ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ເພື່ອ​ແກ້​ໄຂ​ຄວາມ​ຕິດ​ຂັດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ຢູ່ ຫວຽດ​ນາມ

14:00 | 22/12/2020

ຍ​ສ​ໝ - ນີ້ແມ່ນກອງປະຊຸມຄັ້ງທີ 5 ໃນປີ 2020 ຂອງຄະນະທີ່ປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີກັບປະຊາຄົມວິ​ສາ​ຫະ​ກິດພາຍໃນ ແລະ ຕ່າງປະເທດ ແລະ ແມ່ນກອງປະຊຸມໂອ້​​ລົມ​ສົນ​ທະ​ນາຄັ້ງທຳອິດກັບວິສາຫະກິດຍີ່ປຸ່ນຢູ່ຫວຽດນາມ.

ກອງ ປະ ຊ ມ ໂອ ລ ມ ສ ນ ທະ ນາ ເພ ອ ແກ ໄຂ ຄວາມ ຕ ດ ຂ ດ ໃຫ ແກ ວ ສາ ຫະ ກ ດ ຍ ປ ນ ຢ ຫວຽດ ນາມ ເພີ​່ມ​ທະ​ວີ​ກາ​ນ່​ຮວມ​ມື​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່​ນ
ກອງ ປະ ຊ ມ ໂອ ລ ມ ສ ນ ທະ ນາ ເພ ອ ແກ ໄຂ ຄວາມ ຕ ດ ຂ ດ ໃຫ ແກ ວ ສາ ຫະ ກ ດ ຍ ປ ນ ຢ ຫວຽດ ນາມ ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ກວ່າ 650 ຄົ​ນ ​ຈາກ​ຍີ່​ປຸ່ນ, ອິນ​ໂດ​ເນ​ເຊຍ, ເອີ​ລົບ, ອາບ​ຟ​ຼິກ​ກາ ກັບ​ມາ​ປະ​ເທດ
ກອງ ປະ ຊ ມ ໂອ ລ ມ ສ ນ ທະ ນາ ເພ ອ ແກ ໄຂ ຄວາມ ຕ ດ ຂ ດ ໃຫ ແກ ວ ສາ ຫະ ກ ດ ຍ ປ ນ ຢ ຫວຽດ ນາມ
ບັນ​ດາ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ​ຢູ່ ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: TTXVN)

ຕອນບ່າຍວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕຽນຢຸງ, ປະທານສະພາທີ່ປຶກສາການປະຕິຮູບລະບຽບການບໍລິຫານຂອງ ນາຍົກລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ໄດ້ເປັນປະທານຮ່ວມກອງປະຊຸມໂອ້ລົມສົນທະນາ ກັບວິສາຫະກິດ ຍີ່ປຸ່ນ ຢູ່ຫວຽດນາມ. ໂດຍ​ມີ​ການເຂົ້າຮ່ວມເຫດການດັ່ງກ່າວ ວິສາຫະກິດ ຍີ່ປຸ່ນ ກ່ວາ 40 ​ແຫ່ງ ພ້ອມກັບບັນດາຜູ້ຕາງໜ້າບັນດາອົງການ, ກະຊວງ, ຂະແໜງການຂອງຫວຽດນາມ.

ນີ້ແມ່ນກອງປະຊຸມຄັ້ງທີ 5 ໃນປີ 2020 ຂອງຄະນະທີ່ປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີກັບປະຊາຄົມວິ​ສາ​ຫະ​ກິດພາຍໃນ ແລະ ຕ່າງປະເທດ ແລະ ແມ່ນກອງປະຊຸມໂອ້​​ລົມ​ສົນ​ທະ​ນາຄັ້ງທຳອິດກັບວິສາຫະກິດຍີ່ປຸ່ນຢູ່ຫວຽດນາມ.

​ທີ່ກ​ານ​ໂອ້​ລົມ​ສົນ​ທະ​ນາ, ທ່ານລັດຖະມົນຕີ ມາຍ​ຕຽນ​ຢຸງ ກ່າວວ່າ: ດ້ວຍຄວາມຕັດ​ສິນໃຈວ່າ “ຕ້ານໂລກລະ​ບາດຄື​ຕ້ານສັດຕູ”, “ບໍ່ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ​” ແລະການເຂົ້າ​ຮ່ວມຂອງທົ່ວລະບົບການເມືອງ, ແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ແລະ ປະ​ຊາ​ຄົມ​ສັງ​ຄົມ, ຫວຽດນາມໄດ້ຈັດ​ຕັ້ງປະຕິບັດບັນດາມາດຕະການປ້ອງກັນ ແລະຄວບຄຸມການລະບາດຂອງ COVID-19 ຢ່າງຄົບຊຸດ, ເຂັ້ມງວດ ແລະ ມີປະສິດທິຜົນ; ບໍ່​ປະ​ໃຫ້​ໂລກ​ລ​ະ​ບາດ​ແຜ່​ລາມ​ໃນ​ວົງ​ກ້​ວາງ. ປະຈຸບັນ, ຫວຽດນາມໄດ້​ ແລະ ກຳລັງກ້າວເຂົ້າສູ່ສະພາບການຢູ່ໃນສະພາບທີ່​ເປັນປົກກະຕິໃໝ່, ຫຼາຍຂະແໜງການຜະລິດ ແລະ ທຸລະກິດໄດ້ມີການເຕີບໃຫຍ່ຂະຫຍາຍຕົວ, ໃນນັ້ນການຜະລິດອຸດສາຫະກຳ, ການສົ່ງອອກນຳເຂົ້າມີສັນຍານດີຫຼາຍຢ່າງ ດ້ວຍການເກີ່ນດຸນການຄ້າສູງ, ການລົງທຶນຈາກຕ່າງປະເທດໄດ້ສືບຕໍ່ໄຫຼເຂົ້າສູ່ຫວຽດນາມຢ່າງແຮງໃນຊຸມເດືອນທີ່ຜ່ານມາ.

ສ່ວນ​ທ່ານເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ Yamada Takio ໄດ້ຕີລາຄາສູງການປ້ອງກັນ ແລະຄວບຄຸມການລະບາດຂອງ COVID-19 ຂອງຫວຽດນາມ ແລະ ທ່ານກ່າວວ່າການພົວພັນຄູ່ຮ່ວມມືຍຸດທະສາດຍີ່ປຸ່ນ - ຫວຽດນາມ ນັບມື້ນັບເລິກເຊິ່ງ, ສາຍພົວພັນນີ້ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່ຫຼວງ. ທ່ານໄດ້ຍົກອອກວິ​ທີ​ການເພື່ອໃຫ້ຫວຽດນາມຟື້ນຕົວເສດຖະກິດຂອງຕົນຢ່າງວ່ອງໄວ, ນັ້ນແມ່ນເປີດສ​າຍການບິນຄືນ ໃໝ່, ປັບປຸງການປ່ອຍເງິນລົງທຶນຂອງລັດ, ດຶງດູດການລົງທຶນຈາກຕ່າງປະເທດ ແລະ ປະ​ຕິ​ຮູບລະ​ບຽບ​ການ​ບໍ​ລິ​ຫານ.ການຈັດຕັ້ງກອງປະຊຸມໂອ້​ລົມສົນທະນາກັບວິສາຫະກິດແມ່ນຫຼັກຖານທີ່ສະແດງໃຫ້ເຫັນຄວາມມາ ນະພະຍາຍາມຂອງ ຫວຽດນາມໃນການສືບຕໍ່ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະດຶງດູດການລົງທຶນຈາກຕ່າງປະເທດ.

ຕາມທ່ານເອກອັກຄະລັດຖະທູດ Yamada Takio ແລ້ວ, ລັດຖະບານຍີ່ປຸ່ນພວມສະໜອງບັນດາແຫຼ່ງກຳລັງເພື່ອຟື້ນຟູໄລຍະຫຼັງ COVID-19 ດ້ວຍບ້ວງ​ເງິນໜູນຊ່ວຍວິ​ສາ​ຫະ​ກິດ​ທີ່​ມີມູນຄ່າ 2,3 ຕື້ USD. ໃນຈຳນວນ ວິສາຫະກິດ 81 ແຫ່ງທີ່ໄດ້ຮັບການໜູ​ນ​ຊ່ວຍຈາກລັດຖະບານ, ມີ ວິສາຫະກິດ 37 ແຫ່ງຕັດສິນໃຈເລືອກເອົາ​ມາ​ລົງ​ທຶນ​ຢູ່ຫວຽດນາມ, ຖັດມາແມ່ນໄທ. ແລະ ວິສາຫະກິດຍີ່ປຸ່ນ 55 ແຫ່ງຕັດສິນໃຈສ້າງຕັ້ງສຳນັກງານໃຫຍ່ຢູ່ຫວຽດນາມ. “ ສິ່ງນີ້ສາມາດສະ​ແດງ​ໃຫ້ເຫັນວ່າວິສາຫະກິດຍີ່ປຸ່ນມີ​ຄວາມ​ຄາດ​ຫວັງ​ກ່ຽວ​ກັບ​ການລົງທຶນຢູ່ຫວຽດນາມ.ບັນດາວິສາຫະກິດຍີ່ປຸ່ນມີ​ຄວາມ​ໄວ້​ເນື້ອເຊື່ອໃຈ​ຕໍ່ການພັດທະນາຂອງຫວຽດນາມໃນສະພາບກາບ ໃໝ່”.

ກອງ ປະ ຊ ມ ໂອ ລ ມ ສ ນ ທະ ນາ ເພ ອ ແກ ໄຂ ຄວາມ ຕ ດ ຂ ດ ໃຫ ແກ ວ ສາ ຫະ ກ ດ ຍ ປ ນ ຢ ຫວຽດ ນາມ ຫວຽດ​ນາມຊຸກ​ຍູ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດພັດ​ທະ​ນາ​ແບບ​ຍືນ​ຍົງ

ຍ​ສ​ໝ - ເວທີປາໄສໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງ ຫວຽດນາມ (VBCSD) ຈັດຂຶ້ນ ໄດ້ດຶງດູດເອົາການເຂົ້າຮ່ວມໂດຍກົງ ຂອງຜູ້ແທນ ກ່ວາ 300ຄົນ ທັງຢູ່ພາຍແລະຕ່າງປະເທດ ແລະ ຜູ້ແທນເກືອບ 500 ຄົນຕິດຕາມທາງອອນລາຍ.

ກອງ ປະ ຊ ມ ໂອ ລ ມ ສ ນ ທະ ນາ ເພ ອ ແກ ໄຂ ຄວາມ ຕ ດ ຂ ດ ໃຫ ແກ ວ ສາ ຫະ ກ ດ ຍ ປ ນ ຢ ຫວຽດ ນາມ ບັນ​ດາວິ​ສາ​ຫະ​ກິດ ຍີ່​ປຸ່ນ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ຮົ່ງ​ນາມ ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ດາ​ຄວາ​ມມາ​ນະ​ພະ​ຍາ​ຍາມ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ເສດ​ຖະ​ກິດ​ໂລກຢ່າງ​ເລິກ​ເຊິ່ງ​ກ່​ວາ​ອີກ ແລະ ບາງ​ຜົນ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ

ກອງ ປະ ຊ ມ ໂອ ລ ມ ສ ນ ທະ ນາ ເພ ອ ແກ ໄຂ ຄວາມ ຕ ດ ຂ ດ ໃຫ ແກ ວ ສາ ຫະ ກ ດ ຍ ປ ນ ຢ ຫວຽດ ນາມ ຫວຽດ​ນາມ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ໃຊູ້​ຄວາມ​ຮຸນ​ແຮງ​ຢູ່ ​ສາ​ທາລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ກົງ​ໂກ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ຫວຽດ​ນາມ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃສ່​ສາ​ມັນ​ຊົນ ເມື​ອ່ ປະ​ຊາ​ຊົນ​ກ່​ວາ 5,2 ລ້ານ​ຄົນ​ບໍ່​ມີ​ເຮືອນ​ຢູ່, 21,8 ກ່​ວາ​ຄົນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ປະ​ເທດນີ້.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.