ຍສໝ - ຕອນບ່າຍວັນທີ 14 ກໍລະກົດນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໋ຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເວທີປາໄສການເມືອງລະດັບສູງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງ (HLPF) ຢູ່ນະຄອນ ນິວຢອກ, ອາເມລິກາ.
ໄຊຊະນະຂອງບັ້ນຮົບຈັ້ງທ່າ ທົ່ງໄຫຫີນ - ຊຽງຂວາງ ປີ 1972 ໃນສະໜາມຮົບ ຢູ່ລາວ ກ່ອນນີ້ 50 ປີ ເປັນຂີດໝາຍສໍາຄັນຂອງການຮ່ວມສໍາພັນສູ້ຮົບພິເສດ ລາວ-ຫວຽດນາມ, ສະແດງໃຫ້ເຫັນນໍ້າໃຈສາມັກຄີລະຫວ່າງສອງປະເທດ, ຄຽງບ່າຄຽງໄຫຼ່ໃນແຕ່ລະຂຸມຄອງເພື່ອຕໍ່ສູ້ຕ້ານສັດຕູລວມ, ເສີມສ້າງໜ້າປະຫວັດສາດອັນສະຫງ່າອົງອາດກ່ຽວກັບການພົວພັນພິເສດລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ ລາວ ແລະຫວຽດນາມ ຕື່ມອີກ.
ຍສໝ - ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ ອາເມລິກາ ຮັບຮູ້ກົດລະບຽບເສດຖະກິດຕະຫຼາດຂອງ ຫວຽດນາມ, ຈຳກັດບັນດາມາດຕະການດ້ານເຕັກນິກ ແລະ ປ້ອງກັນການຄ້າ ເພື່ອສ້າງຄວາມສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງໄປ ອາເມລິກາ
ຍສໝ - ໂຄງການທາງລົດໄຟ ຫວຽດນາມ-ລາວ, ໄລຍະທາງ ວູ້ງອ່າງ - ຕານເອິບ - ມູຢ້າ, ມີຄວາມຍາວ 103 ກິໂລແມັດ, ດ້ວຍຍອດຈຳນວນເງິນລົງທຶນ 27.485 ຕື້ດົ່ງ, ໂດຍບໍລິສັດຫຸ້ນສ່ວນຮ່ວມທຸລະກິດ ເເດ່ວກາ ແລະ ບໍລິສັດ Petroleum Trading Lao Public (PetroTrade) ສະເໜີການຄົ້ນຄວ້າລົງທຶນ.
ຍສໝ - ບັນດາເອກະສານຮ່ວມມືໃນພິທີລົງນາມຄັ້ງນີ້ ຈະຊ່ວຍໃຫ້ ຫວຽດນາມ ແລະ ກາຊັກສະຖານ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃໝ່, ພິເສດແມ່ນບັນດາຂົງເຂດທີ່ມີທ່າແຮງຄື: ການລົງທຶນ, ຄົມມະນາຄົມ, ທ່ອງທ່ຽວ, ການຄ້າເອເລັກໂຕນິກ...
ຍສໝ - ຕອນເຊົ້າວັນທີ 16 ສິງຫາ, ທີ່ກອງ 871 (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ), ສະຖາບັນປະຫວັດສາດການທະຫານ/ກົມໃຫຍ່ເສນາທິການ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານປະຫວັດສາດການທະຫານ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023.
ຍສໝ - ທ່ານປະທານສະພາແຫ່ງຊາດລາວ ຢືນຢັນວ່າ ການພົວພັນຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຂອງ 2 ປະເທດ ໄດ້ ແລະ ພວມປະກອບສ່ວນຊຸກຍູ້ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ຍສໝ - ແຕ່ວັນທີ 22 ຫາວັນທີ 26 ພຶດສະພາ 2023, ຄະນະຜູ້ແທນອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ນຳໂດຍທ່ານ ຟ້າມຮວ່າຍເຟືອງ, ກຳມະການຄະນະບໍລິຫານງານສະຫະພັນໃຫຍ່ແຮງງານຫວຽດນາມ, ປະທານອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ນຳໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກທີ່ສະຫະພັນກຳມະບານ ກະຊວງໂຍທາທິການ ແລະ ຂົນສົ່ງລາວ.
ຍສໝ - ບົດບັນທຶກຊ່ວຍຈຳນີ້ຈະຊ່ວຍໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າສູ່ຕະຫຼາດພາຍໃນຂອງຫວຽດນາມ ຢ່າງເລິກເຊິ່ງ ແລະ ສະພາບແວດລ້ອມແຫ່ງການລົງທຶນໃນອະນາຄົດຈະສືບຕໍ່ປັບປຸງ.
ຍສໝ - ທີ່ການເຮັດວຽກ, ທ່ານ ລ້າຍວັນຮວ່ານ, ຮອງປະທານຄະນະກຳມະການປະຊາຊົນແຂວງທ໊າຍບິ່ງ ໄດ້ສັງເຂບລວມກ່ຽວກັບສະພາບການເສດຖະກິດສັງຄົມ, ວຽກງານການທູດປະຊາຊົນຂອງແຂວງ ທ໊າຍບິ່ງ. ໃນໄລຍະຜ່ານມາ, ການນຳຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງໄດ້ມີຄວາມເອົາໃຈໃສ່ຕິດຕາມກວດກາວຽກງານການທູດປະຊາຊົນແຂວງ ທ໊າຍບິ່ງ ຢ່າງໃກ້ຊິດ, ຊີ້ນຳນຳພາຢ່າງທັນການ, ສ້າງເງື່ອນໄຂການເຄື່ອນໄຫວຢ່າງມີປະສິດທິຜົນ.
ຍສໝ - ພາຍຫຼັງໄດ້ຮັບຂໍ້ມູນຂ່າວວ່າມີຊາວຫວຽດນາມ ປະສົບເຄາະຮ້າຍໃນເຫດດິນເຊາະເຈື່ອນຢູ່ ລາວ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳສະຫວັນນະເຂດ ໄດ້ເປັນເຈົ້າການສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງລາວເພື່ອຊອກຄົ້ນ.
ຍສໝ - ກະສັດ ມາເລເຊຍ Abdullah Sultan Ahmad Shah ໃຫ້ຮູ້ວ່າ: ການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງລະຫວ່າງ 2 ປະເທດໃນຊຸມປີມໍ່ໆມານີ້ ໄດ້ສ້າງກາລະໂອກາດຫຼາຍຢ່າງເພື່ອເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ.
ຍສໝ - ທ່ານ Nir Barkat ລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ອິດສະລາແອັນ ໄດ້ຢັ້ງຢືນວ່າ ດ້ວຍ ສັນຍາການຄ້າເສລີ ສອງຝ່າຍ (FTA) ທີ່ຫາກໍ່ໄດ້ຮັບການລົງນາມ, ຫວຽດນາມ ເລີ່ມກາຍເປັນຄູ່ຮ່ວມມືສຳຄັນໃນແຜນທີ່ການລົງທຶນຂອງ ອິດສະລາແອັນ.
ຍສໝ - Viettel 5G Private Mobie Network ໄດ້ຊ່ວຍໃຫ້ Pegatron ຫຼຸດຜ່ອນລາຍຈ່າຍ, ເພີ່ມສະມັດຕະພາບ, ເພີ່ມກຳໄລ, ພ້ອມທັງສາມາດປັບປຸງສະພາບແວດລ້ອມແຫ່ງການເຮັດວຽກ…
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຝາກຄຳຢື້ຢາມຖາມຂ່າວ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງບັນດານັກປະຕິວັດຜູ້ອາວຸໂສ, ບັນດາແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ...
ຍສໝ - ຕອນເຊົ້າວັນທີ 14 ສິງຫາ, ສະຫາຍ ຟານຫງວຽນຍືເຄ, ຫົວໜ້າຄະນະໂຄສະນາສຶກສາ ຄະນະພັກ ນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວາລະສານອາລຸນໃໝ່ ລາວ ນຳໂດຍສະຫາຍ ນາງ ວິລະວອນ ພັນທະວົງ, ຮອງຫົວໜ້າກົມໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ.
ຍສໝ - ເວທີປາໄສແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງ ອິດສະຣາແອັນ ແລະ ນະຄອນໂຮ່ຈິມິນ ໃນການສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ແລະ ອິດສະຣາແອັນ ມີກາລະໂອກາດພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມໄວ້ເນື້ອເຊື່ອໃຈໃນໄລຍະຈະມາເຖິງ.
ຍສໝ - ໃນຕອນບ່າຍວັນທີ 25 ມິຖຸນານີ້ (ຕາມເວລາທ້ອງຖິ່ນ), ເຄື່ອງບິນພິເສດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຈອດຢູ່ສະໜາມບິນສາກົນນະຄອນຫຼວງປັກກິ່ງ.
ຍສໝ - ວັນທີ 5 ເມສານີ້, ວາລະສານຍຸກສະໄໝ ແລະ ສະຖານທູດລາວ ປະຈຳຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືເພື່ອແນ່ໃສ່ສົມທົບກັນຈັດຕັ້ງໂຄງການສື່ມວນຊົນພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (ວັນທີ 5 ກັນຍາ 1962 – ວັນທີ 5 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2022).
ຍສໝ - ການພົວພັນຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງ ຫວຽດນາມ ແລະ ລາວ ເວົ້າລວມ ແລະ ລະຫວ່າງກະຊວງ, ຂະແໜງການຍຸຕິທຳຂອງສອງປະເທດເວົ້າສະເພາະ ແມ່ນສ່ວນໜຶ່ງທີ່ສຳຄັນຂອງທັງໝົດການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ. 40 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງກະຊວງ, ຂະແໜງການຍຸຕິທຳ ຫວຽດນາມ - ລາວ ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາຕາມທິດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ດ້ວຍເນື້ອໃນການຮ່ວມມືທີ່ອຸດົມສົມບູນທັງຢູ່ຂັ້ນສູນກາງ ແລະ ຢູ່ຂັ້ນທ້ອງຖິ່ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງຫຼາຍຢ່າງໃຫ້ແກ່ປະຊາຊົນສອງປະເທດ.