ປະທານສະພາແຫ່ງຊາດ ຕ້ອນຮັບ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ

09:08 | 17/07/2019

ຍສໝ - ຕອນບ່າຍຂອງວັນທີ 16 ກໍລະກົດ, ຢູ່ທີ່ສຳນັກງານສະພາແຫ່ງຊາດຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫງວ໋ຽນ ຖິ ກີມ ເງິນ ໄດ້ໃຫ້ກຽດຕ້ອນຮັບ ຜູ້ພິພາກສາ ສານປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.

ຕອນບ່າຍຂອງວັນທີ 16 ກໍລະກົດ, ຢູ່ທີ່ສຳນັກງານສະພາແຫ່ງຊາດຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫງວ໋ຽນ ຖິ ກີມ ເງິນ ໄດ້ໃຫ້ກຽດຕ້ອນຮັບ ຜູ້ພິພາກສາ ສານປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄຳພາ ແສງດາລາ ກໍຳລັງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ຫງວ໋ຽນ ຖິ ກີມ ເງິນ ໄດ້ສະແດງຄວາມຍິນດີຕ້ອນຮັບຜູ້ພິພາກສາສານປະຊາຊົນສູງສຸດຂອງລາວ ແລະ ຄະນະຜູ້ແທນສານປະຊາຊົນສູງສຸດຂອງລາວ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ; ທ່ານປະທານສະພາ ຕີລາຄາສູງເຖິງ ຄວາມຫມາຍສຳຄັນ ແລະ ເນື້ອໃນຂອງການເຮັດວຽກຂອງຄະນະຜູ້ແທນ; ທ່ານຍັງໄດ້ສະແດງຄວາມຍິນດີກັບສະຫາຍຜູ້ພິພາກສາສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຄົນໃໝ່ທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນຜູ້ພິພາກສາສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃນກອງປະຊຸມສາມັນ ຄັ້ງທີ 7.

ປະທານສະພາແຫ່ງຊາດ ຕ້ອນຮັບ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ

ທ່ານປະທານສະພາແຫ່ງຊາດ ຫງວ໋ຽນ ຖິ ກີມ ເງິນ ຕ້ອນຮັບ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຄຳພາ ແສງດາລາ. (ພາບ: vov.vn)

ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ເນັ້ນຫນັກວ່າ: ການນໍາພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ຄວາມເອົາໃຈໃສ່, ໃຫ້ຄວາມສຳຄັນວຽກງານຍຸດຕິທຳ. ປະຈຸບັນ, ຫວຽດນາມ ກໍາລັງພະຍາຍາມປະຕິບັດຍຸດທະສາດການປະຕິຮູບທາງດ້ານວຽງການຍຸດຕິທຳ ແລະ ບັນລຸຜົນສໍາເລັດສຳຄັນຫຼາຍຢ່າງ, ໃນນັ້ນ ສານປະຊາຊົນສູງສຸດມີບົດບາດສໍາຄັນ. ສານປະຊາຊົນສູງສຸດແມ່ນອົງການພິຈາລະນາ, ປະຕິບັດສິດທາງດ້ານກົດຫມາຍ, ມີຫນ້າທີ່ປົກປ້ອງຄວາມຍຸດຕິທໍາ, ປົກປ້ອງສິດທິພົນລະເມືອງ, ປົກປ້ອງລະບອບສັງຄົມນິຍົມ, ປົກປ້ອງສິດຜົນປະໂຫຍດຂອງລັດ, ສິດແລະ ຜົນປະໂຫຍດທາງດ້ານກົດຫມາຍຂອງອົງການນິຕິບຸກຄົນ.

ປະທານສານປະຊາຊົນສູງສຸດຂອງລາວ ຄຳພາ ແສງດາລາ ໄດ້ສະແດງຄວາມຂອບໃຈຕໍ່ ປະທານສະພາແຫ່ງຊາດຫວຽດນາມ ທີ່ໄດ້ສະຫຼະເວລາອັນມີຄ່າ ແລະ ສະແດງຄວາມຍິນດີກັບປະທານສະພາແຫ່ງຊາດຫວຽດນາມ ກ່ຽວກັບການຮ່ວມມື ລະຫວ່າງ ສານປະຊາຊົນສູງສຸດຂອງສອງປະເທດ ແລະ ໃນນາມສ່ວນຕົວ.

ປະທານສະພາແຫ່ງຊາດ ຕ້ອນຮັບ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ

ບັນຍາກາດທີ່ການຕ້ອນຮັບ.(ພາບ: vov.vn)

ປະທານສານປະຊາຊົນສູງສຸດຂອງລາວ ຄຳພາ ແສງດາລາ ໃຫ້ຮູ້ວ່າ: ຂະແໜງສານປະຊາຊົນລາວ ກຳລັງດໍາເນີນການປະຕິຮູບດ້ານຍຸດຕິທຳ, ດັ່ງນັ້ນການມາຢ້ຽມຢາມ ແລະ ເຮັດວຽກ ຄັ້ງນີ້ ນອກຈາກຈຸດປະສົງຮັດແໜ້ນສາຍພົວພັນມິດຕະພາບແບບດັ້ງເດີມ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ແຕ່ສານປະຊາຊົນສູງສຸດແຫ່ງປະເທດລາວ ຍັງມີອີກ 5 ເນື້ອໃນ ທີ່ຕ້ອງການໄດ້ຮັບການແບ່ງປັນຈາກສານປະຊາຊົນຫວຽດນາມ ນັ້ນແມ່ນ: ການແລກປ່ຽນປະສົບການ ກັບ ຫວຽດນາມ ໃນການກໍ່ສ້າງ ລະບົບກົດຫມາຍແພ່ງ; ປະສົບການໃນການເຜີຍແຜ່ການຕັດສິນພາຍຫຼັງຈາກພິຈາລະນາຄະດີ ຂື້ນເວັບໄຊ; ຄຸ້ມຄອງຖັນແຖວພະນັກງານຜູ້ພິພາກສາໃນການປະຕິບັດຫນ້າທີ່ຂອງລັດ; ປະສົບການໃນການນຳໃຊ້ເຕັກໂນໂລຢີ 4.0 ຢູ່ ຫວຽດນາມ; ປະສົບການການດໍາເນີນງານພິຈາລະນາຄະດີ ຂອງສານປະຊາຊົນສູງສຸດ.

ດ້ວຍ 5 ເນື້ອໃນດັ່ງກ່າວ, ໃນການເຈລະຈາ ຮ່ວມກັບ ປະທານ ສານປະຊາຊົນສູງສຸດຂອງຫວຽດນາມ ຫງວ໋ຽນ ຮວ່າ ບິ່ງ, ໃນວັນທີ 15 ກໍລະກົດ, ຝ່າຍ ສປປ ລາວ ໄດ້ຮັບຄໍາຕອບ ແລະ ປະສົບການທີ່ມີຄຸນຄ່າ ຈາກ ຫວຽດນາມ. ປະທານສານປະຊາຊົນສູງສຸດຂອງລາວ ຄຳພາ ແສງດາລາ ກ່າວວ່າ: ການຢ້ຽມຢາມ ແລະ ການເຮັດວຽກຄັ້ງນີ້ ໄດ້ບັນລຸຜົນສໍາເລັດຫຼາຍຢ່າງ; ດ້ວຍບົດບາດໜ້າທີ່ຂອງຕົນ, ທ່ານຈະພະຍາຍາມຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ ແລະ ຊຸກຍູ້ສົ່ງເສີມຂະແໜງການສານປະຊາຊົນ ສອງປະເທດ ນັບມື້ນັບມີປະສິດຕິຜົນຂື້ນຕື່ມ.

ປະທານສະພາແຫ່ງຊາດ ຕ້ອນຮັບ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ

ການນຳທັງສອງປະເທດຖ່າຍຮູບເປັນທີ່ລະນຶກ.(ພາບ: vov.vn)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຕີລາຄາສູງການຮ່ວມມືອັນແໜ້ນແຟ້ນ ລະຫວ່າງຂະແຫນງການ ສານປະຊາຊົນສູງສຸດ ຫວຽດນາມ ແລະ ລາວ ໃນໄລຍະຜ່ານມາເຊິ່ງໄດ້ຮັບຜົນສໍາເລັດຫຼາຍຢ່າງ, ໂດຍສະເພາະແມ່ນໃນການບຳລຸງສ້າງ , ການສືກສາອົບຮົມວິຊາສະເພາະສານ, ພິຈາລະນາຄະດີ, ແລກປ່ຽນ ຄະນະປະຕິວັດງານ ຢູ່ໃນຂັ້ນສູນກາງແລະ ທ້ອງຖິ່ນ. ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ສະເຫນີ, ປະທານສານປະຊາຊົນສູງສຸດ ແລະ ຂະແໜງການສານຂອງສອງປະເທດ ເພີ່ມທະວີການປະສານສົມທົບ, ແບ່ງປັນປະສົບການໃນວຽກງານການຍົກສູງປະສິດທິພາບການຮ່ວມມື, ຊຸກຍູ້ວຽກງານການຝຶກອົບຮົມພະນັກງານເພື່ອເຮັດສຳເລັດໜ້າທີ່ທີ່ຕົນຮັບຜິດຊອບໃຫ້ດີ.

ການຊຸກຍູ້ສົ່ງເສີມການຮ່ວມມື ລະຫວ່າງ ສອງຂະແໜງການສານປະຊາຊົນສູງສຸດ ຈະນຳມາແຫ່ງ ຜົນປະໂຫຍດ ອັນເປັນຈິງໃຫ້ແກ່ຂະແໜງສານຂອງສອງປະເທດ, ປະກອບສ່ວນຢ່າງຕັ້ງຫນ້າຕໍ່ການພັດທະນາໂດຍລວມຂອງແຕ່ລະປະເທດ, ກໍ່ຄືສາຍພົວພັນສອງປະເທດໃຫ້ຮັດແໜ້ນຂື້ນຕື່ມ ສາຍພົວພັນອັນເປັນປະເພນີ ແລະ ຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມແລະລາວ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.