ຮອງປະທານສະພາແຫ່ງຊາດ ໂດ໋ ບ໋າ ຕິ ຕ້ອນຮັບ ຫົວໜ້າສະຖາບັນ ຄົ້ນຄວ້າກົດໝາຍສະພາແຫ່ງຊາດ ສປປ ລາວ

08:43 | 08/07/2019

ຍສໝ - ທ້າຍອາທິດທີ່ຜ່ານມາ, ທີ່ ຫ້ອງຮັບແຂກສະພາແຫ່ງຊາດຫວຽດນາມ, ພົນເອກ ໂດ໋ ບ໋າ ຕິ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ມີພິທີຕ້ອນຮັບ ທ່ານ ຄຳເຜີຍ ປານມະໄລທອງ ຫົວໜ້າສະຖາບັນ ຄົ້ນຄວ້າກົດໝາຍສະພາແຫ່ງຊາດ ສປປ ລາວ ນຳພາຄະນະ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ປະເທດຫວຽດນາມ.

ຮອງປະທານສະພາແຫ່ງຊາດ ໂດ໋ ບ໋າ ຕິ ຕ້ອນຮັບ ຫົວໜ້າສະຖາບັນ ຄົ້ນຄວ້າກົດໝາຍສະພາແຫ່ງຊາດ ສປປ ລາວ

ທ່ານ ໂດ໋ ບ໋າ ຕິ ແລະ ທ່ານ ຄຳເຜີຍ ປານມະໄລທອງ. (ພາບ: quochoi.vn)

ຕ່າງໜ້າການນຳປະທານສະພາແຫ່ງຊາດຫວຽດນາມ, ຮອງປະທານສະພາແຫ່ງຊາດຫວຽດນາມ ທ່ານ ໂດ໋ ບ໋າ ຕິ ໄດ້ສະແດງຄວາມຕ້ອນຮັບ ຄະນະຜູ້ແທນ ສະຖາບັນຄົ້ນຄວ້າກົດຫມາຍສະພາແຫ່ງຊາດ ສປປ ລາວ ໂດຍ ທ່ານ ຄຳເຜີຍ ປານມະໄລທອງ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ໋ ບ໋າ ຕິ ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຜົນສໍາເລັດ ທີ່ ປະເທດ ແລະ ປະຊາຊົນ ລາວໃນຊຸມປີທີ່ຜ່ານມາ, ຄວາມສະຫງົບ - ການເມືອງ ໄດ້ຮັບການຮັກສາຢ່າງເຂັ້ມແຂງ, ເສດຖະກິດໄດ້ຮັບການປັບປຸງ ແລະ ຮັກສາໄດ້ຄວາມສະຖຽນລະພາບ ດ້ວຍລະດັບການຈະເລີນເຕີບໂຕສູງ, ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ບົດບາດສະຖານະພາບ ຂອງ ສປປ ລາວ ນັບມື້ນັບໄດ້ຮັບການຍົກສູງ ໃນພາກພື້ນ ແລະ ສາກົນ. ທ່ານຮອງປະທານສະພາແຫ່ງຊາດ ທ່ານ ໂດ໋ ບ໋າ ຕິ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນໍາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ສປປ ລາວ ຈະໄດ້ຮັບໄຊຊະນະໃໝ່ໃນການຈັດຕັ້ງປະຕິບັດເປົ້າຫມາຍ ຂອງ ມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ແລະ ແຜນພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ 8 (ໄລຍະ 2016-2020), ປະສົບຜົນສໍາເລັດໃນການສ້າງສາປະເທດຊາດ ແຫ່ງ ສັນຕິພາບ, ປະຊາທິປະໄຕ, ເອກະລາດ, ເອກະພາບ ແລະ ຜາສຸກ.

ທ່ານຮອງປະທານສະພາແຫ່ງຊາດ ທ່ານ ໂດ໋ ບ໋າ ຕິ ກ່າວຕື່ມອີກວ່າ: ໃນຫຼາຍເດືອນຕົ້ນປີ 2019, ສອງປະເທດໄດ້ມີການຢ້ຽມຢາມ ລະດັບສູງ, ໂດຍສະເພາະແມ່ນການຢ້ຽມຢາມສຳພັນທະໄມຕີ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນ ຟູ໋ ຈ້ອງ ໃນເດືອນ ກຸມພາ 2019. ປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ມາຢ້ຽມຢາມຫວຽດນາມ ໃນຕົ້ນເດືອນມີນາ 2019. ສະພາແຫ່ງຊາດ ສອງປະເທດ ໄດ້ຈັດກອງປະຊຸມປຶກສາຫາລື ຢ່າງເລິກເຊິ່ງ ກ່ຽວກັບປະສົບການຈັດຕັ້ງປະຕິບັດວຽກງານຂອງ ອຳນາດການປົກຄອງທ້ອງຖິ່ນ, ໂດຍສະເພາະໃນຂົງເຂດການຄຸ້ມຄອງທີ່ດິນ, ການດຶງດູດທືນຈາກຕ່າງປະເທດ, ການຄຸ້ມຄອງງົບປະມານລັດ ຢູ່ ຂັ້ນທ້ອງຖິ່ນ, ຄຸ້ມຄອງ - ພັດທະນາການທ່ອງທ່ຽວ...

ຮອງປະທານສະພາແຫ່ງຊາດ ໂດ໋ ບ໋າ ຕິ ຕ້ອນຮັບ ຫົວໜ້າສະຖາບັນ ຄົ້ນຄວ້າກົດໝາຍສະພາແຫ່ງຊາດ ສປປ ລາວ

ທ່ານ ໂດ໋ ບ໋າ ຕິ ແລະ ທ່ານ ຄຳເຜີຍ ປານມະໄລທອງ. (ພາບ: quochoi.vn)

ຕີລາຄາສູງເນື້ອໃນຂອງການຢ້ຽມຢາມ ແລະ ເຮັດວຽກ ຂອງສະຖາບັນຄົ້ນຄ້ວາກົດຫມາຍສະພາແຫ່ງຊາດ ສປປ ລາວຄັ້ງນີ້, ທ່ານຮອງປະທານສະພາແຫ່ງຊາດ ທ່ານ ໂດ໋ ບ໋າ ຕິ ກ່າວວ່າ: ເນື້ອໃນການແລກປ່ຽນກ່ຽວກັບ ວິທີການເກັບກຳ ແລະ ສະໜອງຂໍ້ມູນ; ປະສົບການກ່ຽວກັບການບົດສະຫຼຸບສັງລວມ; ເຂົ້າຮ່ວມໃນການກໍ່ສ້າງບົດສະຫຼຸບສັງລວມ, ປະສົບການໃນການດຶງດູດຄວາມສົນໃຈໃນການໃຊ້ບໍລິການ ການຄົ້ນຄວ້າຂອງສະຖາບັນຄົ້ນຄ້ວາກົດຫມາຍ. ແລກປ່ຽນປະສົບການ ກ່ຽວກັບ ຝຶກອົບຮົມຍົກສູງລະດັບຄວາມຮູ້ໃຫ້ແກ່ຜູ້ແທນສະພາແຫ່ງຊາດ; ວິທີການ ແລະ ຂັ້ນຕອນໃນການຕີລາຄາ - ປະເມີນ ຄຸນນະພາບຂອງການຝຶກອົບຮົມ; ວຽກງານການຝຶກອົບຮົມ ບຳລຸງສ້າງພະນັກງານສັງລວມຮັບໃຊ້ໃນການຝຶກອົບຮົມ ໃຫ້ແກ່ ສະພາແຫ່ງຊາດ... ແມ່ນເນື້ອໃນທີ່ຈໍາເປັນທີ່ສຸດ, ແທດຈິງ ຕໍ່ກັບການເຄື່ອນໄຫວ ຂອງສະຖາບັນຄົ້ນຄວ້າກົດຫມາຍ ສະພາແຫ່ງຊາດລາວ ກໍ່ຄືສະຖາບັນການຄົ້ນຄວ້ານິຕິບັນຍັດ ແລະ ສູນຝຶກອົບຮົມຜູ້ແທນປະຊາຊົນ, ຄະນະຜູ້ແທນປະຕິິບັດງານຂອງ ສະພາແຫ່ງຊາດຫວຽດນາມ.

ຮອງປະທານສະພາແຫ່ງຊາດ ທ່ານ ໂດ໋ ບ໋າ ຕິ ຢືນຢັນວ່າ: ສະພາແຫ່ງຊາດຫວຽດນາມຈະເຮັດຢ່າງສຸດຄວາມສາມາດ, ຮ່ວມກັບສະພາແຫ່ງຊາດລາວ ປະສານສົມທົບ ແລະ ຮ່ວມມືຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະສົບການໃນຂົງເຂດນິຕິບັນຍັດ, ກໍ່ຄືໃນການຈັດຕັ້ງປະຕິບັດໜ້າທີ່ກວດສອບ ແລະ ຕັດສິນໃຈໃນບັນຫາທີ່ສໍາຄັນຂອງຊາດ; ການປະສານສົມທົບໃນການຕິດຕາມກວດສອບ, ກະຕຸກຊຸກຍູ້ ລັດຖະບານທັງສອງປະເທດ ປະຕິບັດໃຫ້ໄດ້ດີ ບັນດາໂຄງການ-ການຮ່ວມມື ທີ່ໄດ້ຮັບຕົກລົງເຫັນດີ ຂອງການນໍາຂັ້ນສູງ ຂອງສອງພັກ, ສອງລັດ; ການປະສານກັນຢ່າງຄ່ອງແຄ້ວ ແລະ ມີປະສິດທິຜົນ ໃນບັນຫາສາກົນ ແລະ ພາກພື້ນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຮອງປະທານສະພາແຫ່ງຊາດ ໂດ໋ ບ໋າ ຕິ ຕ້ອນຮັບ ຫົວໜ້າສະຖາບັນ ຄົ້ນຄວ້າກົດໝາຍສະພາແຫ່ງຊາດ ສປປ ລາວ

ບັນຍາກາດກອງປະຊຸມພົບປະ.(ພາບ: quochoi.vn)

ທ່ານ ຄຳເຜີຍ ປານມະໄລທອງ ເປັນຫົວໜ້າສະຖາບັນ ຄົ້ນຄວ້າກົດໝາຍສະພາແຫ່ງຊາດໄດ້ສະແດງຄວາມຂອບອົກຂອບໃຈຢ່າງສຸດຊື້ງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດ ທີ່ທ່ານ ຮອງປະທານສະພາແຫ່ງຊາດ ທ່ານ ໂດ໋ ບ໋າ ຕິ ມອບໃຫ້ໃນການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຄັ້ງນີ້, ແລະ ທ່ານຫົວໜ້າສະຖາບັນໄດ້ລາຍງານ ໃຫ້ທ່ານຮອງປະທານສະພາຫວຽດນາມຮັບຮູ້ເຖິງຜົນຂອງການພົບປະ ແລະ ເຈລະຈາກັບ ສະຖາບັນນິຕິບັນຍັດ ຫວຽດນາມ. ທີ່ການພົບປະເຈລະຈາ, ສອງຝ່າຍແລກປ່ຽນປະສົບການໃນການຈັດຕັ້ງປະຕິບັດ, ໃນນັ້ນມີປະສົບການໃນການເຊີນຜູ້ຊ່ຽວຊານເຂົ້າຮ່ວມໃນການສ້າງບົດລາຍງານຄົ້ນຄວ້າວິທະຍາສາດ; ສ້າງບົດລາຍງານສະຫຼຸບສັງລວມຜົນການຄົ້ນຄວ້າ; ຂໍ້ມູນທີ່ສະຫນອງໃຫ້ແກ່ຜູ້ແທນສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດໃນການເຄື່ອນໄຫວນິຕິບັນຍັດ.

ທ່ານ ຄຳເຜີຍ ປານມະໄລທອງ ເປັນຫົວໜ້າສະຖາບັນ ຄົ້ນຄວ້າກົດໝາຍສະພາແຫ່ງຊາດ ສປປ ລາວ ຫວັງເປັນຢ່າງຍິ່ງວ່າໃນອານາຄົດ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອແບ່ງປັນ ຈາກສະພາແຫ່ງຊາດຫວຽດນາມ ໃນການປັບປຸງຍົກສູງປະສິດທິພາບ ໃນການເຄື່ອນໄຫວຂອງສະຖາບັນຄົ້ນຄວ້າກົດຫມາຍແຫ່ງຊາດລາວ ກໍ່ຄືການເຄື່ອນໄຫວ ສະພາແຫ່ງຊາດ ສປປ ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.