ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບເລຂາທິການໃຫຍ່, ປະທານປະເທດລາວ

08:56 | 30/10/2019

ຕອນບ່າຍວັນທີ 28 ຕຸລາ, ທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ພົບປະສົນທະນາກັບທ່ານເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ.

ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບເລຂາທິການໃຫຍ່, ປະທານປະເທດລາວ

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ທີ່ການພົບປະ.(ພາບ:baochinhphu.vn)

ທີ່ການພົບປະ, ທ່ານນາງ ຫງວຽນທິກິມເງິນ ໄດ້ແຈ້ງໃຫ້ທ່ານ ບຸນຍັງ ວໍລະຈິດ ຮັບຊາບກ່ຽວກັບບັນດາການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ. ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າພາຍຫຼັງການຢ້ຽມຢາມລາວ ເມື່ອເດືອນກັນຍາ ຜ່ານມາ, ບັນດາວຽກງານ ເຊິ່ງ ປະທານສະພາແຫ່ງຊາດສອງປະເທດ ໄດ້ປຶກສາຫາລືລ້ວນແຕ່ໄດ້ຮັບການຊີ້ນໍາຜັນຂະຫຍາຍປະຕິບັດຢ່າງທັນການ. ສະພາແຫ່ງຊາດສອງປະເທດ ສືບຕໍ່ແລກປ່ຽນກ່ຽວກັບບັນດາບັນຫາຮ່ວມມືລະຫວ່າງສອງຝ່າຍ. ສຳລັບກິດຈະກໍາກໍ່ສ້າງຫໍສະພາແຫ່ງຊາດລາວ, ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ຫວຽດນາມ ໃຫ້ຄໍາໝັ້ນສັນຍາຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ຄວາມງາມຄືດັ່ງຄວາມຫວັງຂອງການນໍາສອງຝ່າຍ.

ທ່ານນາງຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຢັ້ງຢືນວ່າ: ພາຍຫຼັງ 70 ປີ, ນີ້ແມ່ນກາລະໂອກາດອັນດີທີ່ ຫວຽດນາມ-ລາວໄດ້ຫວນຄືນເຖິງມູນເຊື້ອອັນສະຫງ່າອົງອາດຂອງ ທະຫານອາສາສະໝັກທີ່ໄດ້ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອເອກະລາດ, ເສລີພາບຂອງແຕ່ລະປະເທດ, ເພື່ອຄວາມຜາສຸກຂອງປະຊາຊົນ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ຖືວ່າບັນດານັກຮົບທະຫານອາສາສະໝັກ ກ່ອນນັ້ນ, ປັດຈຸບັນນີ້, ອາຍຸກໍ່ສູງແລ້ວ, ສຸຂະພາບບໍ່ແຂງແຮງປານໃດແຕ່ເຖິງຢ່າງໃດຄວາມຊົງຈຳໃນໄລຍະນັ້ນກໍ່ບໍ່ອາດຫຼົງລືມໃນໃຈຂອງພວກທ່ານໄດ້. ຄວາມຈິງແລ້ວ, ພວກທ່ານແມ່ນບັນດາຜູ້ທີ່ເພີ່ມພູນຄູນສ້າງສາຍພົວພັນໃຫ້ແກ່ ສອງພັກ, ສອງລັດ ແລະ ປະຊາຊົນທັງສອງປະເທດພັດທະນາຢ່າງໝັ້ນຄົງ.

ທີ່ການພົບປະ, ທ່ານ ບຸນຍັງ ວໍລະຈິດ ສະເໜີສະພາແຫ່ງຊາດຫວຽດນາມ ສືບຕໍ່ແບ່ງປັນບົດຮຽນໃນການເຄື່ອນໄຫວກັບສະພາແຫ່ງຊາດລາວ. ທ່ານ ບຸນຍັງ ວໍລະຈິດ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານ ເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານ ບຸນຍັງ ວໍລະຈິດ ຢັ້ງຢືນວ່າ, ລາວ ຈະສືບຕໍ່ສຶກສາອົບຮົມຮຸ່ນຕ່າງໆກ່ຽວກັບຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ, ຮັກສາ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນລະຫວ່າງສອງປະເທດນັບມື້ນັບໄດ້ຮັບການພັດທະນາ. ທ່ານ ບຸນຍັງ ວໍລະຈິດ ມີຄວາມປາດຖະໜາຢາກໃຫ້ ສະພາແຫ່ງຊາດທັງສອງປະເທດພ້ອມກັນແບ່ງປັນບົດຮຽນເພື່ອການເຄື່ອນໄຫວສ້າງກົດໝາຍ ແລະ ຕິດຕາມກວດກາໃຫ້ນັບມື້ນັບດີຂຶ້ນ. ທ່ານສະເໜີໃຫ້ ຫວຽດນາມ-ລາວມີການເຄື່ອນໄຫວຢ່າງແທດຈິງ, ແນໃສ່ການໂຄສະນາເຜີຍແຜ່ໃຫ້ຄົນຮຸ່ນໜຸ່ມເຂົ້າໃຈ, ຮັດແໜ້ນສາຍພົວພັນລະຫວ່າງສອງຊາດກວ່າອີກ. ທ່ານ ບຸນຍັງ ວໍລະຈິດ ຖືວ່າ, ການສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ກໍ່ແມ່ນໂອກາດ ເພື່ອພ້ອມກັນຫວນຄືນສາຍພົວພັນໃນຕະຫຼອດ 70 ປີຜ່ານມາລະຫວ່າງສອງພັກ, ສອງລັດ, ລະຫວ່າງກອງທັບ ແລະປະຊາຊົນສອງປະເທດ, ກໍ່ຄືຢັ້ງຢືນຄືນໃໝ່ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບເລຂາທິການໃຫຍ່, ປະທານປະເທດລາວ

ທ່ານເລຂາທິການໃຫຍ່ປະທານປະເທດລາວຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ລາວ. (ພາບ: TTXVN)

ຕອນບ່າຍວັນທີ 29 ຕຸລາ 2019 ຢູ່ ຮ່າໂນ້ຍ, ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນອະດີດທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ລາວ. ທີ່ການຕ້ອນຮັບ, ທ່ານ ບຸນຍັງ ວໍລະຈິດ ຕີລາຄາສູງການປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ກິດຈະການຕໍ່ສູ້ຍາດເອກະລາດກ່ອນນີ້ ກໍ່ຄືໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດໃນວັນນີ້. ພ້ອມທັງຢືນຢັນ ລາວ ພ້ອມກັບຫວຽດນາມ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ -ຫວຽດນາມ, ຫວຽດນາມ - ລາວ ໃຫ້ໝັ້ນຄົງຂະຫນົງແກ່ນຈົນຊົ່ວກາລະນານ.

(ໄຊພອນ)

ເຫດການ
302 Found

Found

The document has moved here.