ພິທີຕ້ອນຮັບ ນາຍົກລັດຖະມົນຕີລາວ ທ່ານ ທອງລຸນສີສຸລິດ ທີ່ທຳນຽບປະທານປະເທດ

15:03 | 02/10/2019

ຍສໝ - ຕອນບ່າຍວັນທີ 1 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ນາຍົກລັດຖະມົນຕີລາວ ທ່ານທອງລຸນສີສຸລິດ ແລະ ພັນລະຍາ ມາຢ້ຽມຢາມແລະເຮັດວຽກ ຢູ່ຫວຽດນາມ.

ຕອນບ່າຍວັນທີ 1 ຕຸລາ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ແລະ ພັນລະຍາ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ທຳນຽບ ປະທານປະເທດ. ກ່າວຄຳເຫັນຕໍ່ສື່ມວນຊົນ ພາຍຫລັງການເຈລະຈາ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ ຂອງທ່ານ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແມ່ນ ກ້າວເຂົ້າສູ່ຫນ້າປະຫວັດສາດໃຫມ່, ສືບຕໍ່ພັດທະນາຢ່າງເລິກເຊິ່ງ ແລະກວ້າງຂວາງ, ເຂັັ້ມແຂງກວ່າໃນໄລຍະຈະມາເຖິງ.

ພິທີຕ້ອນຮັບ ນາຍົກລັດຖະມົນຕີລາວ ທ່ານ ທອງລຸນສີສຸລິດ ທີ່ທຳນຽບປະທານປະເທດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໃນພິທີຕ້ອນຮັບຢ່າງສົມກຽດ ຢູ່ ທຳນຽບ ປະທານປະເທດ. (ພາບ: toquoc.vn)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມຢືນຢັນຄືນຄວາມສຳຄັນຂອງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ. ຫວຽດນາມ ອວຍພອນບັນດາຜົນສຳເລັດທາງດ້ານເສດຖະກິດ ສັງຄົມອັນຍິ່ງໃຫຍ່,ຮອບດ້ານ ຊື່ງ ສປປ ລາວ ບັນລຸໄດ້ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ໄຊຊະນະໃຫມ່. ຫວຽດນາມມີຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງການພົວພັນລະຫວ່າງສອງປະເທດ, ເຫັນດີຊຸກຍູ້ການຮ່ວມມືໃນທຸກຂົງເຂດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ໃນການຢ້ຽມຢາມນີ້ ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 9 ສະບັບ ໃນຫລາຍຂົງເຂດສຳຄັນຄື: ພະລັງງານ, ການເງິນ, ຄົມມະນາຄົມ, ການສຶກສາ ແລະ ບັນດາຂົງເຂດສຳຄັນອື່ນ.

ພິທີຕ້ອນຮັບ ນາຍົກລັດຖະມົນຕີລາວ ທ່ານ ທອງລຸນສີສຸລິດ ທີ່ທຳນຽບປະທານປະເທດ

ທັດສະນີຍະພາບການພົບປະເຈລະຈາ. (ພາບ: toquoc.vn)

ສອງຝ່າຍເຫັນດີ ຮ່ວມມືຢ່າງແຫນ້ນແຟ້ນບົນຫລັກໝັ້ນລວມຂອງ ອາຊຽນ ແລະ ຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ ຢູ່ ທະເລຕາເວນອອກ, ແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ແລະສົນທິສັນຍາວ່າດ້ວຍກົດໝາຍທະເລປີ 1982, ປະຕິບັດ DOC ຢ່າງເຂັ້ມງວດ ແລະ ບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍ COC ໂດຍໄວ.

ທ່ານ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ ສອງຝ່າຍເຫັນດີ ຊຸກຍູ້ເພື່ອຍົກວົງເງິນການຄ້າສອງຝ່າຍ ສືບຕໍ່ເພີ່ມຂຶ້ນປະມານ 10- 15% ໃນແຕ່ລະປີ. ສອງຝ່າຍເຫັນດີ ເຊື່ອມຕໍ່ສອງພື້ນຖານເສດຖະກິດພື້ນຖານໂຄງລ່າງຄື ເສັ້ນທາງຄົມມະນາຄົມລຽບຕາມແລວເສດຖະກິດຕາເວັນອອກ ຕາເວັນຕົກ. ສອງຝ່າຍກໍ່ເຫັນດີຈະຫນູນຊ່ວຍເຊິ່ງກັນ ແລະກັນ ຢູ່ ບັນດາເວທີປາໄສພາກພື້ນ ແລະ ສາກົນ ພິເສດໃນປີ ຫວຽດນາມ ດຳລົງຕຳແຫນ່ງປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.