ຜູ້ຊ່ຽວຊານອັງກິດ ຈະດຳເນີນການຜ່າຕັດກະໂຫຼກຫົວໃຫ້ເດັກຫວຽດນາມ ໂດຍບໍ່ເສຍຄ່າ

16:32 | 15/11/2023

ຍສໝ - ໃນລະຫວ່າງວັນທີ 16-30 ພະຈິກ, ຄະນະຜູ້ຊ່ຽວຊານດ້ານການຜ່າຕັດຫົວກະໂຫຼກຫົວຂອງອັງກິດຈະມາຫວຽດນາມ ເພື່ອໃຫ້ການບໍລິການປິ່ນປົວເດັກທີ່ພິການຫົວກະໂຫຼກ ໂດຍບໍ່ເສຍຄ່າ.

ການສົນທະນາປຶກສາຫາລືຍຸດທະສາດ ຫວຽດນາມ - ອັງກິດ ຄັ້ງທີ 9 ການສົນທະນາປຶກສາຫາລືຍຸດທະສາດ ຫວຽດນາມ - ອັງກິດ ຄັ້ງທີ 9
ຫວຽດນາມ ປາດຖະໜາຢາກໃຫ້ລາຊະອານາຈັກ ອັງກິດ ແບ່ງປັນບົດຮຽນຂົງເຂດພະລັງງານທົດແທນ ຫວຽດນາມ ປາດຖະໜາຢາກໃຫ້ລາຊະອານາຈັກ ອັງກິດ ແບ່ງປັນບົດຮຽນຂົງເຂດພະລັງງານທົດແທນ

ການຜ່າຕັດຈະດຳເນີນຢູ່ໂຮງໝໍ ຫວຽດດຶກ, ໂຮງໝໍທະຫານສູນກາງ 108 ແລະ ໂຮງໝໍ ຮົ່ງງອກ - ຄູ່ຮ່ວມມີຂອງ FTW ຢູ່ ຫວຽດນາມ. ຄະນະ​ຜູ້​ແທນ ​ໂດຍ​ທ່ານ​ສາດສະດາຈານ Mike Perry ​ທ່ານໝໍຜ່າຕັດ​ປາກ ​ແລະ ຫົວກະໂຫຼກ ​ຢູ່​ໂຮງໝໍ Northwick Park ຢູ່ ລອນ​ດອນ ຈະ​ສົມທົບ​ກັບ​ຄະນະ​ທ່ານ​ໝໍ ຫວຽດນາມ ​ເພື່ອ​ກວດກາ, ຕີ​ລາຄາອາ​ການ​ຂອງ​ຄົນ​ເຈັບ​ໃນ​ປະຈຸ​ບັນ ​ແລະ ສ້າງ​ແຜນການ​ປິ່ນປົວ​ໃຫ້ບັນດາຄົນເຈັບເດັກທີ່ມາ​ຈາກທົ່ວຫວຽດນາມ.

ຜູ້ຊ່ຽວຊານອັງກິດ ຈະດຳເນີນການຜ່າຕັດກະໂຫຼກຫົວໃຫ້ເດັກຫວຽດນາມ ໂດຍບໍ່ເສຍຄ່າ
ບັນດາທ່ານໝໍຫວຽດນາມ ໄດ້ຮ່ຳຮຽນປະສົບການຈາກການຜ່າຕັດກຫົວກະໂຫຼກຢູ່ໂຮງໝໍ ຫວຽດດຶກ ປີ 2019. ພາບ: ເອກະສານ FTW.

ທ່ານສາດສະດາຈານ Perry ຈະມີບັນດາບົດບັນຍາຍກ່ຽວກັບການຈັດການອາການບາດເຈັບຫົວກະໂຫຼກແບບສຸກເສີນ ຢູ່ໂຮງໝໍທັງສາມແຫ່ງ. ບັນດາທ່ານຫມໍທົ່ວປະເທດສາມາດເຂົ້າຮ່ວມບົດບັນຍາຍນີ້ຕາມຮູບການອອນໄລ.

ທ່ານ​ນາງ Katrin Kandel, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ອາ​ສາ​ສະ​ໝັກ​ຂອງ FTW ໃຫ້​ຮູ້​ວ່າ: ການ​ກໍ່​ສ້າງ ແລະ ຝຶກ​ອົບ​ຮົມຖັນແຖວທ່ານໝໍ​ຜ່າ​ຕັດ ແລະ ໃສ່ຢາສະຫຼົບ​ຫວຽດ​ນາມ ເພື່ອ​ກວດ, ໃຫ້ຄຳປຶກ​ສາ​ ແລະ ດຳ​ເນີນ​ການ​ຜ່າ​ຕັດ​ຢູ່​ພາຍ​ໃນ​ປະເທດ ແມ່ນ​ຈຸດ​ສຸມ​ຂອງ​ໂຄງ​ການ​ຝຶກ​ອົບ​ຮົມ​​ໂດຍ FTW. ຄະນະໍຊ່ຽວຊານ ອັງກິດ ມາ ຫວຽດນາມ ​ເທື່ອນີ້ ແມ່ນ​ຄະນະ​​ທີ 2 ​ໃນ​ປີ​ນີ້ ​ແລະ ຄະນະ​​ທີ 33 ຂອງ FTW ນັບ​ແຕ່​ອົງການ​ນີ້​ໄດ້​ສົ່ງ​ແພດ​ໝໍ​ສາກົນ​ມາ ຫວຽດນາມ ຄັ້ງ​ທຳ​ອິດ​ໃນ​ປີ 2008.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.