ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ

09:54 | 03/10/2019

ໃນວັນທີ 02 ຕຸລາ 2019, ທີ່ ນະຄອນຫລວງ ຮ່າໂນ້ຍ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ້ ຈ໋ອງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ, ທີ່ ຫ້ອງວ່າການສູນກາງພັກ ແລະ ເຂົ້າຢ້ຽມພົບປະຢ້ຽມຢາມ ສະຫາຍ ຫວຽນ ທິ ກິມ ເງິນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ທີ່ ສະພາແຫ່ງຊາດ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ.(ພາບ: ຂປລ)

ການພົບປະໃນຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ບັນດາການນຳ ແຫ່ງ ສສ ຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ນຳເອົາຄວາມຢື້ຢາມຖາມຂ່າວ ຈາກການນຳຂັ້ນສູງຂອງລາວ ເຖິງ ບັນດາການນຳຂັ້ນສູງຫວຽດນາມ ແລະ ໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມ ກໍຄືຜົນການພົບປະເຮັດວຽກກັບ ສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ເຊິ່ງທັງສອງຝ່າຍໄດ້ທົບທວນຄືນການຮ່ວມມື ກໍຄືການຈັດຕັ້ງປະຕິບັດບັນດາເອກະສານຮ່ວມມືສອງຝ່າຍໄລຍະຜ່ານມາ, ຊຸກຍູ້ການແກ້ໄຂບັນຫາທີ່ຄົງຄ້າງ ແລະ ວາງທິດທາງແຜນການໃນຕໍ່ໜ້າຮ່ວມກັນ.

ການນໍາຂັ້ນສູງ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ໃນການເຮັດວຽກຮ່ວມກັນຂອງສອງລັດຖະບານ ໂດຍສະເພາະແມ່ນສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ທີ່ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ເອົາຈິງເອົາຈັງ, ເຊິ່ງເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ ຖືກຫັນເປັນຮູບປະທຳ ເພື່ອຜົນປະໂຫຍດຂອງສອງຊາດຢ່າງແທ້ຈິງ. ສອງພັກ, ລັດຖະບານ ກໍຄືສອງສະພາແຫ່ງຊາດ ລາວ-ຫວຽດນາມ ກໍຈະເຮັດວຽກຮ່ວມກັນ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກຢ່າງເຕັມທີ່ຕໍ່ການປະຕິບັດວຽກງານ ໃຫ້ໄດ້ຮັບປະສິດທິຜົນສູງສຸດ.

ໃນວັນດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງໄປວາງພວງມາລາ ທີ່ ສຸສານ ປະທານ ໂຮ່ຈີມິນ ແລະ ອານຸສອນສະຖານນັກຮົບວິລະຊົນ ຫວຽດນາມ. ນອກນັ້ນ, ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ກຸ່ມບໍລິສັດເອກະຊົນໃຫຍ່ຂອງຫວຽດນາມ ຈຳນວນໜຶ່ງ ທີ່ໃຫ້ຄວາມສົນໃຈ ໃນການເຂົ້າມາລົງທຶນ ຢູ່ ສປປ ລາວ. ໃນຕອນບ່າຍ, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ຍັງໄດ້ສືບຕໍ່ເດີນທາງໄປຢ້ຽມຢາມເຮັດວຽກ ຢູ່ ນະຄອນດານັງ, ສສ ຫວຽດນາມ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນ ເຂົ້າວາງພວງມາ ຢູ່ ສຸສານ ປະທານ ໂຮ່ຈີ໋ມິນ.(ພາບ:ຂປລ)

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.