ຄົນຫວຽດນາມມີຈັກນາມສະກຸນ?

00:00 | 17/11/2023

ຍສໝ - ຄົນສະໄໝກ່ອນ​ເວົ້າ​ວ່າ “ເປັນໃພ້​ຮ້ອຍ​ນາມສະກຸນ” ຫລື “​ເປັນ​ລູກ​ຫຼານ​ຮ້ອຍ​ນາມສະກຸນ”... ​ແລ້ວ​ຮ້ອຍ​ນາມສະກຸນ​ຢູ່​ທີ່​ນີ້​ແມ່ນ​​ນາມສະກຸນໃດ, ຄົນ​ຫວຽດນາມ ມີ 100 ນາມສະກຸນ​ຫຼື​ບໍ່?

ມີນັກກິລາ 300 ຄົນເຂົ້າຮ່ວມການແຂ່ງຂັນຕີດອກປີກໄກ່ ສຳລັບຄົນຫວຽດນາມ ຢູ່ ຍີ່ປຸ່ນ ທົ່ວປະເທດ ມີນັກກິລາ 300 ຄົນເຂົ້າຮ່ວມການແຂ່ງຂັນຕີດອກປີກໄກ່ ສຳລັບຄົນຫວຽດນາມ ຢູ່ ຍີ່ປຸ່ນ ທົ່ວປະເທດ
ຊາວນາມຈ່າໝິ່ ແຂວງກວາງນາມ  ພາກພູມໃຈທີ່ມີນາມສະກຸນລຸງໂຮ່ ຊາວນາມຈ່າໝິ່ ແຂວງກວາງນາມ ພາກພູມໃຈທີ່ມີນາມສະກຸນລຸງໂຮ່

ຄວາມຈິງ, ຄົນຫວຽດນາມມີ 100 ນາມສະກຸນ ​ແລະ ​ຖືກ​ກະ​ແຈກ​ກະຈາຍ​ໄປ​ທົ່ວ​ຫວຽດນາມ. ​ແຕ່​ໃນ​ນັ້ນ, ມີ 3 ນາມສະກຸນ​ໃຫຍ່​ທີ່​ກວມ​ເອົາມາດຕາສ່ວນ ຈຳນວນປະຊາກອນ​ຫຼາຍ​ກວ່າ​ໝູ່​ຄື: ຫງວຽນ, ​ເຈີ່ນ ​ແລະ ​ເລ. ນອກຈາກນັ້ນ, ຍັງມີອີກ 97 ນາມສະກຸນທີ່ມີມາດຕາສ່ວນຕໍ່າກວ່າ. ​ໃນ​ນັ້ນ, ມີ​ນາມ​ສະກຸນ​ທີ່​ມີປະຊາກອນ​ສ່ວນ​ໜ້ອຍ​​ເຊັ່ນ: ວຽນ, ຫງູ້ຍ, ໂຕນ​ເທີດ, ໂອ່ງ...

ຄົນຫວຽດນາມມີຈັກນາມສະກຸນ?

ມີຫຼາຍຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ ຄົນ​ຫວຽດ​ນາມ​ມີ​ນາມ​ສະ​ກຸນ​ຫຼາຍ​ກວ່າ 100.​ ໃນ​ປຶ້ມ​ນາມສະກຸນ ​ແລະ ຊື່​ຫວຽດນາມ (​ສຳນັກພິມຈຳໜ່າຍ​ວິທະຍາສາດ​ສັງຄົມ), ທ່ານຮອງ​ສາດສະດາຈານ, ປອ ​ເລ​ຈຸງ​ຮ່ວາ ​ໄດ້ສະຖິຕິທັງໝົດ​​ບັນດາ​ນາມສະກຸນ​ທີ່​ໄດ້ຮອງຮັບໃນ​ດິນ​ແດນ​ຂອງ ຫວຍດນາມ; ຕົວເລກນີ້ເພີ່ມຂຶ້ນໂດຍຜ່ານບັນດາເທື່ອພິມຄັ້ງໃໝ່. ສະ​ເພາະ​ໃນ​ສະ​ບັບ​ພິມ​ຄັ້ງ​ທໍາ​ອິດ​ໃນ​ປີ 1992​, ມີ 769 ນາມ​ສະ​ກຸນ​, ໃນ​ນັ້ນ​ປະ​ຊາ​ຊົນ ກິງ ມີ 164 ນາມ​ສະ​ກຸນ​.

​ໃນ​ການ​ພິມ​ຈຳ​ໜ່າຍຕັ້ງໃໝ່, ຈຳນວນ​ນາມສະກຸນ​ຂອງ​ຊາວ​ເຜົ່າ​ກິ​ງ ​ໄດ້​ປ່ຽນ​ແປງ​ໜ້ອຍ​ຫຼາຍ, ​ແຕ່​ຫຼາຍ​ນາມສະກຸນ​ຂອງ​ຊາວ​ເຜົ່າ​ອື່ນ​ໄດ້​ຮັບການ​ບັນທຶກ​ໂດຍ​ຄະນະ​ຄົ້ນຄວ້າ​ຂອງ ​ທ່ານ ຮອງ​ສາດສະດາຈານ, ປອ ເລຈຸງຮ່ວາ. ສະ​ເພາະ​ໃນ​ເອກະສານພິມ 2022, ຈຳນວນ​ນາມສະກຸນ​ໃນ​ທົ່ວ​ປະ​ເທດ​ແມ່ນ 931 ນາມ​ສະກຸນ, ​ໃນ​ນັ້ນ​ມີ 165 ນາມ​ສະກຸນ​ເປັນ​ຂອງ​ຊາວ​ເຜົ່າ​ກິ​ງ.

​ໃນ​ນັ້ນ, ນາມສະກຸນຫງວຽນ ​ແມ່ນ​ໃຫຍ່​ກວ່າ​ໝູ່, ກວມ​ເອົາ 38,4% ຈຳນວນ​ພົນລະ​ເມືອງ. ທີ 2 ​ແມ່ນ​ນາມສະກຸນ ​ເຈີ່ນ 12,1%, ນາມສະກຸນເລ​ 9,5%, ນາມສະກຸນ​ຟ້າມ 7%, ນາມສະກຸນຮ່ວາງ/ຮວິ່ງ 5,1%, ນາມສະກຸນ​ຟານ 4,5%, ນາມສະກຸນ​ຫວູ/ຫວໍ 3,9%. ສະເພາະ 7 ນາມສະກຸນນີ້ກວມ 80.5% ຂອງປະຊາກອນ.

ນາມສະກຸນອື່ນທີ່ຂ້ອນຂ້າງຫຼາຍຄື: ດັ້ງ (2.1%), ບຸ່ຍ (2%), ໂດ໊ (1,4%), ໂຮ (1,3%), ໂງ (1,3%), ເຢືອງ (1%), ລີ໋ (0,5%).

ດັ່ງນັ້ນ, ຫຼາຍກວ່າ 90% ຂອງພົນລະເມືອງຫວຽດນາມ ແມ່ນນອນໃນ 14 ນາມສະກຸນໃຫຍ່ທີ່ກ່າວມາຂ້າງເທິງ, ນາມສະກຸນທີ່ຍັງເຫຼືອພຽງແຕ່ມີໜ້ອຍກວ່າ 10% ຂອງຈຳນວນປະຊາກອນເທົ່ານັ້ນ.

ດີງເລື້ອງ

ເບິ່ງເພີ່ມເຕີມໃນ: ຮີດຄອງປະເພນີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.