ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນ ໄດ້ແລກປ່ຽນ, ຕີລາຄາກ່ຽວກັບແງ່ຫວັງ ດ້ານເສດຖະກິດໂລກ ປີ 2023, ປະສົບການ ຍູ້ແຮງວຽກງານ ຄົ້ນຄວ້າ, ເປັນເສນາທິການ, ສ້າງບົດລາຍງານ, ຮັບໃຊ້ການບໍລິຫານເສດຖະກິດ - ສັງຄົມ ຂອງລັດຖະບານ.
ຍສໝ - ວັນທີ 27 ກໍລະກົດນີ້, ວັກຊີນ 5 ໃນ 1 ຈຳນວນ 185,700 ກວ່າຫຼອດ ໂດຍອົງການອະນາໄມໂລກ (WHO) ເເລະ UNICEF ມອບໃຫ້ ຫວຽດນາມ ໄດ້ມາຮອດຮ່າໂນ້ຍແລ້ວ. ພາຍຫຼັງໄດ້ກວດກາແລ້ວ, ຢາວັກຊີນຈຳນວນນີ້ຈະຖືກຈັດແບ່ງປັນໃຫ້ບັນດາທ້ອງຖິ່ນເພື່ອຮັບໃຊ້ການງຽກງານການສັກຢາກັນພະຍາດເປີດກ້ວາງໃຫ້ເດັກ.
ຍສໝ - ຖ້າຫາກວ່າໃນໄລຍະດຽວກັນຂອງປີກາຍນີ້, ເສດຖະກິດມີຍອດມູນຄ່າການຄ້າພຽງ 1,34 ຕື້ USD, ໃນ 7 ເດືອນຜ່ານມາ, ຕົວເລກດັ່ງກ່າວບັນລຸ 15,23 ຕື້ USD. ສະນັ້ນ ການຜະລິດອຸດສາຫະກຳ ແລະ ການສົ່ງອອກຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ຍສໝ - ທ່ານນາງ Park Mihyung, ຫົວໜ້າອົງການອົບພະຍົບສາກົນ (IOM) ປະຈຳ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສານຫວຽດນາມ ກ່ຽວກັບວຽກງານປ້ອງກັນ ແລະ ຕ້ານການຄ້າມະນຸດຢູ່ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 24 ກໍລະກົດ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ (KPL) ຄຳເຜີຍ ພິລາພາ ແລະ ຄະນະ KPL ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2023), ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ພົບປະກັບການນຳຄະນະໂຄສະນາສຶກສາສູນກາງພັກ, ກະຊວງຖະແຫຼງຂ່າວ ແລະ ສື່ມວນຊົນ, ສະມາຄົມນັກຂ່າວ ຫວຽດນາມ, ບັນດານັກຂ່າວຜູ້ອາວຸໂສ, ຜູ້ຕາງໜ້າການນຳບັນດາອົງການສື່ສານ ແມ່ນສະມາຊິກຂອງສະພາກຳມະການຮອບຄັດເລືອກ ແລະ ຮອງຊະນະເລີດການແຂ່ນຂັນຊີງລາງວັນ ຢຽນຮົ່ງ ຄັ້ງທີ 1, ການນຳບາງອົງການສື່ມວນຊົນທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ
ວັນທີ 10 ມິຖຸນານີ້, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເມືອງ ງອກໂຮ່ຍ, ແຂວງ ກອນຕູມ ໄດ້ມີການຈັດພິທີໄຫວ້ອາໄລ, ຝັງອັດຖິຂອງທະຫານອາສາສະໝັກ, ຊ່ຽວຊານຫວຽດນາມທີ່ສະຫຼະຊີວິດໃນສະໄໝສົງຄາມຢູ່ລາວ ແລະ ກຳປູເຈຍ 12 ຄົນ.
ຍສໝ - ສັນຍາວ່າດ້ວຍການຮ່ວມມືດ້ານວິທະຍາສາດ ລະຫວ່າງບັນດາສະຖາບັນ ແລະ ວິທະຍາໄລ ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ຍສໝ - ໃນການຮັບປະທານອາຫານຄັ້ງທຳອິດຕ້ອນຮັບລູກຫຼານຊາວລາວ, ພໍ່ແມ່ຊາວຫວຽດນາມ ໄດ້ເລືອກເອົາອາຫານທີ່ຄຸ້ນເຄີຍຄື: ຖົ່ວຂຽວ, ໝາກກ້ວຍຂຽວ, ໄກ່, ຊີ້ນໝູ... ແຕ່ມີຄວາມຊຳນານໃນການກະກຽມ ແລະ ເໝາະສົມກັບງານລ້ຽງ. ໂດຍສະເພາະ, ອາຫານທີ່ຂາດບໍ່ໄດ້, ໝາກເຜັດ - ເຄື່ອງເທດທີ່ຊາວລາວມັກ.
ຍສໝ - ສືບຕໍ່ການເຄື່ອນໄຫວຂອງໂຄງການແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 2, ຕອນບ່າຍວັນທີ 27 ມິຖຸນາ, ຢູ່ນະຄອນ ຮ່າຕິ້ງ, ແຂວງ ຮ່າຕິ້ງ ໄດ້ດຳເນີນການໂອ້ລົມເຈລະຈາ “ນາຍທະຫານປ້ອງກັນຊາຍແດນໜຸ່ມໜຸ່ມ ຫວຽດນາມ - ລາວ ເພີ່ມທະວີການສົມທົບກັນ, ຮ່ວມແຮງຮ່ວມໃຈກັນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ”.
ຍສໝ - ໃນວັນທີ 27 ມິຖຸນານີ້, ຢູ່ມະຫາວິທະຍາໄລແພດສາດ ແລະ ການຢາ ໄທບິ່ງ ໄດ້ຈັດພິທີປະດັບຫຼຽນໄຊແຮງງານຊັ້ນ 1 ໂດຍທ່ານປະທານປະເທດ ສປປ ລາວ ມອບ.
ຍສໝ - ປະຕິບັດຕາມຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດຫວຽດນາມ - ລາວ, ຕອນບ່າຍວັນທີ 28 ມິຖຸນານີ້, ຢູ່ນະຄອນຫຼວງວຽງຈັນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໂດຮູ່ງຫວຽດ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໂພໄຊ ໄຂຄຳພິທູນ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງ ຄັ້ງທີ 8 ລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ລາວ.
ຍສໝ - ວັນທີ 14 ກໍລະກົດ, ທ່ານລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ຫງວຽນຈີ໋ຢຸງ ໄດ້ນຳພາຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສການເມືອງຂັ້ນສູງ ສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ (HLPF).
ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຫາດຊາຍທະເລ ໝິເຄ, ນະຄອນ ກວາງຫງາຍ, ພະແນກພົວພັນຕ່າງປະເທດແຂວງກວາງຫງາຍ ສົມທົບກັບຄະນະຊາວໜຸ່ມແຂວງ, ມະຫາວິທະຍາໄລ ຟາມວັນດົງ, ໂຮງຮຽນວິທະຍາໄລ ກວາງຫງາຍ ໄດ້ຈັດຕັ້ງລາຍການ Friendship Night ພົບປະແລກປ່ຽນນັກສຶກສາ ອາເມລິກາ - ຫວຽດນາມ - ລາວ.
ບໍລິສັດທ່ອງທ່ຽວທີ່ໃຫຍ່ທີ່ສຸດຂອງ ສ.ເກົາຫຼີ ຫາກໍ່ປະກາດຜົນການວິເຄາະການອອກເດີນທາງຂອງການທ່ອງທ່ຽວໃນເດືອນກໍລະກົດ ແລະ ເດືອນສິງຫາ ເຊິ່ງສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ຄົນ ສ.ເກົາຫຼີ ນິຍົມ.
ຍສໝ-ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ອອກແຈ້ງເຕືອນກ່ຽວກັບສະພາບການຫຼອກລວງສົ່ງຄົນໄປເຮັດວຽກ.
ຍສໝ - ນີ້ແມ່ນເນື້ອໃນຂອງກອງປະຊຸມອອນລາຍ “ສະພາບການສອນ ແລະ ຮຽນພາສາຫວຽດ ຢູ່ຕ່າງປະເທດ” ເຊິ່ງໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດ ດ້ວຍການເຂົ້າຮ່ວມຂອງຄູອາຈານເກືອບ 100 ຄົນ ທີ່ພວມສອນພາສາຫວຽດ ໂດຍກົງຢູ່ 17 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ.
ຍສໝ - ຕາມຂໍ້ມູນກົມໃຫຍ່ພາສີແລ້ວ, ສິນຄ້າຫວຽດນາມທີ່ນຳເຂົ້າຈາກລາວຕົ້ນຕໍແມ່ນວັດຖຸດິບເຊັ່ນສາລີ, ໄມ້, ແຮ່, ຢາງ...
ຍສໝ - ສິ່ງສຳຄັນແມ່ນສອງຝ່າຍອາດຈະສຸມໃສ່ຊຸກຍູ້ການຄ້າສອງສົ້ນຢ່າງແຮງ ແລະ ຍືນຍົງກ່ວາ, ພ້ອມທັງຊອກຫາວິທີການຮ່ວມມືຢ່າງແໜ້ນແຟ້ນກ່ວາ, ລວມມີການພັດທະນາບັນດາຜະລິດຕະພັນກະສິກຳ ແລະ ປູກລ້ຽງສິນໃນນ້ຳ
ຍສໝ- ຕອນເຊົ້າວັນທີ 27 ມິຖຸນານີ້, ຢູ່ດ່ານຊາຍແດນສາກົນ ເບີອີ (ເມືອງ ງອກໂຮ້ຍ, ແຂວງກອນຕູມ), ກອງບັນຊາການພົນລະພາກຫຼວງ 15 ໄດ້ສົມທົບກັບກະຊວງປ້ອງກັນປະເທດລາວ ໄດ້ຈັດຕັ້ງ ກອງປະຊຸມມອບ-ຮັບພະນັກງານກະຊວງປ້ອງກັນປະເທດລາວ ໄປຫວຽດນາມ ເພື່ອຝຶກອົບຮົມກ່ຽວກັບກະສິກຳ.