ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ຫວຽດນາມ - ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບແບບຍືນຍົງ

10:23 | 09/06/2019

ຍສໝ - ເນື້ອໃນສານຂອງທ່ານ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເນື່ອງໃນໂອກາດຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ຫວຽດນາມ - ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບແບບຍືນຍົງ

ທ່ານ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ

ຫວຽດນາມ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບແບບຍືນຍົງ

ວັນທີ 7 ມິຖຸນາ, ທີ່ກອງປະຊຸມຄົບຄະນະສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ), ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ກ່ອນອື່ນໝົດ, ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍສົ່ງຄໍາຂອບໃຈຢ່າງຈິງໃຈເຖິງບັນດາປະເທດສະມາຊິກ ສປຊ ທີ່ໄດ້ສະໜັບສະໜູນ, ໄວ້ວາງໃຈເລືອກຕັ້ງຫວຽດນາມ ດໍາລົງຕໍາແໜ່ງນີ້ເປັນຄັ້ງທີ 2. ນີ້ແມ່ນຄວາມຮັບຮູ້ສໍາຄັນ ແລະ ຕີລາຄາສູງຈາກປະຊາຄົມສາກົນຕໍ່ກັບບົດບາດ ແລະ ການປະກອບສ່ວນຂອງຫວຽດນາມເຂົ້າວຽກງານສາກົນ ແລະ ພາກພື້ນ; ສະແດງໃຫ້ເຫັນຖານະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ.

ຫວຽດນາມ ໄດ້ເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ແມ່ນຄວາມເປັນກຽດອັນຍິ່ງໃຫຍ່, ເປັນການຢັ້ງຢືນແນວທາງການພົວພັນຕ່າງປະເທດຂອງພັກ ແລະ ລັດຫວຽດນາມ ຢ່າງຖືກຕ້ອງ, ແຕ່ກໍ່ແມ່ນຄວາມຮັບຜິດຊອບອັນໜັກໜ່ວງທີ່ສຸດ, ຮຽກຮ້ອງໃຫ້ພວກເຮົາຕ້ອງມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດສໍາເລັດໜ້າທີ່ສໍາຄັນເຊິ່ງປະຊາຄົມສາກົນມອບໝາຍໃຫ້. ຫວຽດນາມ ໄດ້ ແລະ ຈະສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນການຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ຊຸກຍູ້ການປະຕິບັດກົດບັດ ສປຊ ແລະກົດໝາຍສາກົນ, ຕັ້ງໜ້າປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ.

ດ້ວຍຄວາມຕັດສິນໃຈໃໝ່, ບັນຍາກາດ ແລະ ຈິດໃຈໃໝ່, ດ້ວຍຄວາມເຊື່ອໝັ້ນຢ່າງເລິກເຊິ່ງຕໍ່ກໍາລັງແຮງ, ເຈດຈຳນົງຂອງທົ່ວພັກ, ທົ່ວປວງຊົນ, ດ້ວຍຄວາມມານະພະຍາຍາມ ແລະ ການສົມທົບຢ່າງມີປະສິດທິຜົນຂອງທຸກຂັ້ນ, ທຸກກະຊວງ, ຂະແໜງການ ແລະ ການສະໜັບສະໜູນຂອງປະຊາຊົນ, ພວກເຮົາເຊື່ອໝັ້ນຢ່າງແນ່ວແນ່ວ່າ, ຫວຽດນາມ ຈະດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ປະສົບຜົນສຳເລັດ, ສົມເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ເພື່ອສັນຕິພາບແບບຍືນຍົງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.