ນັກລົງທຶນດ້ານກະສິກຳຊວ່ຍຂະຫຍາຍປ່າສີຂຽວແບບຍືນຍົງຢູ່ ສປປ ລາວ

09:25 | 12/07/2019

ໂຄງການປູກໄມ້ ແລະ ສ້າງໂຮງງານໄມ້ອັດຂອງບໍລິສັດບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ຈະປະກອບສ່ວນສຳຄັນໃນການຍູ້ເສດຖະກິດຂອງ ສປປ ລາວ ໄປຕາມທິດ ຍືນຍົງ ແລະ ສີຂຽວໃນຕໍ່ໜ້າ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວໃນພິທີວາງຫິນສິລາເລີກຂອງໂຄງການດັ່ງກ່າວໃນມື້ວານນີ້ 10/07/2019 ວ່າ: ການສົ່ງເສີມການປູກໄມ້ແບບປະຊາຊົນມີສ່ວນຮ່ວມແມ່ນສອດຄ່ອງກັບແຜນພັດທະນາຂອງລັດຖະບານລາວ, ເຊື່ອວ່າໂຄງການຂອງບໍລິສັດບົວລະພາ ລົງທືນປຸກໄມ້ວິກ ແລະ ໄມ້ກະຖິນນະລົງ ແລະ ສ້າງໂຮງງານນີ້ ຈະເປັນການພັກດັນເສດຖະກິດຂອງລາວໃນອານາຄົດ.

ນັກລົງທຶນດ້ານກະສິກຳຊວ່ຍຂະຫຍາຍປ່າສີຂຽວແບບຍືນຍົງຢູ່ ສປປ ລາວ

ພິທີວາງຫິນສິລາເລີກ. (ພາບ: vientianeonline)

ໂຄງການຂອງບໍລິສັດບົວລະພານີ້ແມ່ນຕັ້ງຢູ່ທີ່ບ້ານໂພນສູງ-ຄອນພຸກ ເມືອງຫີນເຫີບ ແຂວງວຽງຈັນ ແລະ ເປັນໂຄງການທີ່ໃຫຍ່ກວ່າບັນດາໂຄງການປູກໄມ້ຫຼາຍໂຄງການ. ໂຮງງານຜະລິດໄມ້ອັດຂອງບໍລິສັດບົວລະພາ ເປັນໂຮງງານທີ່ທັນສະໄໝ ແລະ ຄົບວົງຈອນ ສາມາດຮອງຮັບໄມ້ໄດ້ 50,000 ແມັດກ້ອນຕໍ່ປີ, ມີມູນຄ່າການກໍ່ສ້າງຫຼາຍກວ່າ 12 ລ້ານໂດລາ ສະຫະລັດ ແລະ ຈະໃຊ້ເວລາໃນການກໍ່ສ້າງ 21 ເດືອນ ນັບແຕ່ມື້ວາງສີລາເລີກ.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ການເປີດໂຄງການກໍ່ສ້າງ ໂຮງງານຜະລິດໄມ້ອັດຂອງບໍລິສັດບົວລະພາ ແມ່ນບາດກ້າວໜຶ່ງເພື່ອພັດທະນາອຸດສາຫະກຳໄມ້ຢູ່ ສປປ ລາວ, ໃນນັ້ນຍຸດທະສາດຂອງລັດຖະບານໃນການນຳໃຊ້ທີ່ດີນແຫ່ງຊາດໂດຍກຳນົດເອົາເນື້ອທີ່ດີນ 70 ສ່ວນຮ້ອຍທົ່ວປະເທດເປັນເນື້ອທີ່ປົກຫຸ້ມຂອງປ່າໄມ້, ປະຈຸບັນນີ້ຖືວ່າມີເນື້ອທີ່ປົກຫຸ້ມຂອງປ່າໄມ້ແລ້ວຫຼາຍກວ່າ 60 ສ່ວນຮ້ອຍ.

ນັກລົງທຶນດ້ານກະສິກຳຊວ່ຍຂະຫຍາຍປ່າສີຂຽວແບບຍືນຍົງຢູ່ ສປປ ລາວ


ການທີ່ມາລົງທືນປູກໄມ້ໂດຍຕິດພັນກັບອຸດສາຫະກຳປຸງແຕ່ງໄມ້ ຂອງບໍລິສັດດັ່ງກ່າວນີ້ ແມ່ນປະຕິບັດຕາມນະໂຍບາຍຂອງລັດຖະບານໃນການພັດທະນາຂະແໜງກະສິກຳ ແລະ ປ່າໄມ້ ທີ່ຕິດພັນກັບການປຸງແຕ່ງ, ການປູກໄມ້ຂອງບໍລິສັດ ບົວລະພາ ແລະ ບໍລິສັດອື່ນໆທີ່ມາລົງທືນປູກໄມ້ຢູ່ປະເທດລາວແມ່ນການເຮັດໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມໄວຕາມແຜນຂອງລັດຖະບານ. ຕອນທ້າຍຂອງພິທີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ປູກຕົ້ນໄມ້ວິກເປັນທີ່ລະລືກ ຮ່ວມກັບຮອງອຳນວຍການ ບໍລິສັດບົວລະພາ ທ່ານນາງ ສຸໄພວັນ ທຽ່ງຈັນໄຊ ພ້ອມດ້ວຍພະນັກງານຂອງບໍລິສັດ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ