ສະພາຄວາມໝັ້ນຄົງ ປສຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ

06:35 | 19/12/2020

ຍ​ສ​ໝ - ທ່ານ​ນາງ Deborah Lyons ທູດ​ພິ​ເສດ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ອາບ​ກາ​ນິດ​ສະ​ຖານ ທັງ​ເປັນ​ຜູ້​ນຳ​ໜ້າ UNAMA ໃຫ້​ຮູ້​ວ່າ ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ ລັດ​ຖະ​ບານ ອາບ​ກາ​ນິດ​ສະ​ຖານ ແລະ ກຳ​ລັງ​ຕາ​ລີ​ບານ ບັນ​ລຸ​ໄດ້​ບາງ​ຄວາມ​ຄືບ​ໜ້າ, ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ເລື່ອງ​ສອງ​ປະ​ເທດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ຂໍ້​ກຳ​ນົດ ແລະ ລະ​ບຽບ​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 2 ທັ​ນ​ວາ 2020.

ຫວຽດ​ນາມ​​ເປັນ​ປະ​ທານ​ຮ່ວມກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ
ສະພາຄວາມໝັ້ນຄົງ ສປຊ ຈັດຕັ້ງກອງປະຊຸມເພື່ອຊອກຫາວິທີການແກ້ໄຂໃຫ້ແກ່ສະພາບການວິກິດການຢູ່ ເຢແມນ
ສະພາຄວາມໝັ້ນຄົງ ປສຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ
ກອງ​ປະ​ຊຸ​ມ​ທາງ​ອອນ​ລາຍ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ອາບ​ກາ​ນິດ​ສະ​ຖານ (ພາບ: baoquocte.vn)

ວັນ​ທີ 17 ທັນ​ວາ, ສະ​ພາ​ຄວາມ​ໝັ້ນ​ຄົງ ປ​ສ​ຊ ໄດ້​ຈັດ​​ກອງ​ປະ​ຊຸ​ມ​ທາງ​ອອນ​ລາຍ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ອາບ​ກາ​ນິດ​ສະ​ຖານ ແລະ ການ​ເຄື່ອນ​ໄຫວ​ຂອງ ຄະ​ນະ​ປະ​ຕິ​ບັດ​ກ​ານ​ໜູນ​ຊ່ວຍ​ຂອງ ສ​ປ​ຊ ປະ​ຈຳ​ປະ​ເທດນີ້ (UNAMA).

ເມື່ອ​ລາຍ​ງານ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປຊ, ທ່ານ​ນາງ Deborah Lyons ທູດ​ພິ​ເສດ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ອາບ​ກາ​ນິດ​ສະ​ຖານ ທັງ​ເປັນ​ຜູ້​ນຳ​ໜ້າ UNAMA ໃຫ້​ຮູ້​ວ່າ ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ ລັດ​ຖະ​ບານ ອາບ​ກາ​ນິດ​ສະ​ຖານ ແລະ ກຳ​ລັງ​ຕາ​ລີ​ບານ ບັນ​ລຸ​ໄດ້​ບາງ​ຄວາມ​ຄືບ​ໜ້າ, ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ເລື່ອງ​ສອງ​ປະ​ເທດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ຂໍ້​ກຳ​ນົດ ແລະ ລະ​ບຽບ​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 2 ທັ​ນ​ວາ 2020 ແລະ ຄ​າດ​ວ່າ​ຈະ​ເລີ່ມ​ປຶກ​ສາ​ຫາ​ລື​ບັນ​ດາ​ເນື້ອ​ໃນ​ແທ້​ຈິງ​ເລີ່ມ​ແຕ່​ວັນ​ທີ 5 ມັງ​ກອນ 2021.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ​ນາງ Lyons ຍັງ​ສະ​ແດງ​ຄວາມ​ວິກ​ຕົກ​ກັງ​ວົນ​ກ່ຽວ​ກັບການ​ເພີ່ມ​ຂຶ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ນັບ​ແຕ່​ເວ​ລາ ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ເລີ່ມ​ຕົ້ນ​ແຕ່​ເດືອນ​ກັນ​ຍາ 2020 ມາ​ຮອດ​ປັດ​ຈຸ​ບັນ, ທ່ານ​ນາງຮຽກ​ຮ້ອງ​ໃຫ້​ກຳ​ລັງ​ຕາ​ລີ​ບານ ແລະ ບັນ​ດາ​ອົງ​ການ​ການ​ກໍ່​ການ​ຮ້າຍ​ຕ່າງໆ ຢູ່​ອາບ​ກາ​ນິດ​ສະ​ຖານ ຢຸດ​ຕິ​ບັ້ນ​ບຸກ​ໂຈມ​ຕີ​ໃສ່​ສາ​ມັກ​ຊົນ ແລະ ພື້ນ​ຖານ​ໂຄງ​ລ່າງ​ພົນ​ລະ​ເຮືອນ.

ທ່ານ​ດັ້ງ​ດິ່ງ​ກຸ໊ຍ, ຫົວ​ຄ້​າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ສ​ປຊ ໄດ້​ຢັ້​ງ​ຢືນ​ຄືນ​ໃໝ່​ການ​ສະ​ໜັບ​ສະ​ໜູນ​ຕໍ່​ວິ​ວັດ​ທະ​ນາ​ການ​ສ້າງ​ສັນ​ຕິ​ພາບ​ໂດຍ ​ຊາວ​ອາບ​ການ​ິດ​ສະ​ຖານ​ນຳ​ໜ້າ ແລະ ເປັນ​ເຈົ້າຂອງ, ທ່ານ​ກໍ່​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໄລ​ຍະ​ຍາວ​ໂດຍ​ໄວ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສະ​ຖຽນ​ລະ​ພາ​ບ ແລະ ຄວາມ​ສະ​ດວກ​ໃຫ້​ແກ່​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້ແບ່ງ​ປັນ​ຄວາມ​ວິ​ຕົກ​ກັງ​ວັນ​ ກ່ຽວ​ກັບ​ການ​ເພີ່ມ​ການ​ໃຊ້​ຄວາມ​ຮຸນ​ແຮງ​ ຢູ່​ອາບ​ກາ​ນິດ​ສະ​ຖານ ແລະ ສະເໜີ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ປະ​ຕິ​ບັດຕາມ​ກົດ​ໝາຍ​ວ່າ​ດ້ວຍມະ​ນຸດ​ສະ​ທຳ​ສາ​ກົ​ນ, ຮັບ​ປະ​ກັນ​ການ​ສຳ​ຜັດ​ມະ​ນຸດ​ສະ​ທຳ ແລະ ສາ​ທາ​ລະ​ນະ​ສຸກ​ຢ່າງ​ຄົບ​ຖວ້ນ. ທ່ານ​ ດັ້ງ​ດິ່ງ​ກຸ໊ຍ ກໍ່​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ອາບ​ກາ​ນິດ​ສະ​ຖານ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ແກ້​ໄຂ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ມະ​ນຸດ​ສະ​ທຳ.

ຫວຽດ​ນາມ​​ເປັນ​ປະ​ທານ​ຮ່ວມກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ

ຍ​ສ​ໝ - ບັນດາປະເທດ ເກືອບທັງໝົດໄດ້ສະໜັບສະໜູນການນຳໃຊ້ມາດຕະການເປັນກາງໃນການສະກັດກັ້ນ, ແກ້ໄຂການຂັດແຍ້ງ, ປະທະກັນ ໂດຍຖືວ່າ ສະພາຄວາມໝັ້ນຄົງ ສປຊ ມີບົດບາດຕົ້ນຕໍ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ຄວນສືບຕໍ່ໜູນຊ່ວຍ, ຊຸກຍູ້ມາດຕະການເປັນກາງຜ່ານການສະໜັບສະໜູນດ້ານການເມືອງໃຫ້ແກ່ ການເປັນກາງ, ກຳມະການໄກ່່ເກ່ຍ, ສ້າງກຳລັງຄວາມສາມາດເປັນກາງ ໃຫ້ແກ່ບັນດາອົງການຈັດຕັ້ງພາກພື້ນ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ຕໍ່ວິວັດທະນາການຄວາມເປັນກາງ.

ສະພາຄວາມໝັ້ນຄົງ ສປຊ ຈັດຕັ້ງກອງປະຊຸມເພື່ອຊອກຫາວິທີການແກ້ໄຂໃຫ້ແກ່ສະພາບການວິກິດການຢູ່ ເຢແມນ

ຍ​ສ​ໝ - ນັກ​ລາຍ​ງານ​ໄດ້ໃຫ້​ຮູ້​ວ່າສະຖານະການຍັງສືບຕໍ່ຮ້າຍແຮງຂຶ້ນຢູ່ໃນຫຼາຍ​ແຫ່ງ​ທີ່ເຢເມນ, ເຮັດໃຫ້​ສາ​ມັນ​ຊົນຫຼາຍຄົນເສຍຊີວິດ ແລະໄດ້ຮັບບາດເຈັບ; ​ເມື່ອສະແດງຄວາມວິຕົກກັງວົນຕໍ່ການບຸກໂຈມຕີ​ຢູ່ Ma'rib ທີ່ນາບຂູ່ຕໍ່ສາ​ມັນ​ຊົນ ແລະ ມີ​ຄວາມ​ສ່ຽງນາບຂູ່ທຳ​ລາຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ສ​ປ​ຊ ໃນ​ການ​ເຈ​ລະ​ຈາ​ສະ​ເໜີ​ສ້າງ​ສັນ​ຕິ​ພາບ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ໃນ​ຊຸມ​ເດືອນ​ທີ່​ຜ່ານ​ມາ.

ຫາງສຽງສາກົນກ່ຽວກັບເລື່ອງຫວຽດນາມຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ

ຍສໝ - ພາຍຫຼັງທີ່ຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດອາຍຸການ 2020-2021, ບັນດານັກການທູດປະເທດຕ່າງໆ ໄດ້ສົ່ງຄຳອວຍພອນເຖິງຫວຽດນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.