ບົດ​ບາດ​ຂອງ ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ

14:06 | 21/12/2020

ຍ​ສ​ໝ - ຫວຽດ​ນາມ​ຮັກ​ສາ​ນະ​ໂຍ​ບາຍ​ທາງ​ການ​ທູດ ສັນ​ຕິ​ພາບ, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເພື່ອນ​ມິດ ແລະ ຄູ່​ຮ່ວມ​ມື​ທີ່​ເປັນ​ໜ້າ​ໄວ້​ວາງ​ໃຈ​ຂອງ​ບັນ​ດາ​ປະ​ເທດ​ທັງ​ໝົດ​ໃນ​ປະ​ຊາ​ຄົມ​ສາ​ກົນ, ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ​ມີ​ການ​ພົວ​ພັນ​ທີ່​ອົບ​ອຸນ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ອັນ​ດີ​ງາມ​ຂອງ​ກັນ.

ບ ດ ບາດ ຂອງ ຫວຽດ ນາມ ໃນ ເວ ທ ສາ ກ ນ ນ ບ ມ ນ ບ ເພ ມ ຂ ນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່ານ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ລັດ​ເຊຍ
ບ ດ ບາດ ຂອງ ຫວຽດ ນາມ ໃນ ເວ ທ ສາ ກ ນ ນ ບ ມ ນ ບ ເພ ມ ຂ ນ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ມີ​ການ​ເຮັດ​ວຽກ​ກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko
ບ ດ ບາດ ຂອງ ຫວຽດ ນາມ ໃນ ເວ ທ ສາ ກ ນ ນ ບ ມ ນ ບ ເພ ມ ຂ ນ
ທ່ານ ໂງ​ດຶກ​ແມັ້ງ ເອກ​ອັກ​ຄະລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລັດ​ເຊຍ (ພາບ: TTXVN)

ຫວ່າງ​ແລ້ວນີ້, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ສາ​ກົນ ທາງ​ອອນ​ລາຍ ບົດ​ບາດ​ປ່​ຽນ​ແປງ​ຂອງ ຫວຽດ​ນາມ ໃນ​ໂລກ​ປັດ​ຈຸ​ບັນ: ມຸ່ງ​ໄປ​ສູ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIIIຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ”. ກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ສະ​ຖາ​ບັນ ໂຮ່​ຈີ​ມິນ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ Saint Petersburg ຈັດ​ຂຶ້ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ ບັນ​ດາ​ນັກ​ຮຽ​ນ​ຮູ້​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ລັດ​ເຊຍ, ກາ​ຊັກ​ສະ​ຖານ, ອິນ​ໂດ​ເນ​ເຊຍ, ສ​ປ​ປ.ເກົາຫຼີ, ຫວຽດ​ນາມ.

ໃນ​ບົດ​ກ່າວ​ປາ​ໄສ​ທີ່​ສະ​ຖານ​ທີ່​ເຊື່ອມ​ຕໍ່ຢູ່ ຮ່າ​ໂນ້ຍ, ທ່ານ Konstantin Vnukov ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ​ປະ​ຈຳ ຫວຽດ​ນາມ ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ບົດ​ບາດ​ສຳ​ຄັນ​ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ໃນ​ການ​ນຳ​ພາ​ວິ​ກິດ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ດ້ວຍ​ບັນ​ດາ​ຜົນ​ງານ​ທີ່​ເປັນ​ໜ້າ​ຮັບ​ຮູ້ ຄື: ເສດ​ຖະ​ກິດ​ມີ​ການ​ເຕີບ​ໂຕ​ສູງ​ໃນຫຼາຍ​ປີ, ຫວຽດ​ນາມ​ ນັບ​ມື້​ນັບ​ເຊື່ອມ​ໂຍງ ແລະ ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະ​ຊາ​ຄົມ​ສາ​ກົນ. ພິ​ເສດ, ຫວຽດ​ນາມ ໄດ້​ກາຍ​ເປັນໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ປະ​ເທດ​ຮັກ​ສາ​ໄດ້​ທ່າ​ເຕີບ​ໂຕ​ເສດ​ຖະ​ກິດ ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19.

ສ່ວນ​ທ່ານ ໂງ​ດຶກ​ແມັ້ງ ເອກ​ອັກ​ຄະລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລັດ​ເຊຍ ໄດ້​ເນັ້ນໜັກ​ວ່າ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ​ມີ​ຄວາມ​ໝາຍ​ພິ​ເສດ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ ຂອງ ຫວຽດ​ນາມ. ໂດຍ​ແບ່ງ​ປັນ​ກັບ​ການ​ຕີ​ລາ​ຄາ​ຂອງ​ທ່ານ K. Vnukov, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລັດ​ເຊຍ ໄດ້​ເນັ້ນໜັກ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ເທດ​ຊາດ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່, ພິ​ເສດ​ແມ່​ນ​ຮັກ​ສາ​ໄດ້​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສ​າ​ກົນ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ.

ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້​ລັດ​ເຊຍ ແລະ ສາ​ກົນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ຈຸ​ດ​ພົ້ນ​ເ​ດັ່ນ​ໃນ​ນະ​ໂຍ​ບາຍ​ທາງ​ການ​ທູດ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ ຫວຽດ​ນາມ, ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ​ໃນ​ບັນ​ດາ​ຂົງ​ເຂດ​ ເສດ​ຖະ​ກິດ - ການ​ເມືອງ - ສັງ​ຄົມ​ໃນ​ໄລ​ຍະ​ຜ່ານ​ມາ… ມີບົດ​ປະ​ກອບ​ຄຳ​ເຫັນ​​ຫລາຍ​ບົດຊີ້​​ແຈ້ງວ່າ ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19 ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ​ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ພິ​ເສດ, ຫວຽດ​ນາມ​ຮັກ​ສາ​ນະ​ໂຍ​ບາຍ​ທາງ​ການ​ທູດ ສັນ​ຕິ​ພາບ, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເພື່ອນ​ມິດ ແລະ ຄູ່​ຮ່ວມ​ມື​ທີ່​ເປັນ​ໜ້າ​ໄວ້​ວາງ​ໃຈ​ຂອງ​ບັນ​ດາ​ປະ​ເທດ​ທັງ​ໝົດ​ໃນ​ປະ​ຊາ​ຄົມ​ສາ​ກົນ, ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ​ມີ​ການ​ພົວ​ພັນ​ທີ່​ອົບ​ອຸນ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ອັນ​ດີ​ງາມ​ຂອງ​ກັນ.

ບ ດ ບາດ ຂອງ ຫວຽດ ນາມ ໃນ ເວ ທ ສາ ກ ນ ນ ບ ມ ນ ບ ເພ ມ ຂ ນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່ານ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ລັດ​ເຊຍ

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັ​ບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ອວຍ​ພອ​ນ​ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ ​ໃນ​ອາ​ຍຸ​ການ​ປະ​ຕິ​ບັດງານ​ຂອງ​ຕົນ​ເອງ, ທ່ານ​ກໍ່​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໃນ​ການ​ປັບ​ປຸງ ແລະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ.

ບ ດ ບາດ ຂອງ ຫວຽດ ນາມ ໃນ ເວ ທ ສາ ກ ນ ນ ບ ມ ນ ບ ເພ ມ ຂ ນ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ມີ​ການ​ເຮັດ​ວຽກ​ກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko

ຍ​ສ​ໝ - ຮອງນາຍົກລັດຖະມົນຕີສອງທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເຖິງວ່າໄດ້ຮັບຜົນກະທົບຫຼາຍພໍສົມຄວນຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ການແລກປ່ຽນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍໃນ 9 ເດືອນຕົ້ນປີ 2020 ມີສັນຍານຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໄດ້ລະດັບ 4,1 ຕື້ USD (ເພີ່ມຂຶ້ນ 13%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019).

ບ ດ ບາດ ຂອງ ຫວຽດ ນາມ ໃນ ເວ ທ ສາ ກ ນ ນ ບ ມ ນ ບ ເພ ມ ຂ ນ ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ເລ​ຂາ​ສະ​ພາຄວາມໝັ້ນ​ຄົງ​ ສ​ະ​ຫະ​ພັນ ລັດ​ເຊຍ

ຍ​ສ​ໝ - ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນ ລັດເຊຍ ເປັນສຳຄັນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.