ຫວຽດນາມສືບຕໍ່ສະແດງບົດບາດຄວບຄູ່ຢູ່​ ສ​ປ​ຊ

16:30 | 21/12/2020

ຍ​ສ​ໝ - ຫວຽດນາມຕັ້ງໜ້າປະສານສົມທົບຫຼັກໝັ້ນຂອງຕົນກັບອິນໂດເນເຊຍ ເພື່ອອອກຖະແຫຼງການຮ່ວມ ຢູ່ສະພາຄວາມໝັ້ນຄົງກ່ຽວກັບສະພາບການຢູ່ໂຊມາເລຍ, ລີບີ. ແລະ ພາກພື້ນ Sahel (ອາຟຣິກາເໜືອ) ໃນເດືອນພະຈິກປີ 2020.

ຫວຽດນາມສ ບຕ ສະແດງບ ດບາດຄວບຄ ຢ ສ ປ ຊ ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ຊອກ​ຮູ້​ໂອ​ກາດ​ລົງ​ທຶນ ຢູ່ ເຂດ​ເສດ​ຖະ​ກິດ​ພິ​ເສດ ສະ​ຫວັນ - ເຊ​ໂນ, ສ​ປ​ປ.ລາວ
ຫວຽດນາມສ ບຕ ສະແດງບ ດບາດຄວບຄ ຢ ສ ປ ຊ ​ຫວຽດ​ນາມ​ເຂົ້າ​ຮ່ວມ​​ການປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ຢູ່ Sahara ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ
ຫວຽດນາມສ ບຕ ສະແດງບ ດບາດຄວບຄ ຢ ສ ປ ຊ
ພາບ​ປະ​ກອບ: baoquocte.vn

ໃນ​ເດືອນ​ທີ່​ຜ່ານ​ມາ, ຫວຽດ​ນາມ​ສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ກ່​ວາ ແລະ ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ບົນ​ຈິດ​ໃຈ​ເອ​ກະ​ລາ, ເປັນ​ເຈົ້າ​ຂອງ, ຕ​ັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ​ສະ​ເໝີ​ພາບ, ສະ​ແດງ​ໃຫ້ຫຼັກ​ໝັ້ນ​ປະ​ຕິ​ບັດ​ກົດ​ບັດ​ສ​ປ​ຊ ແລະ ບັນ​ດາຫຼັກ​ການ​ພື້​ນ​ຖານ​ຂອງ ກົດ​ໝາຍ​ສາ​ກົນ, ສະ​ໜັບ​ສະ​ໜູນ​ການ​ຊອກ​ຫາ​ວິ​ທີ​ການ​ໃຫ້​ແກ່​ບັນ​ດາ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ ແລະ ສາ​ກົນ ຜ່ານ​ບັນ​ດາ​ການ​ເຈ​ລະ​ຈາສັນ​ຕິ​ພາບ, ພ້ອມ​ທັງ​ເຊີດ​ຊູ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ປະ​ສົບ​ການ​ຂອງ ຫວຽດ​ນາມ​ໃນ​ວິ​ວັດ​ການ​ສ້າງສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພາກ​ພື້ນ.

ສືບຕໍ່ເສີມຂະຫຍາຍບົດບາດ “ຄວ​ບຄູ່” ຂອງປະທານອາຊຽນໃນປີ 2020 ແລະ ສະມາຊິກບໍ່ປະ​ຈຳ​ການ​ຂອງ​ສະ​ພາຄວາມໝັ້ນຄົງ ສ​ປ​ຊ, ຫວຽດນາມຕັ້ງໜ້າປະສານສົມທົບຫຼັກໝັ້ນຂອງຕົນກັບອິນໂດເນເຊຍ ເພື່ອອອກຖະແຫຼງການຮ່ວມ ຢູ່ສະພາຄວາມໝັ້ນຄົງກ່ຽວກັບສະພາບການຢູ່ໂຊມາເລຍ, ລີບີ. ແລະ ພາກພື້ນ Sahel (ອາຟຣິກາເໜືອ) ໃນເດືອນພະຈິກປີ 2020.

ພວກເຮົາຊຸກ​ຍູ້ການພົວພັນສອງຝ່າຍຜ່ານການສະໜັບສະໜູນຂໍ້ລິເລີ່ມບູລິມະສິດຂອງ Saint Vincent ແລະ Grenadines ເຊັ່ນເລື​່ອງການນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດເຂົ້າຮ່ວມແລະກ່າວ ເຫັນຢູ່ກອງປະຊຸມສຸດຍອດທາງ​ອອນ​ລາຍ ກ່ຽວກັບ“ ການສ້າງສາ ແລະ ຮັກສາສັນ​ຕິ​ພາບ: ບັນ​ດາ​ປັດ​ໄຈ​ໃນ​ປັດ​ຈຸ​ບັນນຳ​ມາ​ເຖິງ​ການ​ປະ​ທະ​ກັນ ແລະ ເສຍ​ຄວາມ​ສະ​ຫງົ​ບ”.

ກ່ຽວກັບບັນຫາທີ່ສັບສົນເຊິ່ງ​ມີ​ການການຂັດ​ແຍ້ງ​ກັນ​ກ່ຽກ​ັບຜົນປະໂຫຍດ ລະຫວ່າງ ບັນດາປະເທດ, ຫວຽດນາມ ສືບຕໍ່ມີນະໂຍບາຍທີ່​ຄ່ອງ​ແຄ້ວ ແລະ ມີຄວາມສົມ​ເຫດ​ສົມ​ຜົນ. ຍົກຕົວຢ່າງຄື: ໃນປະເທດຊີເຣຍ, ຫວຽດ​ນາມ ໄດ້ມາ​ນະພະຍາຍາມຕິດຕໍ່ສື່ສານດ້ວຍຄວາມຈິງໃຈແລະມີລັກສະນະສ້າງສັນເພື່ອຊອກຫາວິທີແກ້ໄຂເພື່ອຮັດ​ແຄບຄວາມແຕກຕ່າງລະຫວ່າງສອງຝ່າຍ.

ກ່ຽວກັບຂໍ້ຂັດແຍ່ງ Nagorno-Karabakh, ຫວຽດ​ນາມ​ໄດ້​ຍົກ​ສູງ​ການ​ປະ​ຕິ​ບັດຫຼັກການແຫ່ງຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແຫ່ງ​ຊາດ, ບໍ່​ນຳ​​ໃຊ້ກຳລັງອາ​ວຸດ ຫຼື ນາບຂູ່ໃຊ້ກຳລັງອາ​ວຸດ ເພື່ອແກ້ໄຂຂໍ້ຂັດແຍ່ງໃນການພົວພັນສາກົນ. ກ່ຽວກັບບັນຫາຢູ່ຕາເວັນອອກກາງ, ​ຫ​ວຽດ​ນາມ​ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກສ້າງເງື່ອນໄຂສະດວກໃຫ້ແກ່ການເຈລະຈາສັນຕິພາບໂດຍໄວ.

ຫວຽດນາມສ ບຕ ສະແດງບ ດບາດຄວບຄ ຢ ສ ປ ຊ ກອງ​ປະ​ຊຸມ​ລະ​ຫວ່າງ 10 ປະ​ເທດ​ກຳ​ມະ​ການ​ບໍ່​ປະ​ຈຳ​ການໃນປັດ​ຈຸ​ບັນ (E10) ແລະ 5 ປະ​ເທດ​ຫາກໍ່​ໄດ້ຮັບ​ການ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການບໍ່​ປະ​ຈຳ​ການ (I5)

ຍ​ສ​ໝ - ກອງ​ປະ​ຊຸມ​ມີ​ຫົວ​ຂໍ້ “ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ເພື່ອ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ: ປະ​ສົບ​ການ ແລະ ບົດ​ຮຽນ​​ທີ່ດີ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ທີ່​ຫາກໍ່​ໄດ້​ຮັບ​ການ​ເລືອ​ກ​​ຕັ້ງເປັນ​ກຳ​ມະ​ການບໍ່​ປະ​ຈຳ​ການ” ຜ່ານ​ທາ​ງ​ອອນ​ລາຍ ແລະ ໂດຍ​ກົງ.

ຫວຽດນາມສ ບຕ ສະແດງບ ດບາດຄວບຄ ຢ ສ ປ ຊ ຫວຽດນາມຢັ້ງ​ຢືນການສະໜັບສະໜູນວິວັດທະນາການສ້າງສັນຕິພາບໂດຍຊາວອາບການິດສະຖານເປັນຜູ້ນຳພາ ແລະເປັນເຈົ້າຂອງຄືນໃໝ່

ໃນ​ບົດ​ກ່າວ​ປາ​ໄສ, ທ່ານ Ashraf Ghani ໄດ້​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ລັດ​ຖະ​ບານ ອາບ​ກາ​ນິດ​ສະ​ຖານ ເພື່ອ​ມຸ່ງ​ໄປ​ສູ່​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ໃນ​ນັ້ນ​ມີ​ການມອບ​ສົ່ງ​ຊະເລີຍເສິກໃຫ້​ແກ່​ກະ​ລັງ​ຕາ​ລາ​ບານ ເພື່ອ​ແນ​ໃສ່​ສ້າ​ງ​ເງື່ອນ​ໄຂ​ຢ່າງ​ສະ​ດວກ​ໃຫ້​ແກ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ.

ຫວຽດນາມສ ບຕ ສະແດງບ ດບາດຄວບຄ ຢ ສ ປ ຊ ຫວຽດ​ນາມ​ປາດ​ຖະ​ໜາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ, ລວມ​ມີ​ບັນ​ຫາ ປາ​ແລັດ​ສະ​ຕິນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.