ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ທ່າ​ກ່ຳ​ປັ່ນ ແລະ ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ເອ​ຢິບ

06:30 | 19/12/2020

ຍ​ສ​ໝ - ທ່ານ Mohamed Taher ElSherief ເຈົ້າ​ຄອງ​ນະ​ຄອນ Alexandria ເອ​ຢິ​ບຖື​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ເອ​ຢິບ ກໍ່​ຄື​ບັນ​ດາ​ທ້ອງ​ຖິ່ນ 2 ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ໄດ້​ພັດ​ທະ​ນາ​ຢ່າງ​ແຮງ, ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ກາ​ນ້​ຄາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວົງ​ເງິນ​ສົ່ງ​ອອກ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ຕ່ຳ​ກ່​ວາ​ເມື​່ອ​ທຽບ​ໃສ່​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ທັງ​ສອງ​ຝ່າຍ.

ບັນ​ດາພິທີສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ ຢູ່​ຕ່າງ​ປະ​ເທດ
ເອຢິບ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຫວຽດ​ນາມ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ທ່າ​ກ່ຳ​ປັ່ນ ແລະ ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ເອ​ຢິບ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ທ່າ​ກ່ຳ​ປັ່ນ ແລະ ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ເອ​ຢິບ (ພາບ: VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ທ່າ​ກ່ຳ​ປັ່ນ, ແລກ​ປ່ຽນ​ກາ​ນ​ຄ້າ, ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ການ​ຕະຫຼາດ ແລະ ແລກ​ປ່ຽນພົວ​ພັນ​ວັດ​ທະ​ນະ​ທຳ ແມ່ນ​ຈຸດ​ສຸມ​ໃນ​ການ​ພົ​ບ​ປະ​ກັນ​ລະ​ຫວ່າງ ທ່ານ ເຈິ່ນ​ແທັງ​ກົງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເອ​ຢິບ ກັບ​ ເຈົ້າ​ຄອງ​ນະ​ຄອນ Alexandria ເອ​ຢິ​ບ ແລະ ປະ​ທານ​ຫ້ອງ​ການ​ຄ້າ Alexandria ໃນ​ວັນ​ທີ 16 ແລະ 17 ທັ​ນ​ວາ.

ທີ່​ບັນ​ດາ​ການ​ພົບ​ປະ​ ແລະ ເຮັດ​ວຽກ, ທ່ານ ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ເຈິ່​ນ​ແທັງ​ກົງ ໄດ້​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ແລະ ເອ​ຢິບ ມີ​ການ​ພົວ​ພັນ​ມູນ​ເຊື້ອ​ທີ່​ດີ​ງາມ. ເພື່ອວົງ​ເງິນ​​ລະ​ຫວ່​າງສອງ​ຝ່າຍ ບັນ​ລຸ​ໄດ້​ຄາດ​ໝາຍ 1 ຕື້ USD ຄື​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ວາງ​ອອກ, ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຈິ່ນ​ແທັງ​ກົງແລ້​ວ, ບັນ​ດາກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ​ສອງ​ປະ​ເທດ ຕ້ອງ​ຊຸກ​ຍູ້​ການ​ຮ່ວມ​ມື​ເພື່ອ​ບັນ​ດາ​ບົດ​ບັນ​ທຶກ, ຂ​ໍ້​ຕົກ​ລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ ມີ​ຄວາມ​ແທ້​ຈິງ ແລະ ປະ​ສິດ​ທິ​ຜົນ ກໍ່​ຄື​ວິ​ສາ​ຫະ​ກິດ, ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ແບ່​ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ການ​ຮ່ວມ​ມື​ລົງ​ທຶນ, ໜູນ​ຊ່ວຍ​ການ​ຕະຫຼາດ. ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ເຈິ່ງ​ແທັງ​ກົງ​ຖື​ວ່າ ບັນ​ດາ​ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ຄວາມ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕ​ໍ່​ໂດຍ​ກົງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຜ່ານ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ, ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ​້າ.

ສ່ວນ​ທ່ານ Mohamed Taher ElSherief ເຈົ້າ​ຄອງ​ນະ​ຄອນ Alexandria ເອ​ຢິ​ບຖື​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ເອ​ຢິບ ກໍ່​ຄື​ບັນ​ດາ​ທ້ອງ​ຖິ່ນ 2 ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ໄດ້​ພັດ​ທະ​ນາ​ຢ່າງ​ແຮງ, ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ກາ​ນ້​ຄາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວົງ​ເງິນ​ສົ່ງ​ອອກ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ຕ່ຳ​ກ່​ວາ​ເມື​່ອ​ທຽບ​ໃສ່​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ທັງ​ສອງ​ຝ່າຍ.

​ທ່ານ Mohamed ກໍ່​ຢັ້ງ​ຢືນ​ວ່າ ໂດຍ​ແມ່ນ​ນະ​ຄອນ​ໃຫຍ່​ອັນ​ດັບ​ທີ 2 ຢູ່​ເອ​ຢິບ ແລະ​ມີ​ຄວາມ​ສຳ​ຄັນ​ດ້ານ​ເສດ​ຖະ​ກິດ, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ທ່າ​ກ່ຳ​ປັ່ນ, ການ​ຂົນ​ສົ່ງ​ສິນ​ຄ້າ, ການ​ໜູນ​ຊ່ວຍ​ການ​ຕະຫຼາດ ແລະ ການ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາດ, ເຫດ​ການ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ສິນ​ຄ້າ​ຂອງ ຫວຽດ​ນາມ ຢູ່ Alexandria. ນອກ​ຈາກ​ນັ້ນ, ນະ​ຄອນ Alexandriaກໍ່​ມີ​ຄວາມ​ປ​າດ​ຖະ​ໜາ​ຢາກ​ຮ່ວມ​ມື​ໃນ​ຂົງ​ເຂດ​ກາ​ນ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ກັບ ຫວຽດ​ນາມ ແລະ ບັນ​ດາ​ທ້ອ​ງ​ຖິ່ນ​ຂອງ ຫວຽດ​ນາມ.

ບັນ​ດາພິທີສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ ຢູ່​ຕ່າງ​ປະ​ເທດ

ຍ​ສ​ໝ - ຢູ່ອີຢິບ, ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດເຫດການໂຄສະນາວັດທະນະທຳ ແລະ ພາບພົດກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ເຖິງສື່ມວນຊົນ ແລະ ເພື່ອນມິດອີຢິບ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ນແທັ່ງກົງ, ໄດ້ເປັນປະທານການພົບປະກັບສື່ມວນຊົນ ແລະ ແນະນຳກ່ຽວກັບບັນດາຈຸດຄວາມງາມທາງດ້ານວັດທະນະທຳ, ອາຫານການກິນຂອງຫວຽດນາມ ເຖິງສື່ມວນຊົນ ແລະ ເພື່ອມມິດອີຢິບ.

ເອຢິບ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຫວຽດ​ນາມ

ຍ​ສໝ - ທ່ານ ແທງ​ກົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ເອ​ຢິບໃຫ້​ຮູ້​ວ່າ:ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ, ກ່ອນ​ອື່ນ​ໝົດ​ຕ້ອງ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ເພື່ອ​ຈາກ​ນັ້ນ, ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ກັນ. ສອງ​ປະ​ເທດ​ພ້ອມ​ກັນ​ຮ່ວມ​ມື ແລະ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ພ້ອມ​ກັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ.

ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາ​ມ - ເອ​ຢິບ

ຍ​ສ​ໝ - ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ພ​ໍ​ໃຈ​ກ່ຽວ​ກັບ​ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ ທີ່​ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ໄລ​ຍະ​ມໍ່ໆ​ມານີ້, ພິ​ເສດ​ແມ່ນ​ຜ່ານ​ບັນ​ດາ​ການ​ເດີນ​ທາງ​ຢ້ຽມ​ຢາມ​ຂັ້ນ​ສູງ​ຂອງ ທ່ານ El-Sisi ປະ​ທາ​ນາ​ທິ​ບໍ​ດີ ເອ​ຢີ​ບ​ມາ​ຍັງ​ຫວຽດ​ນາມ​ໃນ​ເດືອນ​ກັນ​ຍາ 2017 ແລະ ທ່ານ ເຈິ່ນ​ດ້າຍກວາງ ອະ​ດີດ​ປະ​ທານ​ປະ​ເທດ ຫວຽດ​ນາມ​ໄປ​ຍັງ​ເອ​ຢິບ ໃນ​ເດືອນ ສິງ​ຫາ 2018.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.