ຊາວກະສິກອນໜຸ່ມດີເດັ່ນ 42 ຄົນໄດ້ຮັບລາງວັນ ເລື່ອງດິງກິວ 2023

15:22 | 16/11/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 12 ພະຈິກ, ຢູ່​ເມືອງ ຊອກຈັງ, ແບບຢ່າງຊາວໜຸ່ມຊົນນະບົດດີເດັ່ນ​ໃນ​ທົ່ວ​ປະ​ເທດ 42 ຄົນ ​ໄດ້​ຮັັບການເຊີດຊູ​ ແລະ​ ​ຮັບ​ລາງວັນ ເລື່ອງດິງກິວ 2023.

ເຊີນລາ: ປິດຊຸດຝຶກອົບຮົມວິຊາການຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2023 ເຊີນລາ: ປິດຊຸດຝຶກອົບຮົມວິຊາການຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2023
ພິທີເປີດກອງປະຊຸມປະຈຳປີຄັ້ງທີ 42 ຂອງຄະນະກຳມະການອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ ພິທີເປີດກອງປະຊຸມປະຈຳປີຄັ້ງທີ 42 ຂອງຄະນະກຳມະການອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ

ທີ່​ລາຍການ, ຄະນະ​ຈັດ​ຕັ້ງ​ໄດ້​ເຊີດຊູ ​ແລະ ​ມອບ​ລາງວັນ ເລື່ອງດິງກິວ ຄັ້ງທີ 18 ​ໃຫ້​ແກ່​ຊາວ​ໜຸ່ມ​ຊົນນະບົດດີເດັ່ນ 42 ຄົນ​ທີ່​ໄດ້​ຄັດ​ເລືອກ​ຈາກ 77 ​ຄົນຂອງ 49 ​ແຂວງ, ຄະນະຊາວໜຸ່ມ. ໃນນັ້ນ, ມີຊາຍ 53 ຄົນ, ຍິງ 24 ຄົນ; ຊາວ​ໜຸ່ມ 14 ຄົນ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຄື: ຢາວ, ຂະ​ແມ, ເມື່ອງ, ​ໄຕ່, ຜູ້​ໄທ. ນີ້​ແມ່ນ​ບັນດາຊາວໜຸ່ມ​ທີ່​ມີ​ຜົນງານ​ດີ​ເດັ່ນ, ມີ​ຫົວຄິດ​ປະດິດ​ສ້າງ, ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ - ​ເຕັກນິກ​ເຂົ້າໃນ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ, ບືນຕົວຂຶ້ນສູ່​ຄວາມ​ຮັ່ງມີ​ຢ່າງ​ຊອບທຳ.

ຊາວກະສິກອນໜຸ່ມດີເດັ່ນ 42 ຄົນໄດ້ຮັບລາງວັນ ເລື່ອງດິງກິວ 2023
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈີ່ນ​ກວາງ​ເຟືອງ ແລະ ເລ​ຂາ​ຄະ​ນະ​ພັກ​ແຂວງ ຊອກຈັງ ເລີມວັນເມີນ (ເສື້ອ​ຂາວ) ໄດ້​ມອບ​ລາງວັນ​ທີ 1 ໂຄງ​ການ​ໄວ​ໜຸ່ມເລີ່ມສ້າງຕົວ. ພາບ: ໜັງສືພິມຄວາມສະຫງົບ.

ແຕ່ລະຄົນທີ່ໄດ້ຮັບການເຊີດຊູແມ່ນແບບຢ່າງໃນການລິເລີ່ມທຸລະກິດ, ສ້າງອາຊີບໃນກະສິກຳທີ່ນຳມາເຊິ່ງມູນຄ່າເສດຖະກິດສູງ, ລາຍຮັບ ແລະ ກຳໄລຫຼາຍຕື້ດົ່ງໃນແຕ່ລະປີ; ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ໜຸ່ມ​ຫຼາຍ​ຄົນ​ໃນ​ສະພາບ​ເສດຖະກິດ​ທີ່​ຫຍຸ້ງຍາກ. ນອກຈາກນັ້ນ, ບັນດາຕົວແບບ ແລະ ຜະລິດຕະພັນຍັງມີລັກສະນະຫົວຄິດປະດິດສ້າງ, ຕອບສະໜອງໄດ້ບັນດາມາດຕະຖານສົ່ງອອກ, ປະຕິບັດໂຄງການ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ”, ໄດ້ຮັບການຍອມຮັບຈາກຕະຫຼາດພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ກວາງເຟືອງ ​ໄດ້​ຮອງຮັບ ​ແລະ ຍ້ອງຍໍ​ບັນດາ​ຜົນງານ​ຂອງ​ຊາວ​ໜຸ່ມດີເດັ່ນ. ທ່ານ​ສະ​ເໜີ​ໃຫ້​ຄະນະ​ຊາວ​ໜຸ່ມບັນດາຂັ້ນ​​ໃນ​ທົ່ວ​ປະ​ເທດ​ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ປະຈຳ ດ້ວຍທິດນຳ ຄະນະຊາວໜຸ່ມ​ທັງ​ເປັນ​ເພື່ອນ​ຮ່ວມເດີນທາງຂອງຊາວ​ໜຸ່ມ, ​ຫ່ວງໃຍ​ປົກ​ປ້ອງສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຊາວ​ໜຸ່ມ, ​ເປັນ​ຜູ້​ຈັດ​ຕັ້ງ, ເສີມຂະຫຍາຍ​ຊາວໜຸ່ມປະຈັນບານ ແລະ ປະຈັນບານ​ໃນ​ພາລະກິດແຫ່ງການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.