ທ່ານນາງ ດັ້ງ ທິ້ ງອກ ທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບປະທານາທິບໍດີ ສະວິດ

11:12 | 05/07/2019

ຍສໝ - ເມື່ອມໍ່ໆມານີ້, ທ່ານນາງ ດັ້ງ ທິ້ ງອກ ທິ້ງ ຮອງປະທານປະເທດ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ແລະ ພົບປະກັບທ່ານ Ueli Maurer ປະທານາທິບໍດີ ສະວິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຄັ້ງທີ 29 ຢູ່ນະຄອນ Basel (ສະວິດ) ໃນລະຫວ່າງວັນທີ 3-7 ກໍລະກົດ 2019.

ທ່ານນາງ  ດັ້ງ ທິ້ ງອກ ທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບປະທານາທິບໍດີ ສະວິດ

ທ່ານນາງ ດັ້ງ ທິ້ ງອກ ທິ້ງ ແລະ ທ່ານ Ueli Maurer. (ພາບ: TTXVN)

ທີ່ການພົບປະກັບທ່ານ Ueli Maurer ປະທານາທິບໍດີ ສະວິດ, ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການຮ່ວມມືທີ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດໃນຂອບເຂດສະຫະປະຊາຊາດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນບັນດາຄະນະຜູ້ແທນຂັ້ນສູງເພື່ອແນໃສ່ສ້າງກຳລັງໜູນຊຸກຍູ້ການພົວພັນສອງປະເທດ. ສອງຝ່າຍກໍ່ສະແດງຄວາມປາດຖະໜາວ່າສັນຍາສະບັບນີ້ຈະໄດ້ຮັບການລົງນາມໂດຍໄວ ເພື່ອສ້າງຄວາມບຸກທະລຸໃນການພົວພັນດ້ານການຄ້າ, ການລົງທຶນສອງປະເທດ.

ທ່ານນາງ ດັ້ງ ທິ້ ງອກ ທິ້ງ ກໍ່ໄດ້ສະແດງຄວາມປາດຖະໜາຢາກໃຫ້ ສະວິດ ສືບຕໍ່ມີທັດສະນະສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

(ໄຊພອນ)

ເຫດການ
302 Found

Found

The document has moved here.