ກອງປະຊຸມພົບປະ ແລກປ່ຽນປະສົບການວຽກງານ ໂຄສະນາ ລະຫວ່າງ ແຂວງແທັງຫວ໋າ ແລະ ແຂວງຫົວພັນ (ສປປ ລາວ)

ກອງປະຊຸມພົບປະ ແລກປ່ຽນປະສົບການວຽກງານ ໂຄສະນາ ລະຫວ່າງ ແຂວງແທັງຫວ໋າ ແລະ ແຂວງຫົວພັນ (ສປປ ລາວ)

ຍສໝ - ໃນອາທິດທີ່ຜ່ານມາ, ຢູ່ ຕາແສງຊຳເໜືອ, ແຂວງຫົວພັນ, ສປປ ລາວ, ຄະນະກໍາມະການ ໂຄສະນາແຂວງແທັງຫວ໋າ ໄດ້ປະສານສົມທົບກັບ ຄະນະກຳມະການຂົນຂວາຍແຂວງຫົວພັນ ໄດ້ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນວຽກງານການໂຄສະນາ ລະຫວ່າງ ແຂວງແທັງຫວ໋າ ແລະ ແຂວງຫົວພັນ (ສປປ ລາວ).

ເຜີຍແຜ່ກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ສປປ ລາວ ປະຈຳຢູ່ຕ່າງປະເທດ

ເຜີຍແຜ່ກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ສປປ ລາວ ປະຈຳຢູ່ຕ່າງປະເທດ

ທ້າຍອາທິດແລ້ວ, ຢູ່​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ກົດ­ໝາຍ​ວ່າ​ດ້ວຍ​ສຳ­ນັກ­ງານ​ຜູ້­ຕາງ­ໜ້າ ແຫ່ງ ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ​ລາວ ປະ­ຈຳ​ຢູ່​ຕ່າງ­ປະ­ເທດ ໃຫ້​ແກ່​ພະ­ນັກ­ງານ-ລັດ­ຖະ­ກອນ​ຂອງ​ກະ­ຊວງ​ການ​ຕ່າງ­ປະ­ເທດ ເປັນ​ປະ­ທານ​ຂອງ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະມົນ­ຕີ ກະ­ຊວງ​ການ​ຕ່າງ­ປະ­ເທດ ມີ​ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ຫົວ­ໜ້າ​ກົມ ພະ​ແນກ ແລະ ຕາງ​ໜ້າ​ຈາກ​ກົມ​ຕ່າງໆ​ເຂົ້າ​ຮ່ວມ.

ຫວຽດນາມ ຊ່ວຍສ້າງສະຖາບັນ ເສດຖະກິດ-ການເງິນ ໃຫ້ ສປປ ລາວ

ຫວຽດນາມ ຊ່ວຍສ້າງສະຖາບັນ ເສດຖະກິດ-ການເງິນ ໃຫ້ ສປປ ລາວ

ຍສໝ - ສຳນັກຂ່າວຫວຽດນາມ ປະຈຳ ສປປ ລາວ ລາຍງານວ່າ: ໃນຕອນເຊົ້າຂອງວັນທີ 19 ກໍລະກົດ ທີ່ນະຄອນຫຼວງ ວຽງຈັນ, ກະຊວງການເງິນ ຫວຽດນາມ ຮ່ວມກັບ ກະຊວງການເງິນ ແຫ່ງ ສປປ ລາວ ໄດ້ຈັດພິທີສະຫຼອງການກໍ່ສ້າງໂຄງການ ກໍ່ສ້າງອາຄາສະຖາບັນ ເສດຖະກິດການເງິນ ດົງຄຳຊ້າງ ໄລຍະ 3.

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ແລະ ກອງປະຊຸມຊາວໜຸ່ມອາຊຽນ ບວກ 3 ຄັ້ງທີ 7

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ແລະ ກອງປະຊຸມຊາວໜຸ່ມອາຊຽນ ບວກ 3 ຄັ້ງທີ 7

ໃນວັນທີ 19 ກໍລະກົດ 2019, ຢູ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ, ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ແລະ ກອງປະຊຸມຊາວໜຸ່ມອາຊຽນ ບວກ 3 ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍບົດບາດຊາວໜຸ່ມໃນການພັດທະນາໃຫ້ຍືນຍົງ ແລະ ເຊື່ອມໂຍງກັບພາກພື້ນ”, ໂດຍມີ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ.

ສະຫະປະຊາຊາດ ເພື່ອການພັດທະນາ ຈະສືບຕໍ່ສະໜັບສະໜູນ ສປປ ລາວ

ສະຫະປະຊາຊາດ ເພື່ອການພັດທະນາ ຈະສືບຕໍ່ສະໜັບສະໜູນ ສປປ ລາວ

ເມື່ອມໍ່ໆມານີ້, ທີ່ ກະຊວງການຕ່າງປະເທດ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ຕ້ອນຮັບ ທ່ານ ນາງ ຣິຄາດ້າ ຣິເຈີ (Ms Ricarda Rieger) ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຄົນໃໝ່ປະຈຳ ສປປ ລາວ.

ປະທານສະພາແຫ່ງຊາດ ຕ້ອນຮັບ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ

ປະທານສະພາແຫ່ງຊາດ ຕ້ອນຮັບ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ

ຍສໝ - ຕອນບ່າຍຂອງວັນທີ 16 ກໍລະກົດ, ຢູ່ທີ່ສຳນັກງານສະພາແຫ່ງຊາດຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫງວ໋ຽນ ຖິ ກີມ ເງິນ ໄດ້ໃຫ້ກຽດຕ້ອນຮັບ ຜູ້ພິພາກສາ ສານປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.

ນັກລົງທຶນດ້ານກະສິກຳຊວ່ຍຂະຫຍາຍປ່າສີຂຽວແບບຍືນຍົງຢູ່ ສປປ ລາວ

ນັກລົງທຶນດ້ານກະສິກຳຊວ່ຍຂະຫຍາຍປ່າສີຂຽວແບບຍືນຍົງຢູ່ ສປປ ລາວ

ໂຄງການປູກໄມ້ ແລະ ສ້າງໂຮງງານໄມ້ອັດຂອງບໍລິສັດບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ຈະປະກອບສ່ວນສຳຄັນໃນການຍູ້ເສດຖະກິດຂອງ ສປປ ລາວ ໄປຕາມທິດ ຍືນຍົງ ແລະ ສີຂຽວໃນຕໍ່ໜ້າ.

ແຂ່ງຂັນລົດອ໊ອບໂຣດນາໆຊາດ ຄັ້ງທຳອິດຈະຈັດຂື້ນ ຢູ່ ສປປ ລາວ

ແຂ່ງຂັນລົດອ໊ອບໂຣດນາໆຊາດ ຄັ້ງທຳອິດຈະຈັດຂື້ນ ຢູ່ ສປປ ລາວ

ພິ­ທີ​ຖະ­ແຫຼງ​ຂ່າວ​ການ​ແຂ່ງ­ຂັນ​ກີ­ລາ​ລົດ​ໃຫຍ່ ອ໊ອບ​ໂຣດ​ນາໆຊາດ ຊີງ​ຂັນ​ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ຄັ້ງ​ທີ l ຈັດ​ຂຶ້ນ​ວັນ​ທີ 5 ກໍ­ລະ­ກົດ 2019 ຢູ່​ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ (ຄອລ) ໂດຍ​ມີ​ທ່ານ ບົວ​ລານ ສິ­ລິ​ປັນ­ຍາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ສສກ ຮອງ​ປະ­ທານ ຄອລ ທ່ານ ສົມ​ພູ ພົງ­ສາ ຜູ້​ຊ່ວຍ​ລັດ­ຖະ­ມົນ­ຕີ​ກະ­ຊວງ ສສກ ຮອງ​ປະ­ທານ ແລະ ເລ­ຂາ­ທິ­ການ ຄອລ ທ່ານ ແສງ​ພອນ ພົນ​ອາ­ມາດ ຫົວ­ໜ້າ​ກົມ​ໜ້າ​ກີ­ລາ​ລະ­ດັບ​ສູງ ກະ­ຊວງ ສສກ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ລັດຖະມົນຕີກະຊວງພາຍໃນ ສປປ ລາວ

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ລັດຖະມົນຕີກະຊວງພາຍໃນ ສປປ ລາວ

ຍສໝ - ໃນຕອນບ່າຍຂອງວັນທີ 9 ກໍລະກົດ 2019, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ຕ້ອນຮັບ ທ່ານ ຄໍາໝັ້ນ ສູນວິເລີດ, ລັດຖະມົນຕີກະຊວງພາຍໃນ ສປປ ລາວ.

ຍູ້ແຮງການຊ່ວຍເຫຼືອຊາວຫວຽດນາມ ແລະ ນັກທຸລະກິດ ຢູ່ ສປປ ລາວ

ຍູ້ແຮງການຊ່ວຍເຫຼືອຊາວຫວຽດນາມ ແລະ ນັກທຸລະກິດ ຢູ່ ສປປ ລາວ

ຍສໝ - ທ້າຍອາທິດທີ່ຜ່ານມາ, ຢູ່ທີ່ ສະຖານກົງສຸນ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ພາກກາງຂອງລາວ, ຫ່າງຈາກນະຄອນຫຼວງວຽງຈັນປະມານ 460 ກິໂລແມັດ ໄປທາງພາກໃຕ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ, ຫງວ໋ຽນ ບ໋າ ຮຸ່ງ ໄດ້ມີການພົບປະກັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ແລະ ນັກທຸລະກິດຫວຽດນາມ ລົງທຶນ ຢູ່ ແຂວງສະຫວັນນະເຂດ. ເຂົ້າຮ່ວມກອງປະຊຸມພົບປະຄັ້ງນີ້ມີ ຕາງຫນ້າພໍ່ແມ່ປະຊາຊົນຊາວຫວຽດນາມ ແລະ ບັນດານັກທຸລະກິດຫວຽດນາມ. ທ່າານກົງສຸນໃຫຍ່ ຫວຽດນາມ ຫວູ໋ ແອັງ ຢຸງ ເຂົ້າຮ່ວມກອງປະຊຸມເຊັ່ນກັນ.

ຄະນະປະຕິບັດງານ ແຂວງ ດົ່ງຖາບ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈໍາປາສັກ, ສປປ ລາວ

ຄະນະປະຕິບັດງານ ແຂວງ ດົ່ງຖາບ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈໍາປາສັກ, ສປປ ລາວ

ຍສໝ - ຄະນະຜູ້ແທນ ແຂວງດົ່ງຖາບ ໂດຍທ່ານ ຟ້າມ ທ້ຽນ ເຫງຍ, ຮອງປະທານ ຄະນະກໍາມະການປະຊາຊົນ ແຂວງ ໄດ້ນຳພາຄະນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຈໍາປາສັກ ສປປ ລາວ. ໂດຍຝ່າຍແຂວງຈຳປາສັກ ໂດຍ ທ່ານ ບຸນທອງ ສີວິໄຊ - ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ, ສປປ ລາວ ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະ.

ສົ່ງເສີມການພັດທະນາການຄ້າແບບຍືນຍົງ ໃນ ສປປ ລາວ

ສົ່ງເສີມການພັດທະນາການຄ້າແບບຍືນຍົງ ໃນ ສປປ ລາວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສູນການຄ້າສາກົນ ເປີດໂຄງການ ສົ່ງເສີມ ການພັດທະນາ ການຄ້າແບບຍືນຍົງ ໃນ ສປປ ລາວ ຂຶ້ນໃນວັນທີ 9 ກໍລະກົດ 2019 ທີ່ນະຄອນຫລວງ ວຽງຈັນ, ເພື່ອສ້າງ ຄວາມສາມາດ, ສ້າງຄວາມເຂັ້ມແຂງ ໃນການພັດທະນາ ຫລັກສູດ ຜູ້ປະກອບການ ສະໜອງ ການຊ່ວຍເຫລືອ ດ້ານວິຊາການ ໃຫ້ແກ່ຜູ້ປະກອບການ ທຸລະກິດ ຂະໜາດນ້ອຍ ແລະ ກາງ, ໂດຍສົ່ງເສີມ ຄວາມຮູ້ ພ້ອມເຕັກນິກ ໃນການຈັດຕັ້ງ ໃນການ ເຮັດທຸລະກິດ.

ພິທີເປີດນຳໃຊ້ດ່ານສຳຮອງ ນ້ຳແລ້ງ (ແຂວງເຊີນລາ) ແລະ ເມືອງເປີ (ແຂວງຫົວພັນ, ສປປ ລາວ)

ພິທີເປີດນຳໃຊ້ດ່ານສຳຮອງ ນ້ຳແລ້ງ (ແຂວງເຊີນລາ) ແລະ ເມືອງເປີ (ແຂວງຫົວພັນ, ສປປ ລາວ)

ຍສໝ - ໃນວັນທີ 9 ກໍລະກົດ, ຢູ່ທີ່ ດ່ານຊາຍແດນ ນຳ້ແລ້ງ (ເມືອງ ສົກກົບ, ແຂວງ ເຊີນລາ ແລະ ແຂວງ ຫົວພັນ (ສປປ ລາວ) ໄດ້ຈັດພິທີເປີດ ຄູ່ດ່ານຊາຍແດນ ນຳ້ແລ້ງ (ສສ ຫວຽດນາມ) ແລະ ເມືອງ ເປີ (ເມືອງເມືອງຊອນແຂວງຫົວພັນ, ສປປ ລາວ).

ປະເທດສະວິດສະແລນ ຊ່ວຍເຫຼືອການພັດທະນາ ຢູ່ ສປປ ລາວ ໃນຫຼາຍຂະແໜງ

ປະເທດສະວິດສະແລນ ຊ່ວຍເຫຼືອການພັດທະນາ ຢູ່ ສປປ ລາວ ໃນຫຼາຍຂະແໜງ

ທ່ານ ອີ​ໂວ ຊີ​ເບີ( Ivo Sieber) ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອໍາ​ນາດ​ເຕັມ​ແຫ່ງ​ສະ​ວິດ ປະ​ຈໍາ​ລາວ ​ເຂົ້າ​ຢ້ຽມ​ຄໍາ​ນັບ​ອໍາລາ ຮອງ​ປະທານ​ປະເທດ​ແຫ່ງ​ສປປ ລາວ ທ່ານ ພັນ​ຄໍາ ວິພາ​ວັນ ທ້າຍອາທິດທີ່ຜ່ານມາ.

ແຂວງຮ່າຕິ໋ງ ແບ່ງປັນວຽກງານແຂ່ງຂັນ, ຍ້ອງຍໍ ກັບ ສປປ ລາວ

ແຂວງຮ່າຕິ໋ງ ແບ່ງປັນວຽກງານແຂ່ງຂັນ, ຍ້ອງຍໍ ກັບ ສປປ ລາວ

ຍສໝ - ຕອນບ່າຍວັນທີ 5 ກໍລະກົດ, ຄະນະປະຕິບັດງານ ກົມການແຂ່ງຂັນ - ຍ້ອງຍໍ ສປປ ລາວ ໂດຍ ທ່ານ ເດຍ ລໍ ເຈຍວາ - ຫົວຫນ້າກົມ ກົມການແຂ່ງຂັນ - ຍ້ອງຍໍ ເປັນຫົວໜ້າຄະນະ ໄດ້ມີການພົບປະແລກປ່ຽນ ແລະ ສຶກສາ ປະສົບການ ກັບ ແຂວງຮ່າຕີ໋ງ .

ຮອງປະທານສະພາແຫ່ງຊາດ ໂດ໋ ບ໋າ ຕິ ຕ້ອນຮັບ ຫົວໜ້າສະຖາບັນ ຄົ້ນຄວ້າກົດໝາຍສະພາແຫ່ງຊາດ ສປປ ລາວ

ຮອງປະທານສະພາແຫ່ງຊາດ ໂດ໋ ບ໋າ ຕິ ຕ້ອນຮັບ ຫົວໜ້າສະຖາບັນ ຄົ້ນຄວ້າກົດໝາຍສະພາແຫ່ງຊາດ ສປປ ລາວ

ຍສໝ - ທ້າຍອາທິດທີ່ຜ່ານມາ, ທີ່ ຫ້ອງຮັບແຂກສະພາແຫ່ງຊາດຫວຽດນາມ, ພົນເອກ ໂດ໋ ບ໋າ ຕິ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ມີພິທີຕ້ອນຮັບ ທ່ານ ຄຳເຜີຍ ປານມະໄລທອງ ຫົວໜ້າສະຖາບັນ ຄົ້ນຄວ້າກົດໝາຍສະພາແຫ່ງຊາດ ສປປ ລາວ ນຳພາຄະນະ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ປະເທດຫວຽດນາມ.

ຜູ້ແທນຄະນະປະຕິບັດງານ ເຮັດວຽກກັບ ຄະນະຄົ້ນຄວ້າ ກົດຫມາຍສະພາແຫ່ງຊາດ ສປປ ລາວ

ຜູ້ແທນຄະນະປະຕິບັດງານ ເຮັດວຽກກັບ ຄະນະຄົ້ນຄວ້າ ກົດຫມາຍສະພາແຫ່ງຊາດ ສປປ ລາວ

ຍສໝ - ທ້າຍອາທິດທີ່ຜ່ານມາ, ຢູ່ ທີ່ ສຳນັກງານຫ້ອງວ່າການສະພາແຫ່ງຊາດ, ຜູ້ແທນຄະນະປະຕິບັດງານ ໄດ້ມີການພົບປະເຮັດວຽກກັບ ຄະນະຜູ້ແທນສະຖາບັນຄົ້ນຄວ້າກົດຫມາຍ ສະພາແຫ່ງຊາດ ສປປ ລາວ, ໂດຍ ຄຳເຜີຍ ປານມະໄລທອງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດ ເປັນຫົວໜ້າຄະນະ. ທ່ານ ເຈິ່ນ ວັນ ຕຸ໋ຍ ຫົວໜ້າຄະນະປະຕິບັດງານຫວຽດນາມ ໄດ້ເປັນປະທານໃນການພົບປະ ແລະ ເຮັດວຽກຄັ້ງນີ້.

ສປປ ລາວ ປະສົບຄວາມຫຍຸ້ງຍາກ ກ່ຽວກັບ ລົດປະຈໍາຕໍາແໜ່ງ ພະນັກງານການນໍາລະດັບສູງ

ສປປ ລາວ ປະສົບຄວາມຫຍຸ້ງຍາກ ກ່ຽວກັບ ລົດປະຈໍາຕໍາແໜ່ງ ພະນັກງານການນໍາລະດັບສູງ

ການຈັດຕັ້ງປະຕິບັດໃນລະດັບການນໍາສູງສຸດ ແມ່ນເຮັດໄດ້ສຳເລັດ, ແຕ່ໃນລະດັບຮອງລົງມາແມ່ນໄດ້ປະກອບລົດຈໍານວນໜຶ່ງໃຫ້, ແຕ່ຍັງບໍ່ທັນສໍາເລັດເທື່ອ. ສ່ວນການຈັດຕັ້ງປະຕິບັດດໍາລັດສະບັບນີ້ກັບບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ.

ພິທີໄຂຊຸດຝຶກອົບຮົມ, ຍົກສູງລະດັບຄວາມສາມາດໃຫ້ແກ່ພະນັກງານຂອງ ສປປ ລາວ

ພິທີໄຂຊຸດຝຶກອົບຮົມ, ຍົກສູງລະດັບຄວາມສາມາດໃຫ້ແກ່ພະນັກງານຂອງ ສປປ ລາວ

ຍສໝ - ເມື່ອມໍ່ໆມານີ້, ທີ່ ຮ່າໂນ້ຍ, ສະຖາບັນການປົກຄອງແຫ່ງຊາດຫວຽດນາມ ໄດ້ຈັດພິທີໄຂຊຸດຝຶກອົບຮົມ, ຍົກສູງຄວາມສາມາດເສນາທິການ, ການປະສານສົມທົບ ແລະ ການນຳໃຊ້ ໃຫ້ແກ່ພະນັກງານລັດຖະບານລາວ.

ຄ້າຍທະຫານ-ທະຫານຊາຍແດນ ເຫື໋ອງຟຸ່ງ ຈັດການລາດຕະເວນ ສອງຝ່າຍກັບ ກອງຮ້ອຍ 312, ສປປ ລາວ

ຄ້າຍທະຫານ-ທະຫານຊາຍແດນ ເຫື໋ອງຟຸ່ງ ຈັດການລາດຕະເວນ ສອງຝ່າຍກັບ ກອງຮ້ອຍ 312, ສປປ ລາວ

ຍສໝ - ໃນວັນທີ 2 ກໍລະກົດ, ຄ້າຍທະຫານ-ທະຫານຊາຍແດນ ເຮືອງຟຸ່ງ, ທະຫານຊາຍແດນ ແຂວງກວ້າງຈິ ໄດ້ຈັດຕັ້ງການດຳເນີນ ການກວດກາລາດຕະເວນສອງຝ່າຍກັບ ກອງຮ້ອຍ 312, ກອງບັນຊາການ ທະຫານ ແຂວງສະຫວັນນະເຂດ, ສປປ ລາວ.