ​ດີ​ງາມລະຫວ່າງຫວຽດນາມ ແລະ ມາເລເຊຍ ນັບມື້ນັບມີ​ຄວາມ​ແທດ​ຈິງ ແລະ ເລິກເຊິ່ງກ່​ວາ​ອີກ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ລົງ​ນາມ, ທ່ານ ເຈ​ິ່ນ​ທ໊າຍ​ວຽດ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດາມ ປະ​ຈຳ ມາ​ເລ​ເຊຍ​ໃຫ້​ຮູ້​ວ່າ: ຍາມ​ໃດ​ຫວຽດ​ນາມ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ມາ​ເລ​ເຊຍ ແລະ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຕິດ​ພັນ​ກັບ​ຜົນ​ປະ​ໂຫຍດ​ສອງ​ຝ່າຍ​ກັບ​ມາ​ເລ​ເຊຍ, ໃນ​ນັ້ນ​ມີ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳ​ສຳ​ຄ​ັນ. ປັດ​ຈຸ​ບັນ, ຫວຽດ​ນາມ​ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງຫຼາຍ​ກຸ່ມ​ບໍ​ລິສັດ​ໃນ​ໂລກ​. ຄຽງ​ຄ​ູ່​ກັນ​ນັ້ນ, ຫວຽດ​ນາມ​ຍັງ​ແມ່ນ​ຕະຫຼາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ວຍ​ປະ​ຊາ​ກອນ​ເກືອບ 100 ລ້ານ​ຄົນ, ດັ່ງ​ນັ້ນ, ອາດ​ເວົ້າ​ໄດ້​ວ່າ ກາ​ລ​ະ​ໂອ​ກາດ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ. ເລື່ອງVMBIZ ແລະ BOCGB ລົງນາມໃນ MOU ໄດ້ສ້າງບາດກ້າວເປີດສາກທີ່ສະດວກ, ແຕ່ 2 ຝ່າຍຄວນປະຕິບັດການຫັນແນວຄວາມຄິດໃຫ້ປະກົດຜົນເປັນຈິງ.

ເພ ມ ທະ ວ ການ ຮ ວມ ມ ລະ ຫວ າງ ວ ສາ ຫະ ກ ດ ຫວຽດ ນາມ ແລະ ມາ ເລ ເຊຍ ສະ​ຖານ​ທູດ ມາ​ເລ​ເຊຍ ​ສະ​ໜັບ​ສະ​ໜູນ​ຜູ້​ປະ​ສົບ​ໄຟ​ນ້ຳ​ຖ້ວມ​ເຂດ​ພາກ​ກາງຫວຽດ​ນາມ

ຍ​ສ​ໝ - ທີ່ການພົບປະ, ທ່ານນາງເອກອັກຄະລັດຖະທູດ Sharifah Norhana Syed Mustaffa ໄດ້ແບ່ງປັນກ່ຽວກັບການຄວາມເສຍຫາຍ​ທາງ​ດ້ານຊີວິດແລະຊັບສິນຢ່າງໃຫຍ່ຫຼວງ ເຊິ່ງປະຊາຊົນຢູ່ເຂດພາກກາງຫວຽດນາມ ປະສົບໃນໄລ​ຍະ​ທີ່​ຜ່ານ​ມາ.

ເພ ມ ທະ ວ ການ ຮ ວມ ມ ລະ ຫວ າງ ວ ສາ ຫະ ກ ດ ຫວຽດ ນາມ ແລະ ມາ ເລ ເຊຍ ການ​​ເຈ​ລະ​ຈາ​ທາງ​ໂທ​ລະ​ສັ​ບ​ ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ມາ​ເລ​ເຊຍ

ອາ​ທິດ​ຜ່ານ​ມາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຈລະຈາທາງໂທລະສັບກັບ ທ່ານ Hishammuddin Hussein ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ.

ເພ ມ ທະ ວ ການ ຮ ວມ ມ ລະ ຫວ າງ ວ ສາ ຫະ ກ ດ ຫວຽດ ນາມ ແລະ ມາ ເລ ເຊຍ ຫວຽດ​ນາມ ລື່ມ​ກາຍ ສິງ​ກະ​ໂປ, ມາ​ເລ​ເຊຍ ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ 4 ໃນພາກ​ພື້​ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວ່າງແລ້ວນີ້, ກອງທຶນເງິນຕາສາກົນ (IMF) ໄດ້ປະກາດບົດລາຍງານແງ່ຫວັງເສດຖະກິດໂລກປີ 2020 ສະບັບອັບເດດຫຼ້າສຸດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.