ແຂ່ງຂັນລົດອ໊ອບໂຣດນາໆຊາດ ຄັ້ງທຳອິດຈະຈັດຂື້ນ ຢູ່ ສປປ ລາວ

09:31 | 11/07/2019

ພິ­ທີ​ຖະ­ແຫຼງ​ຂ່າວ​ການ​ແຂ່ງ­ຂັນ​ກີ­ລາ​ລົດ​ໃຫຍ່ ອ໊ອບ​ໂຣດ​ນາໆຊາດ ຊີງ​ຂັນ​ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ຄັ້ງ​ທີ l ຈັດ​ຂຶ້ນ​ວັນ​ທີ 5 ກໍ­ລະ­ກົດ 2019 ຢູ່​ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ (ຄອລ) ໂດຍ​ມີ​ທ່ານ ບົວ​ລານ ສິ­ລິ​ປັນ­ຍາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ສສກ ຮອງ​ປະ­ທານ ຄອລ ທ່ານ ສົມ​ພູ ພົງ­ສາ ຜູ້​ຊ່ວຍ​ລັດ­ຖະ­ມົນ­ຕີ​ກະ­ຊວງ ສສກ ຮອງ​ປະ­ທານ ແລະ ເລ­ຂາ­ທິ­ການ ຄອລ ທ່ານ ແສງ​ພອນ ພົນ​ອາ­ມາດ ຫົວ­ໜ້າ​ກົມ​ໜ້າ​ກີ­ລາ​ລະ­ດັບ​ສູງ ກະ­ຊວງ ສສກ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ແຂ່ງຂັນລົດອ໊ອບໂຣດນາໆຊາດ ຄັ້ງທຳອິດຈະຈັດຂື້ນ ຢູ່ ສປປ ລາວ

ພິ­ທີ​ຖະ­ແຫຼງ​ຂ່າວ​ການ​ແຂ່ງ­ຂັນ​ກີ­ລາ​ລົດ​ໃຫຍ່ ອ໊ອບ​ໂຣດ​ນາໆຊາດ ຊີງ​ຂັນ​ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ຄັ້ງ​ທີ l.

ທ່ານ ສົມ​ພອນ ສະ​ຫວັດ​ວິ​ພານ ປະ­ທານ​ສະ­ຫະ­ພັນ​ກີ­ລາ​ລົດ​ໃຫຍ່ ແລະ ລົດ­ຈັກ​ແຫ່ງ​ຊາດ​ລາວ ກ່າວ​ວ່າ: ຈຸດ­ປະ­ສົງ​ເພື່ອ​ເປີດ​ໂອ­ກາດ​ໃຫ້​ຜູ້​ທີ່​ຮັກ​ມັກ​ກີ­ລາ​ແຂ່ງ​ລົດ ໄດ້​ມີ​ເວ­ທີ​ເຄື່ອນ​ໄຫວ ແລະ ແລກ­ປ່ຽນ​ປະ­ສົບ​ການ​ກັບ​ນັກ​ຂັບ​ຈາກ​ປະ­ເພດ​ເພື່ອນ​ບ້ານ ງານ​ດັ່ງ­ກ່າວ​ຈະ​ຈັດ​ຂຶ້ນ​ວັນ​ທີ 5-11 ສິງ­ຫາ 2019 ຢູ່​ເຂດ​ເສດ­ຖະ­ກິດ​ສະ­ເພາະ​ບຶງ​ທາດ­ຫຼວງ ນະ­ຄອນ­ຫຼວງ​ວຽງ​ຈັນ ພາຍ​ໃນ​ງານ​ຍັງ​ຈະ​ມີ​ກິດ­ຈະ­ກຳ​ຕ່າງໆ​ທີ່​ໜ້າ​ສົນ­ໃຈ ເປັນ­ຕົ້ນ​ກາ­ນວາງ­ສະ­ແດງ​ລົດ ທົດ​ລອງ​ຂັບ​ລົດ​ຕົວ​ຈິງ​ໃນ​ສະ­ໜາມ ງານ​ສະ­ແດງ​ສິ­ລະ​ປະ ຕະ­ຫຼາດ­ນັດ ແລະ ອື່ນໆ ສະ­ນັ້ນ​ຂໍ​ເຊີນ­ຊວນ​ປະ­ຊາ­ຊົນ​ລາວ ກໍ​ຄື​ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ມາ​ຕິດ­ຕາມ​ຊົມ ແລະ ເຊຍ ເພື່ອ​ເຮັດ​ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ ສາ­ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ.

ມື້​ແຂ່ງ­ຂັນ​ເປັນ​ທາງ​ການ​ແມ່ນ​ວັນ​ທີ 9-11 ສິງ­ຫາ ໂດຍ​ມີ​ນັກ­ກີ­ລາ​ແຈ້ງ​ເຈດ​ຈຳ­ນົງ​ເຂົ້າ​ຮ່ວມ​ແລ້ວ​ມີ ລາວ ຫວຽດ­ນາມ ໄທ ມາ​ເລ​ເຊຍ ກຳ­ປູ­ເຈຍ ມຽນ​ມາ ແລະ ຈີນ ມີ​ນັກ­ກີ­ລາ 50 ຄົນ ລົດ​ແຂ່ງ­ຂັນ 100 ກວ່າ​ຄັນ ແຂ່ງ­ຂັນ 6 ລາຍ­ການ ຄື: ຮຸ່ນ VIP ຮຸ່ນ​ປີກ​ນົກ ຮຸ່ນ​ຄານ​ແຂງ ຮຸ່ນ​ທ່ຽວ​ປ່າ​ທົ່ວ​ໄປ ຮຸ່ນ​ທ່ຽວ​ປ່າ ໂອ​ເພັນ ແລະ ຮຸ່ນ​ຊຸບ​ເປີ ໂອ​ເພັນ ຊີງ​ເງິນ​ລາ­ງວັນ​ລວມ 120 ລ້ານ​ກວ່າ​ກີບ ຮູບ​ແບບ​ການ​ແຂ່ງ­ຂັນ​ແມ່ນ​ຈົກ​ສະ­ຫຼາກ​ປະ​ກົບ​ຄູ່ ຈະ​ແຂ່ງ­ຂັນ​ເທື່ອ​ລະ 1 ຄັນ ແລະ 2 ຄັນ​ຄູ່​ກັນ ກ່ອນ​ຈະ​ຈັດ​ເວ­ລາ​ການ​ແຂ່ງ­ຂັນ ເພື່ອ​ຄັດ​ເອົາ​ຜູ້​ໃຊ້​ເວ­ລາ​ດີ​ທີ່​ສຸດ​ເຂົ້າ​ຮອບ​ຕໍ່​ໄປ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ