ຫວຽດນາມ ສະໜັບສະໜູນບັນດາຫຼັກການ ແລະວິວັດທະນາການຂອງອາເປກ

15:24 | 16/11/2023

ຫວຽດນາມ ສະໜັບສະໜູນບັນດາຫຼັກການ ແລະວິວັດທະນາການຂອງອາເປກ

APEC 2023: ຫວຽດນາມ ຈະພ້ອມກັບບັນດາສະມາຊິກອື່ນ ເພື່ອພັດທະນາແບບຍືນຍົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ APEC 2023: ຫວຽດນາມ ຈະພ້ອມກັບບັນດາສະມາຊິກອື່ນ ເພື່ອພັດທະນາແບບຍືນຍົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ
ທ່ານສາດສະດາຈານ ຫງວຽນ​ເລີ່ນ​ຢຸ້ງ ​ເວົ້າ​ກ່ຽວກັບ​ນະ​ໂຍບາຍ​ໃນ​ການ​ນຳ​ໃຊ້​ຄົນທີ່ມີຄວາມສາມາດຈາກບັນດາປະເທດ ຂອງອາ​ເມ​ລິ​ກາ ​ແລະ ບົດຮຽນ​ສຳລັບຫວຽດນາມ ທ່ານສາດສະດາຈານ ຫງວຽນ​ເລີ່ນ​ຢຸ້ງ ​ເວົ້າ​ກ່ຽວກັບ​ນະ​ໂຍບາຍ​ໃນ​ການ​ນຳ​ໃຊ້​ຄົນທີ່ມີຄວາມສາມາດຈາກບັນດາປະເທດ ຂອງອາ​ເມ​ລິ​ກາ ​ແລະ ບົດຮຽນ​ສຳລັບຫວຽດນາມ

ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (ອາເປັກ) ປີ 2023 ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ນະຄອນ San Francisco, ອາເມລິກາ ໃນລະຫວ່າງວັນທີ 14-17 ພະຈິກ.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນກວກຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ໄດ້ຕອບສຳພາດຕໍ່ນັກຂ່າວ ກ່ອນດໍາເນີນການໄປປະຕິບັດງານຂອງທ່ານປະທານປະເທດ ຫວໍວັນເຖືອງ .

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ ຂໍຮຽນທ່ານໃຫ້ຮູ້ເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ ຢູ່ອາເມລິກາ ຄັ້ງນີ້ມີຄວາມໝາຍຄືແນວໃດຕໍ່ການຮ່ວມມືພັດທະນາ ແລະຄວາມໝັ້ນຄົງຂອງພາກພື້ນ ອາຊີ-ປາຊີຟິກ?

ທ່ານ ຫງວຽນກວກຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ: ອາເປັກ ແມ່ນເວທີປາໄສເສດຖະກິດພາກພື້ນ ລວມມີ 21 ພື້ນຖານເສດຖະກິດສະມາຊິກ, ໃນນັ້ນ ມີບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກ. ໃນສະພາບການປະຈຸບັນຂອງໂລກນີ້ທີ່ຂາດສະຖຽນລະພາບ, ສິ່ງທ້າທາຍຫຼາຍຢ່າງນັ້ນ, ເວທີປາໄສເສດຖະກິດ ອາເປັກ ຄັ້ງນີ້ ຈະແມ່ນໂອກາດເພື່ອໃຫ້ບັນດາການນຳຂອງ 21 ພື້ນຖານເສດຖະກິດ ປຶກສາຫາລືກ່ຽວກັບບັນຫາສິ່ງທ້າທາຍ ແລະມາດຕະການເພື່ອແກ້ໄຂ, ກໍຄືການສົມທົບກັນດ້ານນະໂຍບາຍລະຫວ່າງບັນດາພື້ນຖານເສດຖະກິດ, ເຮັດແນວໃດເພື່ອຟື້ນຟູເສດຖະກິດໃຫ້ໄວທີ່ສຸດ, ພ້ອມທັງຮັບປະກັນໃຫ້ພື້ນຖານເສດຖະກິດພັດທະນາຢ່າງປອດໃສ ແລະໝັ້ນຄົງເຂັ້ມແຂງໃນຕໍ່ໜ້າ.

ຫົວຂໍ້ຂອງ ອາເປັກ ປີນີ້ແມ່ນ “ສ້າງອະນາຄົດທີ່ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະຍືນຍົງໃຫ້ສຳລັບໝົດທຸກຄົນ” ໄດ້ເວົ້າເຖິງເປົ້າໝາຍຂອງເວທີປາໄສ ອາເປັກ ຄັ້ງນີ້. ດ້ວຍສາມຈຸດສຸມແມ່ນການເຊື່ອມຕໍ່, ປ່ຽນແປງໃໝ່ປະດິດສ້າງ ແລະກວມລວມ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ບັນດາການນຳຂອງ 21 ພື້ນຖານເສດຖະກິດ ຈະປຶກສາຫາລືຫຼາຍບັນຫາ ເຊິ່ງດຶງດູດຄວາມສົນໃຈຈາກບັນດາພື້ນຖານເສດຖະກິດໂລກໃນປະຈຸບັນ. ບັນດາບັນຫາພົ້ນເດັ່ນ, ສຳຄັນທີ່ສຸດ ແລະຮີບເຮັ່ງທີ່ສຸດໃນປະຈຸບັນ, ຄື: ການຮັກສາຕ່ອງໂສ້ການສະໜອງແບບຍືນຍົງ, ການຫັນປ່ຽນດີຈີຕອນ, ການຄ້າດີຈີຕອນ, ການຫັນປ່ຽນພະລັງງານ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດສີຂຽວ... ແມ່ນບັນຫາທີ່ທົ່ວໂລກມີຄວາມສົນໃຈຫຼາຍໃນປະຈຸບັນ.

ຫວຽດນາມ ສະໜັບສະໜູນບັນດາຫຼັກການ ແລະວິວັດທະນາການຂອງອາເປກ

ທ່ານ ຫງວຽນກວກຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ. ພາບ: TTXVN

ຄວາມໝາຍສຳຄັນອັນໜຶ່ງຂອງ ອາເປັກ ຄັ້ງນີ້ແມ່ນກົງກັບໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນກອງປະຊຸມບັນດາການນຳເສດຖະກິດ ອາເປັກ ຄັ້ງທີ 1 ທີ່ຈັດຂຶ້ນຢູ່ເກາະ Bleck, ອາເມລິກາ ຕາມຂໍ້ລິເລີ່ມຂອງປະທານາທິບໍດີອາເມລິກາ Bill Clinton ແລະເລີ່ືອງ ອາເມລິກາ ເປັນເຈົ້າພາບຈັດຕັ້ງ ເປັນຄັ້ງທີ 3 ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງອາເມລິກາ ຕໍ່ການພັດທະນາເສດຖະກິດຂອງພາກພື້ນ ກໍຄືຄວາມຮັບຜິດຊອບຂອງອາເມລິກາ ສໍາລັບພື້ນຖານເສດຖະກິດທົ່ວໂລກ.

ນັກຂ່າວ: ໂດຍຕອບສະໜອງຄຳເຊີນຂອງທ່ານປະທານາທິບໍດີອາເມລິກາ Joe Biden, ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ ປີ 2023 ສົມທົບກັບການເຄື່ອນໄຫວສອງຝ່າຍ ຢູ່ San Francisco, ອາເມລິກາ ໃນລະຫວ່າງວັນທີ 14-17 ພະຈິກນີ. ຂໍຮຽນທ່ານເອກອັກຄະລັດຖະທູດ ແບ່ງປັນກ່ຽວກັບຄວາມໝາຍແຫ່ງການໄປປະຕິບັດງານ ຂອງທ່ານປະທານປະເທດ ຫວໍວັນເຖືອງ?

ທ່ານ ຫງວຽນກວກຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ: ການເຂົ້າຮ່ວມເວທີປາໄສ ອາເປັກ ປີນີ້ຂອງທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງໃຫ້ເຫັນການສະໜັບສະໜູນຂອງຫວຽດນາມ ຕໍ່ລັດທິຫຼາຍຝ່າຍ ເວົ້າລວມ, ກໍ່ຄືຕໍ່ວິວັດທະນາການ ອາເປັກ ເວົ້າສະເພາະ. ຫວຽດນາມ ແມ່ນສະມາຊິກຕັ້ງໜ້າທີ່ສຸດ, ໃນຕົວຈິງ ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນປະທານ ແລະເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ ອາເປັກ ເປັນ 2 ຄັ້ງແລ້ວ. ຫວຽດນາມ ໄດ້ມີການປະກອບສ່ວນ ແລະຂໍ້ລິເລີ່ມຫຼາຍຢ່າງເພື່ອຊຸກຍູ້ວິວັດທະນາການ ອາເປັກ ແລະການເຂົ້າຮ່ວມຂອງຫວຽດນາມ ກໍ່ສະແດງໃຫ້ເຫັນການສະໜັບສະໜູນຫຼັກການ ແລະວິວັດທະນາການຂອງ ອາເປັກ.

ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບບັນດາປະເທດສະມາຊິກ ເພື່ອນໍາວິວັດທະນາການນີ້ພັດທະນາກວ່າອີກ, ຮັບປະກັນໃຫ້ການພັດທະນາເສດຖະກິດແບບຍືນຍົງ ແລະນຳມາເຊິ່ງກາລະໂອກາດໃໝ່, ຄວາມສະດວກໃໝ່ ແລະພິເສດແມ່ນບັນດາເງື່ອນໄຂເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຍັງຄົງຄ້າງໃນປະຈຸບັນ, ຄວາມຂາດສະຖຽນລະພາບ ແລະສິ່ງທ້າທາຍ ຍ້ອນສະພາບສັບສົນຂອງໂລກໃນປະຈຸບັນວາງອອກ.

ການເຂົ້າຮ່ວມ ອາເປັກ ປີນີ້ຢູ່ ອາເມລິກາ ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ຊຸກຍູ້ການພົວພັນສອງຝ່າຍກັບອາເມລິກາ ພາຍຫຼັງທີ່ສອງຝ່າຍຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ເນື່ອງໃນໂອກາດເຂົ້າຮ່ວມ ອາເປັກ, ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມດ້ວຍຄະນະຍັງມີການເຄື່ອນໄຫວຫຼາຍຢ່າງຢູ່ San Francisco, ພົບປະກັບເຈົ້າໜ້າທີ່ອຳນາດການປົກຄອງຂອງອາເມລິກາ ກໍ່ຄືບັນດານັກຮຽນຮູ້, ວິສາຫະກິດຂອງອາເມລິກາ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ສອງຝ່າຍບັນລຸໄດ້ເມື່ອຕັດສິນຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ນັກຂ່າວ: ຂໍຂອບໃຈທ່ານທູດ!

ສົມເພັດ

ເຫດການ
302 Found

Found

The document has moved here.