ພັດທະນາສາຍພົວພັນອັນດີງາມລະຫວ່າງນະຄອນ ດາຫນັງ ກັບ Kanagawa (ຍີ່ປຸ່ນ)

00:00 | 17/11/2023

ຍສໝ - ວັນ​ທີ 16 ພະຈິກ​ນີ້, ຢູ່​ທີ່​ການ​ຕ້ອນຮັບ​ຄະນະຜູ້ວ່າການແຂວງ​ Kanagawa (ຍີ່ປຸ່ນ) ໄດ້ມີການຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ດາຫ​ນັງ. ທ່ານ Kyroiwa Yuji ​ຜູ້ວ່າການແຂວງ​ Kanagawa ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ມານະ​ພະຍາຍາມເພື່ອໂຄສະນາ​ຮູບ​ພາບ​ນະຄອນ​ດາຫ​ນັງ ດ້ວຍ​ຄວາມສາມາດບົ່ມຊ້ອນ​ລົງທຶນ​ອັນ​ໃຫຍ່​ຫຼວງ​ ສູ່​ບັນດາ​ວິ​ສາ​ຫະກິດ​ຂອງ​ແຂວງ, ສ້າງ​ເງື່ອນ​ໄຂ​ເພື່ອເປີດກ້ວາງ​ການ​ເຊື່ອມ​ຕໍ່​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ ດາໜຫນັງ - ຍີ່ປຸ່ນ, ຜ່ານ​ນັ້ນ ກໍ່ປະກອບສ່ວນ​ພັດທະນາ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ທ້ອງ​ຖິ່ນ.

ເປີດກາລະໂອກາດການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງ ດາຫນັງ (ຫວຽດນາມ) ແລະ ແຂວງສາລະວັນ (ລາວ) ເປີດກາລະໂອກາດການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງ ດາຫນັງ (ຫວຽດນາມ) ແລະ ແຂວງສາລະວັນ (ລາວ)
ຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງ Kanagawa (ຍີ່ປຸ່ນ) ຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງ Kanagawa (ຍີ່ປຸ່ນ)

ໂດຍເປັນປະທານທີ່ການຕ້ອນຮັບຄະນະຜູ້ວ່າການ​ແຂວງ Kanagawa (ຍີ່​ປຸ່ນ) ໂດຍ​ທ່ານຜູ້ວ່າການ Kyroiwa Yuji ນຳໜ້າຄະນະ, ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດາຫນັງ ເລຈຸ່ງຈີ່ງ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ນະຄອນ ດາ​ຫນັງ ກັບ 2 ນະຄອນ Yokohama, Kawasaki ຢູ່ແຂວງ Kanagawa; ສະເໜີ​ທ່ານຜູ້ວ່າການ​ແຂວງ Kyroiwa Yuji ສືບ​ຕໍ່​ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ ດາຫນັງ ກັບ​ບັນດາ​ທ້ອງ​ຖິ່ນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຂອງ​ແຂວງ Kanagawa.

ພັດທະນາສາຍພົວພັນອັນດີງາມລະຫວ່າງນະຄອນ ດາຫນັງ ກັບ Kanagawa (ຍີ່ປຸ່ນ)
ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດາຫນັງ ເລຈຸ່ງຈີ່ງ ເປັນປະທານ​ທີ່​ການ​ຕ້ອນຮັບ​ກັບ​ຄະນະຜູ້ວ່າການແຂວງ Kanagawa (ຍີ່​ປຸ່ນ) (ພາບ: ມາ​ຍກວາງ).

ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ເລຈຸ່ງຈີ່ງ ປາດ​ຖະໜາ​ວ່າ ທ່ານ Kuroiwa Yuji ຈະ​ແນະນຳ, ​ເຊື່ອມຕໍ່ ​ແລະ ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ແຂວງ Kanagawa ມາ​ຊອກຮູ້ ​ແລະ ລົງທຶນ​ຢູ່​ນະຄອນ ດາ​ຫນັງ ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ພື້ນຖານ​ໂຄງ​ລ່າງ​ທ່າ​ກຳ​ປັ່ນທະເລ, ກໍ່ສ້າງ​ນະຄອນ​ອັດສະລິຍະ, ເຕັກ​ໂນ​ໂລ​ຊີສູງ, ສາທາລະນະສຸກຄຸນນະພາບ​​ສູງ... ດາຫນັງ ໃຫ້ຄຳໝັ້ນສັນຍາວ່າ​ຈະ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ແລະ​ ປະ​ຊາ​ຊົນ​ສອງ​ປະ​ເທດ​ໄດ້ຊອກຮູ້ ແລະ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ.

ທີ່​ການ​ພົບ​ປະ, ທ່ານຜູ້ວ່າການແຂວງ Kanagawa Kyroiwa Yuji ​ໄດ້​ຂອບ​ໃຈ​ຕໍ່ການຕ້ອນຮັບທີ່ເປັນກຽດ ​ແລະ ​ເຕັມໄປດ້ວຍມິດຈິດມິດໃຈ, ຫວັງ​ວ່າ 2 ທ້ອງ​ຖິ່ນ​ຈະ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອໃນບັນດາຂົງເຂດທີ່ສອງຝ່າຍ​​ມີ​ຄວາມ​ສົນ​ໃຈໃຫ້ຫຼາຍກວ່າອີກ.

ທ່ານຜູ້ວ່າການ​ແຂວງ Kanagawa ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ໂຄສະນາ​ພາບ​ພົດ​ນະຄອນ​ດາຫ​ນັງ ກັບ​ຄວາມ​ສາມາດບົ່ມຊ້ອນໃນການ​ລົງທຶນໃຫ້ແກ່​ບັນດາ​ວິ​ສາ​ຫະກິດ​ຂອງ​ແຂວງ, ສ້າງ​ເງື່ອນ​ໄຂ​ເພື່ອ​ເປີດກວ້າງການ​ເຊື່ອມ​ຕໍ່​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ ດາຫ​ນັງ - ຍີ່ປຸ່ນ, ປະກອບສ່ວນ​ພັດທະນາ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງທ້ອງຖິ່ນ.

ດີງເລື້ອງ

302 Found

Found

The document has moved here.