ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ລັດຖະມົນຕີກະຊວງພາຍໃນ ສປປ ລາວ

15:06 | 10/07/2019

ຍສໝ - ໃນຕອນບ່າຍຂອງວັນທີ 9 ກໍລະກົດ 2019, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ຕ້ອນຮັບ ທ່ານ ຄໍາໝັ້ນ ສູນວິເລີດ, ລັດຖະມົນຕີກະຊວງພາຍໃນ ສປປ ລາວ.

ຄຳປາໄສໃນພິທີການຕ້ອນຮັບ, ທ່ານ ຫງວຽນ ຊວນ ຟຸກ ກ່າວວ່າ: ຫວຽດນາມ ແລະ ລາວ ແມ່ນສອງປະເທດມີຄວາມຮັກແພງໃຫ້ກັນຢ່າງຍິ່ງໃຫຍ່ ແລະ ກຳລັງສືບຕໍ່ໄດ້ພັດທະນາສາຍສໍາພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຢ່າງກວ້າງຂວາງໃນຫລາຍຂົງເຂດ.

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ລັດຖະມົນຕີກະຊວງພາຍໃນ ສປປ ລາວ

ທ່ານ ຫງວຽນ ຊວນ ຟຸກ ແລະ ທ່ານ ຄໍາໝັ້ນ ສູນວິເລີດ. (ພາບ: nhandan.com.vn)

ທ່ານ ຫງວຽນ ຊວນ ຟຸກ ຕີລາຄາສູງ ການຮ່ວມມືລະຫວ່າງສອງກະຊວງມີການພັດທະນາໃນຫລາຍຂົງເຂດເຊັ່ນ: ສາສະຫນາ, ການບໍລິຫານລັດ... ເຊິ່ງກໍ່ປະກອບສ່ວນຊຸກຍູ້ການຮ່ວມມືຢ່າງຮອບດ້ານ ລະຫວ່າງສອງປະເທດ ແລະ ທ່ານ ຫງວຽນ ຊວນ ຟຸກ ເຊື່ອໝັ້ນວ່າສອງກະຊວງພາຍໃນຈະເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຢ່າງໃກ້ຊິດ ແລະ ໄດ້ຮັບຜົນສຳເລັດຕົວຈິງ, ເປັນຮູບປະທຳ ແລະ ເປັນແບບຢ່າງໃນສາຍພົວພັນທັງສອງຝ່າຍ.

ລັດຖະມົນຕີກະຊວງພາຍໃນ ສປປ ລາວ ທ່ານ ຄໍາໝັ້ນ ສູນວິເລີດ ສະແດງຄວາມຂອບໃຈຕໍ່ກັບ ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ທີ່ໄດ້ສະຫງວນເວລາຕ້ອນຮັບຄະນະຜູ້ແທນກະຊວງພາຍໃນ ສປປ ລາວ ແລະ ສ້າງເງື່ອນໄຂໃຫ້ຄະນະຜູ້ແທນໄດ້ເຂົ້າຮ່ວມການສຶກສາ ແລະ ແລກປ່ຽນປະສົບການກັບຫວຽດນາມກ່ຽວກັບອົງການຈັດຕັ້ງລັດ, ປັບປຸງປະສິດທິພາບ ແລະ ຄວາມສາມາດຂອງບັນດາຜູ້ບໍລິຫານ, ລັດຖະກອນ, ພະນັກງານລັດຖະບານທ້ອງຖິ່ນ.

ທ່ານ ຄໍາໝັ້ນ ສູນວິເລີດ ຫວັງວ່າກະຊວງພາຍໃນສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດທີ່ມີຄວາມສໍາຄັນ ໄດ້ເຂັ້ມແຂງ ແລະ ເລິກເຊິ່ງ, ປະກອບສ່ວນເຂົ້າໃນການພົວພັນມິດຕະພາບ ແລະ ຮ່ວມມື ລະຫວ່າງສອງປະເທດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.