ເປີດສະໄໝສັບປະດາມະຫາສາມັກຄີບັນດາຊົນເຜົ່າ ແລະ ມໍລະດົກວັດທະນະທຳ ຫວຽດນາມ ປີ 2023

10:45 | 28/11/2023

ຍສໝ - ວັນ​ທີ 23 ພະຈິກ, ຢູ່​ໝູ່​ບ້ານ​ວັດທະນະທຳ-ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ, ດົງ​ໂມ, ​ເຊີນ​ໄຕ, ຮ່າ​ໂນ້ຍ, ໄດ້ຈັດສັບປະດາມະຫາສາ​ມັກ​ຄີ​ບັນ​ດາ​ຊົນເຜົ່າ ແລະ ມໍລະດົກວັດ​ທະ​ນະ​ທຳ​ ຫວຽດ​ນາມ ປີ 2023 ແລະ ງານ​ບຸນຈັດສະແດງຕົ້ນກະຖິນ, ການ​ພົບ​ປະ​ແລກປ່ຽນວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ບັນດາ​ເຜົ່າ​ ຫວຽດນາມ ຄັ້ງ​ທີ 2.

ປິດຊຸດຝຶກອົບຮົມວຽກງານກູ້ຊີບ-ກູ້ໄພພິບັດທໍາມະຊາດໃຫ້ແກ່ພະນັກງານກອງທັບລາວ ປີ 2023 ປິດຊຸດຝຶກອົບຮົມວຽກງານກູ້ຊີບ-ກູ້ໄພພິບັດທໍາມະຊາດໃຫ້ແກ່ພະນັກງານກອງທັບລາວ ປີ 2023
ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023 ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023

​ເຂົ້າ​ຮ່ວມ​ພິທີ​ມີທ່ານ​ເລຂາທິການສູນກາງພັກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ​ໂດ​ວັນ​ຈ໋ຽນ; ທ່ານ​ລັດຖະມົນຕີ​ການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫງວຽນ​ວັນ​ຮຸ່ງ ​ແລະ ບັນດາ​ການ​ນຳຂອງຄະນະ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງ​ຖິ່ນ; ບັນດານັກສອລະປະການທີ່​ມາ​ຈາກ​ຫຼາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

ເປີດສະໄໝສັບປະດາມະຫາສາມັກຄີບັນດາຊົນເຜົ່າ ແລະ ມໍລະດົກວັດທະນະທຳ ຫວຽດນາມ ປີ 2023

ທີ່ພິທີເປີດສັບປະດາມະຫາສາມັກຄີບັນດາຊົນເຜົ່າ ແລະ ມໍລະດົກວັດທະນະທຳ ຫວຽດນາມ ປີ 2023

ລາຍການໂດຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ) ແລະ 78 ປີແຫ່ງວັນມໍລະດົກວັດທະນະທໍາ ວຽດນາມ (23 ພະຈິກ).

ກ່າວ​ຄຳປາໄສທີ່ພິທີເປີດ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫງວຽນ​ວັນ​ຮຸ່ງ ​ເນັ້ນ​ໜັກ​ວ່າ: “ສັບປະດາມະຫາສາມັກຄີບັນດາຊົນເຜົ່າ ແລະ ມໍລະດົກວັດທະນະທຳ ຫວຽດນາມ ປີ 2023 ໄດ້ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​​ວັດທະນະທຳມູນເຊື້ອອັນດີງາມຂອງບັນດາຊົນເຜົ່າໃນພື້ນ​​ຖານວັດທະນະທຳທີ່ເຕົ້າໂຮມຫຼາຍຮູບຫຼາຍແບບຂອງປະຊາຄົມ 54 ຊົນເຜົ່າ; ສືບ​ທອດ ​ແລະ ປະຕິບັດຫຼາກຫຼາຍ​ວັດທະນະ​ທຳ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາວ ​ຫວຽດນາມ; ​ເພີ່ມ​ທະວີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ວັດທະນະທຳ ​ແລະ ປະຊາຊົນ ຫວຽດນາມ ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຊາດ ບົນ​ຈິດ​ໃຈ​ຂອງມະຕິກອງປະຊຸມໃຫຍ່ຜູ້ແທນ​ທົ່ວປະເທດ ​ຄັ້ງ​ທີ 13 ຂອງ​ພັກ ​ແລະ ກອງ​ປະຊຸມ​ວັດທະນະທຳ​ແຫ່ງ​ຊາດ ​ປີ ​​2021”.

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານເລຂາທິການສູນກາງພັກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໂດວັນຈ໋ຽນ ໄດ້​ຊີ້​ນຳ​ວ່າ: “ຕ້ອງ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມກ້ອນມະຫາສາມັກຄີໃນວົງຄະນະຍາດບັນດາ​ຊົນເຜົ່າ ແລະ ບົດບາດການ​ປົກ​ປັກ​ຮັກສາ ​ແລະ ​ໂຄສະນາ​ບັນດາ​ມໍລະດົກ​ວັດທະນະທຳ​ຂອງ​ຊາດ. ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ສືບ​ຕໍ່​ສົມທົບ​ກັນປະຕິບັດມາດຕະການ​ແກ້​ໄຂຢ່າງຄົບຊຸດ, ພິ​ເສດ​ແມ່ນ​ຍຸດ​ທະ​ສາດ​ພັດທະນາ​ວັດທະນະທຳ​ຮອດ​ປີ 2030, ອະນຸລັກ​ຮັກສາ, ​ໂຄສະນາ​ບັນດາ​ເອກະລັກ​ວັດທະນະທຳ​ອັນ​ດີງາມ​ຂອງ​ບັນດາ​ເຜົ່າ, ​ເຮັດ​ໃຫ້​ວັດທະນະທຳ​ເຂົ້າ​ສູ່​ຊີວິດ​ສັງຄົມ​, ເຊື່ອມຕໍ່ແຜ່ກະຈາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປະ​ເທດ​ຊາດ​ອັນ​ໃຫຍ່​ຫຼວງ; ພ້ອມ​ກັນ​ນັ້ນ, ​ກໍ່ເນັ້ນ​ໜັກ​ເຖິງ​ວຽກ​ງານ​ສືບ​ຕໍ່​ເຕົ້າ​ໂຮມ, ອະນຸລັກ​ຮັກສາ ​ແລະ ​ໂຄສະນາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ 54 ຊົນ​ເຜົ່າ, ສົມທົບ​ກັບ​ວັດທະນະທຳ​ພັດທະນາ​ການທ່ອງທ່ຽວ, ​ໂຄສະນາ​ພາບ​ພົດ​ຂອງ​ຫວຽດນາມ ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ແລະ ​ເພື່ອນ​ມິດສາ​ກົນ, ປະກອບສ່ວນ​ຍົກ​ສູງ​ອິດທິພົນຊື່ສຽງ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ ໃນ​ເວທີ​ສາກົນ.

ພາຍຫຼັງພິທີໄຂ, ລາຍການສິລະປະພິເສດໄດ້ດຳເນີນໄປດ້ວຍຫົວຂໍ້ “ສີສັນເຕົ້າໂຮມວັດທະນະທຳປະການແຈ້ງ” ເພື່ອແນໃສ່ເຊີດຊູຄວາມສວຍສົດງົດງາມຂອງວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ ຫວຽດນາມ, ພິເສດແມ່ນການເຂົ້າຮ່ວມຂອງບັນດານັກສິລະປະກອນຈາກບັນດາແຂວງຄື: ເຊີນລາ, ລາຍເຈົາ; ແທງຮ໋ວາ, ກວາງນາມ, ດັກລັກ, ດາໜັງ.

ມິງດຶກ

ເຫດການ
302 Found

Found

The document has moved here.