ປະເທດສະວິດສະແລນ ຊ່ວຍເຫຼືອການພັດທະນາ ຢູ່ ສປປ ລາວ ໃນຫຼາຍຂະແໜງ

14:53 | 08/07/2019

ທ່ານ ອີ​ໂວ ຊີ​ເບີ( Ivo Sieber) ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອໍາ​ນາດ​ເຕັມ​ແຫ່ງ​ສະ​ວິດ ປະ​ຈໍາ​ລາວ ​ເຂົ້າ​ຢ້ຽມ​ຄໍາ​ນັບ​ອໍາລາ ຮອງ​ປະທານ​ປະເທດ​ແຫ່ງ​ສປປ ລາວ ທ່ານ ພັນ​ຄໍາ ວິພາ​ວັນ ທ້າຍອາທິດທີ່ຜ່ານມາ.

ປະເທດສະວິດສະແລນ ຊ່ວຍເຫຼືອການພັດທະນາ ຢູ່ ສປປ ລາວ ໃນຫຼາຍຂະແໜງ

ທ່ານ ພັນ​ຄໍາ ວິພາ​ວັນ,ຮອງ​ປະທານ​ປະເທດ​ແຫ່ງ​ສປປ ລາວ ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄໍາ​ນັບ​ອໍາ​ລາ ຂອງ​ທ່ານ ອີ​ໂວ ຊີ​ເບີ ( Ivo Sieber) ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອໍາ​ນາດ​ເຕັມ​ແຫ່ງ​ສະ​ວິດ ປະ​ຈໍາ​ລາວ.

ທ່ານ ພັນ​ຄໍາ ວິພາ​ວັນ,ຮອງ​ປະທານ​ປະເທດ​ແຫ່ງ​ສປປ ລາວ, ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄໍາ​ນັບ​ອໍາ​ລາ ຂອງ​ທ່ານ ອີ​ໂວ ຊີ​ເບີ (Ivo Sieber) ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອໍາ​ນາດ​ເຕັມ​ແຫ່ງ​ສະ​ວິດ ປະ​ຈໍາ​ລາວ, ໃນ​ໂອກາດ​ທີ່​ສຳເລັດ​ການ​ປະຕິບັດ​ໜ້າທີ່​ການ​ທູດ​ຢູ່ ສປປ ລາວ, ໃນ​ວັນ​ທີ 5 ກໍລະກົດ​ນີ້, ທີ່​ທໍາ​ນຽບ​ປະທານ​ປະ​ເທດ. ໃນ​ຂະນະ​ທີ່​ທ່ານ​ທູດ ຢໍ້າ​ວ່າ ສະ​ວິດ​ຍັງ​ສືບຕໍ່​ຊ່ວຍເຫຼືອ​ໃນ​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ຂອງ ສປປ ລາວ.

​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ຮອງ​ປະທານ​ປະເທດ ກໍ​ໄດ້​ສະແດງ​ຄວາມ​ຕ້ອນຮັບ ແລະ ຊົມເຊີຍ​ຕໍ່​ທ່ານ​ທູດ ທີ່​ໄດ້​ມາ​ປະຕິບັດ​ໜ້າທີ່​ການ​ທູດ​ທີ່​ດີ​ຢູ່ ສປປ​ລາວ, ຊຶ່ງ​ເປັນ​ການ​ສືບຕໍ່​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ທີ່​ຍາວ​ນານ​ລະຫວ່າງ​ສອງ​ປະເທດ​ລາວ​-​ສະ​ວິດ ທີ່​ມີ​ແຕ່​ດົນ​ນານ​ໃຫ້​ນັບ​ມື້​ດີ​ຍິ່ງໆ​ຂຶ້ນ, ພ້ອມ​ທັງ ອວຍພອນ​ໃຫ້​ທ່ານ​ທູດ​ຈົ່ງ​ມີ​ສຸຂະພາບ​ແຂງແຮງ ເດີນທາງ​ກັບ​ປະເທດ​ດ້ວຍ​ຄວາມ​ສະຫວັດດີ​ພາບ, ປະສົບ​ຜົນ​ສໍາ​ເລັດ​ໃນ​ໜ້າທີ່​ໃໝ່​ຂອງ​ທ່ານ.

ນັບ​ແຕ່​ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ນໍາ​ກັນ ໃນ​ວັນ​ທີ 11 ພະຈິກ 1962 ເປັນຕົ້ນ​ມາ ສອງ​ປະເທດ ໄດ້​ມີ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ທີ່​ດີ​ນໍາ​ກັນ, ຊຶ່ງ​ລັດຖະບານ​ສະ​ວິດ ກໍ​ຄື ປະຊາຊົນ​ສະ​ວິດ​ໄດ້​ໃຫ້ການ​ສະໜັບສະໜູນ ສປປ ລາວ​ມາ​ໂດຍ​ຕະ​ຫຼອດ.

ປັດຈຸບັນ, ສະ​ວິດ ຍັງ​ສືບຕໍ່​ໃຫ້ການ​ຊ່ວຍເຫຼືອ ສປປ ລາວ ໂດຍ​ມີ​ເປົ້າ​ໝາຍ​ແນໃສ່ ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ສະໜັບສະໜູນ​ການ​ພັດທະນາ​ແບບ​ຍືນ​ຍົງ ແລະ ສົ່ງເສີມ​ການ​ຄຸ້ມ​ຄອງ​ພາກ​ລັດ ໂດຍ​ສຸມ​ໃສ່ 3 ຂະແໜງການ​ຕົ້ນຕໍ​ຄື: ການ​ພັດທະນາ​ສັງຄົມ, ການ​ຄຸ້ມ​ຄອງ​ລັດ ແລະ ສົ່ງເສີມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ ໃນ​ລະດັບ​ທ້ອງຖິ່ນ ການ​ຄໍ້າ​ປະກັນ​ສະບຽງ​ອາຫານ ແລະ ກະ​ສິ​ກໍາ, ການ​ສຶກສາ​ວິຊາ​ຊີບ ແລະ ການ​ຝຶກ​ອົບ​ຮົມ. ໃນ​ໄລຍະ​ທີ່​ຜ່ານ​ມາ, ລັດຖະບານ​ສະ​ວິດ ໃຫ້​ຄວາມ​ສໍາ​ຄັນ​ໃນ​ການຈັດຕັ້ງ​ປະຕິບັດ ຖະແຫຼງການ​ວຽງ​ຈັນ ກ່ຽວ​ກັບ ປະສິດ​ທິ​ຜົນ​ໃນ​ການ​ຊ່ວຍເຫຼືອ​ເພື່ອ​ການ​ພັດ​ທະ​ນາ.

​ທ່ານ​ທູດ​ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ທ່ານ ຮອງ​ປະທານ​ປະເທດ ທີ່​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ, ພ້ອມ​ທັງ​ສະແດງ​ຄວາມ​ຂອບໃຈ​ຕໍ່​ລັດຖະບານ ແລະ ປະຊາຊົນ​ລາວ ໃນ​ການ​ຕ້ອນຮັບ ແລະ ໃຫ້ການ​ຮ່ວມ​ມື​ທີ່​ດີ​ຕະຫຼອດ​ມາ. ລັດຖະບານ​ສະ​ວິດ ພ້ອມ​ແລ້ວ ໃຫ້ການ​ຊ່ວຍເຫຼືອ​ຕໍ່​ລັດ​ຖະ​ບານ​ສປປ ລາວ ໂດຍ​ສະເພາະ ແມ່ນ​ດ້ານ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ຄັ້ງ​ທີ 8, ສະນັ້ນ ການ​ພົວພັນ​ຮ່ວມ​ມື​ທີ່​ຍາວ​ນານ​ລະຫວ່າງ​ສອງ​ປະເທດ ສະ​ວິດ​-​ລາວ ແມ່ນ​ຍັງ​ຈະ​ສືບ​ຕໍ່.

ສຳລັບ​ມູນ​ຄ່າ​ການ​ຄ້າ ລະຫວ່າງ ລາວ​-​ສະ​ວິດ ມີ​ມູນ​ຄ່າ 20 ລ້ານ​ກວ່າ​ໂດ​ລາ, ໃນ​ນັ້ນ ມູນ​ຄ່າ​ສົ່ງ​ອອກ​ສິນຄ້າ​ລາວ ໄປ​ຍັງ​ສະ​ວິດ ແມ່ນ 12 ລ້ານ​ກວ່າ​ໂດ​ລາ ແລະ ສະ​ວິດ ສົ່ງ​ມາ​ຍັງ​ລາວ​ແມ່ນ 8 ລ້ານ​ກວ່າ​ໂດ​ລາ.

ໃນ​ວັນ​ທີ 4 ກໍລະກົດ, ທີ່​ກະຊວງ​ພາຍ​ໃນ, ທ່ານ ຄໍາ​ໝັ້ນ ສູນ​ວິ​ເລີດ, ລັດຖະມົນຕີ​ກະຊວງ​ພາຍ​ໃນ ກໍ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄໍາ​ນັບ​ອໍາ​ລາ​ຂອງ​ທ່ານ ທູດ​ສະ​ວິດ ເຊັ່ນ​ດຽວ​ກັນ. ສະຖານທູດ​ສະ​ວິດ​ປະ​ຈໍາ​ລາວ ມີ​ສໍາ​ນັກ​ງານ​ຕັ້ງ​ຢູ່​ນະຄອນຫຼວງ​ບາງກອກ, ປະເທດ​ໄທ.

(ແຫຼ່ງ​ຂໍ້​ມູນ​: ABC LAOS NEWS)

ທ່ານອາດຈະມັກ

ເຫດການ