ຄະນະປະຕິບັດງານ ແຂວງ ດົ່ງຖາບ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈໍາປາສັກ, ສປປ ລາວ

09:10 | 10/07/2019

ຍສໝ - ຄະນະຜູ້ແທນ ແຂວງດົ່ງຖາບ ໂດຍທ່ານ ຟ້າມ ທ້ຽນ ເຫງຍ, ຮອງປະທານ ຄະນະກໍາມະການປະຊາຊົນ ແຂວງ ໄດ້ນຳພາຄະນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຈໍາປາສັກ ສປປ ລາວ. ໂດຍຝ່າຍແຂວງຈຳປາສັກ ໂດຍ ທ່ານ ບຸນທອງ ສີວິໄຊ - ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ, ສປປ ລາວ ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະ.

ຄະນະປະຕິບັດງານ ແຂວງ ດົ່ງຖາບ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈໍາປາສັກ, ສປປ ລາວ

ບັນຍາກາດກອງປະຊຸມ.(ພາບ: ຢຸຍແຂັງ/THĐT)

ໃນກອງປະຊຸມ, ທັງສອງຝ່າຍໄດ້ຮ່ວມກັນປະເມີນຜົນ ແລະ ຕີລາຄາຜົນຂອງການຈັດຕັ້ງປະຕິບັດ ບົດບັນທຶກການຮ່ວມມື ລະຫວ່າງ ຜູ້ນໍາຂອງສອງແຂວງໃນໄລຍະ ປີ 2018 - 2019. ໃນປີ 2018, ແຂວງດົ່ງຖາບ ໄດ້ຊ່ວຍເຫຼືອຍູ້ຫນູນ ທຶນສຶກສາໃຫ້ແກ່ນັກຮຽນຈໍາປາສັກ ຈຳນວນ 10ທຶນ ໃນການສຶກສາ ຢູ່ ວິທະຍາໄລແພດສາດຊັ້ນສູງດົ່ງຖາບ. ຈໍານວນນັກຮຽນຈໍາປາສັກທັງຫມົດທີ່ໄດ້ຮັບທືນສຶກສາ ຢູ່ ວິທະຍາໄລແຫ່ງທີ່ນີ້ ມີຈຳນວນ 20 ຄົນ. ແຂວງຈໍາປາສັກຊ່ວຍເຫຼືອ ທຶນການສຶກສາໃນການຮຽນພາສາລາວ ຈຳນວນ 4ທືນ ໃຫ້ແກ່ພະນັກງານ, ລັດຖະກອນ ແຂວງດົ່ງຖາບ, ໃນນັ້ນ ມີພະນັກງານ 2ຄົນ ໄດ້ສຳເລັດການສຶກສາ ໃນປີ 2015, ປະຈຸບັນຍັງມີພະນັກງານອີກສອງຄົນ ກຳລັງສຶກສາ ສົກປີ 2019. ໃນ ເດືອນທັນ ປີ 2018, ແຂວງດົ່ງຖາບ ໄດ້ຈັດກອງປະຊຸມ ກ່ຽວກັບການຮ່ວມມືສົ່ງເສີມການຄ້າ ແລະ ການລົງທຶນກັບ ແຂວງຈໍາປາສັກ.

ທຸກໆປີ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງດົ່ງຖາບ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມແຂວງຈຳປາສັກ ໄດ້ຈັດຕັ້ງປະຕິບັດ ຮຽນຮູ້, ອວຍພອນໃນໂອກາດວັນສຳຄັນຕ່າງໆທີ່ຍິ່ງໃຫຍ່ ຂອງສອງປະເທດຢ່າງເປັນປົກກະຕິ, ຈາກນັ້ນເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມື, ເປັນຂົວຕໍ່ໃຫ້ແກ່ ປະຊາຊົນໃນການເພີ່ມພູນຄູນສ້າງ ມູນເຊື້ອ ລະຫວ່າງ ຫວຽດນາມ-ລາວ. ທ່ານ ບຸນທອງ ສີວິໄຊ - ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ, ສປປ ລາວ ຫວັງເປັນຢ່າງຍິ່ງວ່າ ສອງຝ່າຍຈະສືບຕໍ່ເສີມສ້າງຄວາມສາມັກຄີ, ມິດຕະພາບ, ຊຸກຍູ້ສົ່ງເສີມການຄ້າ, ການກະສິກໍາ, ການສຶກສາ ແລະ ດຶງດູດ ການລົງທຶນ...

ນອກຈາກ ຂໍ້ມູນຂ່າວສານກ່ຽວກັບໝາກຜົນ ກໍ່ຄືບັນດາຜົນສໍາເລັດຕ່າງໆ ທາງດ້ານການພັດທະນາເສດຖະກິດ ຂອງແຂວງ, ທ່ານ ຟ້າມ ທ້ຽນ ເຫງຍ ຮອງປະທານຄະນະກໍາມະການປະຊາຊົນ ດົ່ງຖາບ ຕີລາຄາສູງ ບັນດາຜົນສໍາເລັດຂອງການຮ່ວມມື. ທ່ານໄດ້ສະເໜີທັງສອງຍູ້ແຮງຮ່ວມມືພັດທະນາ ດ້ານການກະສິກໍາ, ການປະມົງ ແລະ ການສຶກສາ. ຄຽງຄູ່ກັນນັ້ນ, ນີ້ແມ່ນໄດ້ນຳຂັ້ນຕອນ ພັດທະນາບັນດາຂົງເຂດທ່ອງທ່ຽວ, ວັດທະນະທໍາ-ສັງຄົມ, ການລ້ຽງສັດ, ປູກຝັງ...

ກ່ອນຫນ້ານີ້, ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມແລະເຮັດວຽກ ຢູ່ ວິທະຍາໄລ ແພດສາດ ຊັ້ນສູງແຂວງຈຳປາສັກ. ຜູ້ຕາງຫນ້າຂອງທັງສອງຝ່າຍໄດ້ທົບທວນຄືນບັນດາຜົນສໍາເລັດຂອງການຮ່ວມມື ໃນໄລຍະ 2017 - 2019 ດ້ວຍເນື້ອໃນຂອງການບຳລຸງສ້າງ, ນັກຮຽນ, ຄູອາຈານ, ແລກປ່ຽນວິຊາສະເພາະ ແລະ ຄົ້ນຄ້ວາວິທະຍາສາດ. ໃນໄລຍະ 2019 - 2021, ວິທະຍາໄລ ແພດສາດ ຊັ້ນສູງ ດົ່ງຖາບ ຈະຊ່ວຍເຫຼືອຍູ້ຫນູນກໍ່ສ້າງພະນັກງານຄູອາຈານ ໃຫ້ແກ່ ວິທະຍາໄລແພດສາດແຂວງຈຳປາສັກ ໃນຂົງເຂດ ການດູແລຜິວຫນັງ, ສະຫນອງທຶນການສຶກສາ ໃຫ້ແກ່ພະນັກງານຄູອາຈານ ຂອງໂຮງຮຽນ ໄປ ດົ່ງຖາບ ສຶກສາຮຳ່ຮຽນ, ຊ່ວຍເຫຼືອ ຊ໋ອບແວຄຸ້ມຄອງ ໃຫ້ແກ່ ວິທະຍາໄລແພດສາດ ຈຳປະສັກ. ນອກຈາກນັ້ນ, ທັງສອງຝ່າຍຍັງສືບຕໍ່ປະຕິບັດຄໍາຫມັ້ນສັນຍາທີ່ໄດ້ເຊັນລົງມນາມ ຮ່ວມມື ທີ່ໄດ້ເຊັນລົງນາມໃນເມືອ່ກັນ. ທ່ານ ຟ້າມ ທ້ຽນ ເຫງຍ ຮອງປະທານຄະນະກໍາມະການປະຊາຊົນແຂວງ ຫວັງເປັນຢ່າງຍິ່ງວ່າ ທັງສອງຝ່າຍ ຈະສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມື, ມິດຕະພາບ, ໃນນັ້ນເອົາໃຈໃສ່ໃນບັນດາຂົງເຂດທີ່ທັງສອງປະເທດມີທ່າແຮງ.

(ຫັດ​ທະ​ບູນ)

302 Found

Found

The document has moved here.