ຄົນເຈັບທາງກະໂຫຼກຫົວຢູ່ ຫວຽດນາມ ມີໂອກາດປິ່ນປົວຫຼາຍຂື້ນ

00:00 | 17/11/2023

ຍສໝ - ນັ້ນ​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ເຫັນ​ດີ​ເປັນ​ເອກະພາບກັນ​ໃນ​ກອງ​ປະຊຸມວັນ​ທີ 17 ພະຈິກ​ນີ້​ ຂອງ​ທ່ານ ຫງວຽນ​ງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ​ນາງ Katrin Kandel, CEO ​ອົງການ​ ​Facing the World (FTW). ນີ້​ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ອັງກິດ ​ທີ່​ມີ​ວິຊາສະເພາະ​ໃນ​ການ​ຜ່າຕັດກະໂຫຼກຫົວ​ ​ໄດ້​ຮ່ວມ​ມື ​ແລະ ໜູນ​ຊ່ວຍ ຫວຽດນາມ ​ເປັນ​ເວລາ​ຫຼາຍ​ປີ.

ຫວຽດນາມ ລົງທຶນເຂົ້າລາວ ຈຳນວນເງິນຫຼາຍກວ່າ 5,47 ຕື້ USD ຫວຽດນາມ ລົງທຶນເຂົ້າລາວ ຈຳນວນເງິນຫຼາຍກວ່າ 5,47 ຕື້ USD
ຜູ້ຊ່ຽວຊານອັງກິດ ຈະດຳເນີນການຜ່າຕັດກະໂຫຼກຫົວໃຫ້ເດັກຫວຽດນາມ ໂດຍບໍ່ເສຍຄ່າ ຜູ້ຊ່ຽວຊານອັງກິດ ຈະດຳເນີນການຜ່າຕັດກະໂຫຼກຫົວໃຫ້ເດັກຫວຽດນາມ ໂດຍບໍ່ເສຍຄ່າ
ຄົນເຈັບທາງກະໂຫຼກຫົວຢູ່ ຫວຽດນາມ ມີໂອກາດປິ່ນປົວຫຼາຍຂື້ນ
ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ (ຂວາມື) ໄດ້​ຕ້ອນ​ຮັບ​ທ່ານ​ນາງ Katrin Kandel, CEO ​ອົງ​ການ ​Facing the World. (ພາບ: ດິງຮວາ)

ທ່ານ​ນາງ Katrin Kandel ​ໃຫ້​ຮູ້​ວ່າ, ​ແຕ່​ວັນ​ທີ 16-30 ພະຈິກ, Facing the World ​ໄດ້​ສົ່ງຄະນະ​ຜູ້​ຊ່ຽວຊານ​ຜ່າ​ຕັດກະໂຫຼກຫົວ​ຈາກ ອັງກິດ ​ໄປ​ເຮັດ​ວຽກ​ຢູ່ ຫວຽດນາມ. ບັນດາ​ຜູ້​ຊ່ຽວຊານ​ຈະ​ສົມທົບ​ກັບ​ໂຮງໝໍ​ຫວຽດ​ດຶກ, ໂຮງໝໍ​ຮົ່ງ​ຫງອກ, ​ແລະ ໂຮງໝໍ​ທະຫານ​ສູນ​ກາງ 108 ​ເພື່ອ​ດຳ​ເນີນ​ການ​ຜ່າຕັດ​ໃຫ້​ເດັກ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ​ແລກປ່ຽນວິຊາສະເພາະກັບ​ຄະນະ​ທ່ານໝໍ ຫວຽດນາມ. ນອກ​ນັ້ນ, FTW ຍັງມີ​ແຜນກະກຽມກ່ອນ​ຈະແລກປ່ຽນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເພື່ອໜູນ​ຊ່ວຍ​ຄົນເຈັບ​ເປັນ​ພະຍາດ​ມະ​ເຮັງ​ຢູ່ ຫວຽດນາມ.

ທ່ານ​ຮອງ​ປະທານ VUFO ຫງວຽນ​ຫງອກ​ຮຸ່ງ ​ໄດ້​ຮັບ​ຮູ້​ການ​ປະກອບສ່ວນ​ຂອງ​ອົງການ FTW ​ໃນ​ການ​ໜູນ​ຊ່ວຍ​ຄົນ​ເຈັບ​ຢູ່ ຫວຽດນາມ. VUFO ເປັນເອກະພາບຈະສືບຕໍ່ຮ່ວມມືກັບ FTW ໃນການຈັດການລະບຽບການບໍລິຫານ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວໃນໄລຍະທີ່ຈະມາເຖິງ.

ດີງເລື້ອງ

302 Found

Found

The document has moved here.