ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບອັນອົບອຸ່ນຕໍ່ ທ່ານ Ivo Sieber ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະວິດເຊີແລນ ປະຈຳ ສປປ ລາວ, ທີ່ໄດ້ເດີນທາງ ມາຮັບຕຳແຕ່ງ ເປັນເອກອັກ ຄະລັດຖະທູດ ຄົນໃໝ່ປະຈຳ ສປປ ລາວໃນຄັ້ງນີ້, ຊຶ່ງເປັນການ ປະກອບສ່ວນ ອັນສຳຄັນເຂົ້າ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ທີ່ນັບມື້ນັບໄດ້ຮັບ ການເສີມ ຂະຫຍາຍຢ່າງຕໍ່ເນື່ອງ.
![]() |
ທ່ານ Ivo Sieber ແລະ ທ່ານ ພັນຄຳ ວິພາວັນ ໃນການພົບປະເຈລະຈາ. (ພາບ:ຂປລ)
ໃນໂອກາດດຽວກັນ, ທ່ານ Ivo Sieber ໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນ ຮັບອັນອົບອຸ່ນຂອງ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ພ້ອມທັງຕີລາ ຄາສູງ ຕໍ່ການພົວພັນ ຮ່ວມມື ຂອງສອງລັດຖະບານ ແລະ ໃນໄລຍະຜ່ານມາ, ພ້ອມສະແດງ ຄວາມຍິນດີສືບຕໍ່ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ທີ່ດີໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
(ແຫຼ່ງຂໍ້ມູນ: ຂປລ)