ຍສໝ - ຕອນບ່າຍວັນທີ 31 ພຶດສະພາ 2019, ທີ່ ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 30 ພຶດສະພາ ຫາວັນທີ 3 ມິຖຸນາ 2019, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນ ວັນ ຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດລາວ.
ຍສໝ - ວັນທີ 15 ພຶດສະພາ 2019, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງສູນກາງພັກ.
ຍສໝ - ຕອນບ່າຍຂອງວັນທີ 5 ມີນາ, ທີ່ສຳນັກງານສູນກາງພັກ, ເລຂາທິການໃຫຍ່ ປະທານປະເທດ ຫວຽ໋ນ ຟູ໋ຈ້ອງ ໄດ້ຕ້ອນຮັບ ຄະນະຜູ້ແທນ ສະພາແຫ່ງຊາດ ລາວ ນຳໂດຍ ສະຫາຍ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ ທີ່ກຳລັງຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ
ໃນວັນທີ 14 ພຶດສະພາ 2019, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ຣູເວັນ ຣີຟລິນ ປະທານາທິບໍດີ ແຫ່ງ ລັດອິດສະຣາແອນ ເນື່ອງໃນໂອກາດວັນຊາດ ແຫ່ງ ລັດອິດສະຣາແອນ.
ຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັັ້ນສູງຂອງພັກ-ລັດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 24-25 ກຸມພາ 2019.
ຍສໝ - ຕອນບ່າຍຂອງວັນທີ 6 ມັງກອນ ຢູ່ ທີ່ ສຳນັກງານສູນກາງພັກ, ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ຫງວ໋ຽນ ຟູ໋ຈ້ອງ ຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດມາຮ່ວມກອງປະຊຸມ ກຳມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 4 .
ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສປປ ເກົາຫຼີ ນຳໂດຍ ທ່ານ ກາງ ຢັງ ຊັອກ ກຳມະການສູນກາງພັກແຮງງານເກົາຫຼີ, ປະທານສານສູນກາງ ແຫ່ງ ສປປ ເກົາຫຼີ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 6 - 9 ພຶດສະພາ ນີ້.
ຍສໝ - ໃນຈົດຫມາຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນ ຟູ໋ ຈ້ອງ ໄດ້ສະແດງຄວາມຊື່ອຫມັ້ນວ່າ ພາຍໃຕ້ການປົກຄອງຂອງກະສັດ, ປະຊາຊົນຊາວໄທ ຈະຍັງຄົງປະສົບຜົນສໍາເລັດອັນຍິ່ງໃຫຍ່ຍິ່ງກວ່າເກົ່າ.
ໃນລະຫວ່າງວັນທີ 02-03 ພຶດສະພາ 2019, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະ ການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ນຳພາຄະນະເຂົ້າຮ່ວມພິທີຊາປະນາກິດສົບຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທີ່ ນະຄອນ ຫລວງຮ່າໂນ້ຍ.
ຍສໝ - ຕອນບ່າຍວັນທີ 2 ພຶດສະພາ, ນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸກ ໄດ້ຕ້ອນຮັບຜູ້ແທນຂັ້ນສູງຂອງກຳປູເຈຍ ໂດຍ ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ກຳປູເຈຍ ແລະ ຄະນະຜູ້ແທນຂື້ນສູງ ຂອງລາວ ໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານແນວລາວສ້າງຊາດ ເປັນຜູ້ນຳພາຄະນະມາຮ່ວມງານໄຫວ້ອາໄລ ອາດີດປະທານປະເທດ ເລ ດຶກ ແອັງ
ໂອກາດຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ທີ່ ສປ ຈີນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ລາວ ໄດ້ພົບປະກັບ ສະຫາຍ ລີ ຈ້ານຊູ ຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາປະຊາຊົນທົ່ວປະເທດຈີນ ໃນຕອນແລງວັນທີ 26 ເມສາ 2019.
ໃນວັນທີ 1 ພຶດສະພາ 2019 ທີ່ນະຄອນຫລວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ ປະ ທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ນາຣຸຮິໂຕະ ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດຂຶ້ນຄອງລາດຊະບັນລັງຂອງພະອົງ ເຊິ່ງເນື້ອໃນສານລະບຸວ່າ
ໃນຕອນເຊົ້າວັນທີ 27 ເມສາ 2019, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ສືບຕໍ່ເຂົ້າກອງປະຊຸມໂຕະມົນບັນດາຜູ້ນຳ ວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ໃນຫົວຂໍ້ “ເພີ່ມທະວີການເຊື່ອມສານດ້ານນະໂຍບາຍ ແລະ ການຮັດແໜ້ນການເປັນຄູ່ຮ່ວມມືທີ່ໃກ້ຊິດ”. ພາຍໃຕ້ການເປັນປະທານຂອງພະນະທ່ານ ສີ ຈິ້ນ ຜິງ, ປະທານປະເທດ ແຫ່ງ ສປ ຈີນ ຊຶ່ງມີປະມຸກລັດ ແລະ ຫົວໜ້າລັດຖະບານ 37 ປະເທດເຂົ້າຮ່ວມ, ລວມທັງເລ ຂາທິການໃຫຍ່ ສປຊ ແລະ ອົງການຈັດຕັ້ງສາກົນ.
ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມພິທີເປີດກອງປະຊຸມເວທີປຶກສາຫາລື “ ໜຶ່ງແລວ ໜຶ່ງເສັ້ນທາງ ” ເພື່ອການຮ່ວມມືສາກົນ ຄັ້ງທີ 2 ແລະ ເຂົ້າຮ່ວມກອງປະຊູມລະດັບສູງ ທີ່ນະຄອນຫຼວງ ປັກກີ່ງ.
ໃນຕອນເຊົ້າວັນທີ 27 ເມສາ 2019, ພະພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ສືບຕໍ່ເຂົ້າກອງປະຊຸມໂຕະມົນບັນດາຜູ້ນຳວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ໃນຫົວຂໍ້ “ ເພີ່ມທະວີການເຊື່ອມສານດ້ານນະໂຍບາຍ ແລະ ການຮັດແໜ້ນການເປັນຄູ່ຮ່ວມມືທີ່ໄກ້ຊິດ”.
ຍສໝ - ພິທີໄວ້ອາໄລທ່ານພົນເອກ ເລດຶກແອງ ເລີ່ມແຕ່ 7 ໂມງ - 11 ໂມງ, ວັນທີ 03 ພຶດສະພາ, ຢູ່ຫໍຈັດພິທີສົບແຫ່ງຊາດ ເຮືອນເລກທີ 5, ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່່າງສອງພັກ, ສອງລັດ ໃນໄລຍະຜ່ານມາ.
ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ອວຍພອນພີ່ນ້ອງຮ່ວມຊາດ ແລະ ເພື່ອນມິດສາກົນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ປີຈໍ ແລະ ຕ້ອນຮັບປີໃໝ່ ປີກຸນ ພສ 2562 ເມື່ອວັນທີ 11 ເມສານີ້ ທີ່ທຳນຽບປະທານປະເທດ.
ຍສໝ - ໃນວັນທີ 29 ມີນາ, ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ຈັດການມອບ-ຮັບເຄື່ອງຄອມພີວເຕີ 20 ຊຸດ ເຊິ່ງເປັນຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນຟູຈ້ອງ ໃຫ້ແກ່ໂຮງຮຽນສອງພາສາຫວຽດນາມ ແລະ ລາວ.
ຍສມ - ພະນະທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວ໋ຽນຟູຈ້ອງ ຢືນຢັນ ຫວຽດນາມ ຍາມໃດກໍ່ເຫັນສຳຄັນໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ກັບ ຣາຊະອານາຈັກກຳປູເຈຍ.