ທ່ານຮອງປະທານປະເທດ ຕ້ອນຮັບ ທູດອຽກລັງເຂົ້າຢ້ຽມອຳລາ

14:02 | 28/06/2019

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ແຄັດ ໂມຣານ (Ms. Cait Moran) ເອກອັກຄະລັດຖະທູດ ແຫ່ງປະເທດ ອຽກລັງ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ເມື່ອ ຕອນເຊົ້າວັນທີ 27 ມິຖຸນານີ້ ທີ່ທຳນຽບປະທານປະເທດ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ຮ່າໂນ້ຍ ສສ. ຫວຽດນາມ.

ທ່ານຮອງປະທານປະເທດ ຕ້ອນຮັບ ທູດອຽກລັງເຂົ້າຢ້ຽມອຳລາ

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ແຄັດ ໂມຣານ (Ms. Cait Moran)

ໂອກາດຕ້ອນຮັບທ່ານທູດຄັ້ງນີ້ ທ່ານຮອງປະທານປະເທດ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ນາງ ແຄັດ ໂມຣານ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ທ່ານທູດໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ - ອຽກລັງ ທີ່ມີມາແລ້ວນັ້ນໃຫ້ນັບມືຂະຫຍາຍຕົວຍິ່ງໆຂຶ້ນ, ທ່ານ ຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ໃໝ່ຂອງທ່ານ. ທ່ານນາງ ແຄັດໂມຣານ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງປະທານປະເທດ ທີ່ໄດ້ສະຫຼະເວລາອັນມີຄ່າມາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບ ໃຈຢ່າງຈິງໃຈມາຍັງບັນດາ ການນຳ ພັກ-ລັດ ຂອງລາວ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຮ່ວມມືເປັນຢ່າງດີ ແລະ ອຳນວຍຄວາມສະດວກທຸກຢ່າງ ໃນຕະຫຼອດໄລຍະ ການປະຕິບັດໜ້າທີ່ຂອງຕົນຈົນໄດ້ຮັບຜົນ ສຳເລັດຢ່າງໜ້າເພິ່ງພໍໃຈ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.