ກຳລັງແຮງໃໝ່ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ-ນອກແວ

09:15 | 28/11/2023

ກຳລັງແຮງໃໝ່ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ-ນອກແວ

ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ
ຫວຽດນາມ ແມ່ນກຳລັງແຮງງານຊາວຕ່າງປະເທດໃຫຍ່ທີ່ສຸດຢູ່ຍີ່ປຸ່ນ ຫວຽດນາມ ແມ່ນກຳລັງແຮງງານຊາວຕ່າງປະເທດໃຫຍ່ທີ່ສຸດຢູ່ຍີ່ປຸ່ນ

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານຕີລາຄາຄືແນວໃດກ່ຽວກັບການພັດທະນາການພົວພັນສອງຝ່າຍຫວຽດນາມ-ນອກແວ, ໂດຍສະເພາະແມ່ນພາຍຫຼັງທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1971-2021)?

ທ່ານເອກອັກຄະລັດຖະທູດ ດິງຍໍຮຶງ: ການພົວພັນຫວຽດນາມ ແລະນອກແວ ພວມມີຄວາມກ້າວໜ້າທີ່ດີ, ການເຄື່ອນໄຫວຮ່ວມມືໄດ້ເພີ່ມທະວີທັງດ້ານຄຸນນະພາບ ແລະປະລິມານ. ສອງຝ່າຍໄດ້ສົມທົບກັນຊຸກຍູ້ການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນໃນຫຼາຍຊ່ອງທາງ ແລະຂົງເຂດ.

ກຳລັງແຮງໃໝ່ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ-ນອກແວ
ທ່ານ ດິງຍໍຮຶງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນອກແວ. ພາບ: ສະຖານທູດຫວຽດນາມ ປະຈຳ ນອກແວ.

ຫວຽດນາມ ແລະນອກແວ ພ້ອມກັບກຸ່ມບັນດາຄູ່ຮ່ວມມືສາກົນໄດ້ຮັບຮອງເອົາຖະແຫຼງການການເມືອງສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸດຕິທຳ (JETP). ແຜນການຕ້ອງໄດ້ໂຈະໄວ້ເປັນເວລາ 2 ປີ ຍ້ອນພະຍາດໂຄວິດ-19, ມາຮອດປະຈຸບັນຈຶ່ງໄດ້ຈັດຕັ້ງ, ໃນນັ້ນມີການທາບທາມຄຳເຫັນການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຢູ່ຮ່າໂນ້ຍ ເດືອນມີນາ 2023. ການເຈລະຈາສັນຍາບາງສະບັບໄດ້ຈັດຕັ້ງຄືນໃໝ່ ແລະສິ້ນສຸດລົງໂດຍໄວ. ນະໂຍບາຍຍົກເວັ້ນວີຊາໃຫ້ພົນລະເມືອງ ນອກແວ ເຂົ້າຫວຽດນາມ ໄດ້ເປີດກ້ວາງ, ດ້ວຍການກຳນົດເວລາພັກຢູ່ຫວຽດນາມ ແມ່ນແຕ່ 15 ວັນຂຶ້ນເປັນ 45 ວັນ.

ໃນຫຼາຍປີຜ່ານມາ, ນອກແວ ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ, ຕັ້ງໜ້າໜູນຊ່ວຍຫວຽດນາມ ຜັນຂະຫຍາຍປະຕິບັດເປົ້າໝາຍສະຫັດສະວັດ (MDG) ກ່ອນໜ້ານີ້ ແລະເປົ້າໝາຍພັດທະນາແບບຍືນຍົງ (SDG) ຂອງສະຫະປະຊາຊາດ ໃນປະຈຸບັນ. ໜູນຊ່ວຍການພັດທະນາທີ່ເປັນທາງການຂອງ ນອກແວ ທີ່ສະຫງວນໃຫ້ຫວຽດນາມ ຜ່ານແຕ່ລະໄລຍະແມ່ນປະມານ 320 ລ້ານໂດລາສະຫະລັດ, ນຳມາເຊິ່ງປະສິດທິຜົນທີ່ແທດຈິງກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ຫວຽດນາມ. ວິສາຫະກິດນອກແວ ລົງທຶນ ແລະດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ຫວຽດນາມ. ການເຄື່ອນໄຫວທ່ອງທ່ຽວມີຄວາມຈະເລີນເຕີບໂຕ, ສ້າງຄວາມປະທັບໃຈອັນດີງາມຕໍ່ກັບນັກທ່ອງທ່ຽວ.

ໃນປະຈຸບັນນີ້ມີສອງຈຸດໃໝ່ທີ່ຂ້າພະເຈົ້າຈັບໃຈ: ທີໜຶ່ງ, ບັນດາວິສາຫະກິດສອງປະເທດນັບມື້ນັບມີຄວາມສົນໃຈຊອກຫາໂອກາດຮ່ວມມື, ເປີດກວ້າງການລົງທຶນ, ດຳເນີນທຸລະກິດ. ທີສອງ, ການຮ່ວມມືໃນຂົງເຂດທີ່ກ່ຽວຂ້ອງເຖິງການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ການພັດທະນາຍືນຍົງ, ໃນນັ້ນມີພະລັງງານທົດແທນ, ເສດຖະກິດທະເລ, ພວມເພີ່ມທະວີ ແລະເປີດໂອກາດເພີ່ມທະວີການຮ່ວມມືໃໝ່, ເລິກເຊິ່ງກວ້າງຂວາງກວ່າ. ນັ້ນແມ່ນບັນດາຂົງເຂດທີ່ກຳລັງປະກອບສ່ວນ ແລະຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງສອງປະເທດ ແລະເໝາະສົມກັບບັນດາທ່າອ່ຽງໃຫຍ່ຂອງໂລກ ໃນ 1-2 ທົດສະວັດຈະມາເຖິງ.

ບັນດາສັນຍານທີ່ໜ້າປິຕິຊົມຊື່ນໃນການພົວພັນຈະມາເຖິງລະຫວ່າງສອງປະເທດ, ຕາມຂ້າພະເຈົ້າແລ້ວ, ແມ່ນອີງໃສ່ 3 ພື້ນຖານ: ສຳລັບຝ່າຍຫວຽດນາມ, ໃນສະຖານະການໂລກມີການຜັນແປ, ຄວາມຫຍຸ້ງຍາກ, ຂາດສະຖຽນລະພາບ, ຫວຽດນາມ ຍາມໃດກໍ່ແມ່ນຈຸດພົ້ນເດັ່ນຂອງການເຕີບໂຕ, ຄວາມໝັ້ນຄົງ, ປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າເຂົ້າຄວາມມານະພະຍາຍາມລວມຢູ່ພາກພື້ນ ແລະໂລກ, ເພື່ອສັນຕິພາບ ແລະການພັດທະນາ. ຄືດັ່ງຄຳຢັ້ງຢືນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: "ປະເທດຫວຽດນາມ ຍັງບໍ່ທັນມີຍາມໃດທີ່ມີພາລະກິດຍິ່ງໃຫຍ່, ມີກຳລັງຄວາມສາມາດບົ່ມຊ້ອນ, ມີອິດທິພົນຊື່ສຽງ ແລະທີ່ຕັ້ງ, ຖານະບົດບາດຄືແບບນີ້ມາກ່ອນ". ສໍາລັບຝ່າຍເພື່ອນ, ນອກແວ ພວມມີທ່າແຮງທີ່ດີ, ໄປນຳໜ້າໃນບັນດາຂະແໜງອຸດສາຫະກຳສີຂຽວດ້ວຍທ່າແຮງດ້ານມາດຕະການເຕັກໂນໂລຢີ, ການເງິນ ແລະບົດຮຽນປະສົບການ, ພ້ອມທັງແມ່ນປະເທດທີ່ປະກອບສ່ວນສຳຄັນເຂົ້າໃນການໜູນຊ່ວຍບັນດາປະເທດພວມພັດທະນາປະຕິບັດບັນດາ SDG ແລະການກະທຳເພື່ອດິນຟ້າອາກາດຂອງສະຫະປະຊາຊາດ. ດ້ານພາວະວິໄສ, ໂລກພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຂະໜາດໃຫຍ່, ມີການຜັນແປໄວກວ່າການຄາດຄະເນກ່ອນໜ້ານີ້, ເຊິ່ງຮຽກຮ້ອງໃຫ້ບັນດາປະເທດໃຫຍ່ນ້ອຍຕ້ອງເພີ່ມທະວີການຮ່ວມມືໃຫ້ຫຼາຍກວ່າອີກ.

ນັກຂ່າວ: ດ້ວຍບັນດາຜົນງານອັນໃຫຍ່ຫຼວງທີ່ບັນລຸໄດ້ໃນການພົວພັນສອງຝ່າຍ ຫວຽດນາມ-ນອກແວ, ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງການຢ້ຽມຢາມ ນອກແວ ຢ່າງເປັນທາງການຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ?

ທ່ານເອກອັກຄະລັດຖະທູດ ດິງຍໍຮຶງ: ຈຸດພົ້ນເດັ່ນທີ່ສຸດໃນການພົວພັນສອງປະເທດໃນປະຈຸບັນແມ່ນການຢ້ຽມຢາມ ນອກແວ ຢ່າງເປັນທາງການຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ນອກແວ Jonas Gahr Støre. ນີ້ແມ່ນການຢ້ຽມຢາມ ນອກແວ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງ ຫວໍທິແອັງຊວັນ. ການຢ້ຽມຢາມຈະສ້າງກຳລັງແຮງໃໝ່ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ແລະຫຼາຍຝ່າຍລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີປະສິດທິຜົນການຮ່ວມມື ແລະຫັນຄວາມສາມາດບົ່ມຊ້ອນໃຫ້ປະກົດຜົນເປັນຈິງ. ຜັນຂະຫຍາຍແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ; ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ; ປະຕິບັດທິດນຳທີ່ວ່າ ຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

ການໄປຢ້ຽມຢາມນອກແວ ຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຈະປະກອບສ່ວນເຂົ້າໃນການຜັນຂະຫຍາຍຍຸດທະສາດ, ການວາງແຜນຜັງ, ແຜນຮ່າງພັດທະນາສຳຄັນຂອງປະເທດທີ່ໄດ້ຮັບຮອງເອົາໃນຊຸມປີຜ່ານມາ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການ, ເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາຍືນຍົງ SDG ແລະບັນດາຄໍາໝັ້ນສັນຍາໃນຂອບເຂດກອງປະຊຸມບັນດາຝ່າຍເຂົ້າຮ່ວມສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP). ບັນດາການເຄື່ອນໄຫວ ແລະແລກປ່ຽນຂອງຄະນະຜູ້ແທນຢູ່ ນອກແວ ກໍ່ແມ່ນເພື່ອແນໃສ່ເພີ່ມທະວີ, ເປີດໂອກາດຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທຳ..., ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລະດົມແຫຼ່ງກຳລັງ ແລະປະຕິບັດຄວາມຄາດຫວັງຢາກພັດທະນາປະເທດຊາດ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະສຸມໃສ່ປຶກສາຫາລືເນື້ອໃນໃດແດ່?

ທ່ານເອກອັກຄະລັດຖະທູດ ດິງຍໍຮຶງ: ເນື້ອໃນແລກປ່ຽນໃນການເຄື່ອນໄຫວຢູ່ນອກແວ ຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ແມ່ນເຕື້ອງເຖິງຫຼາຍຂົງເຂດຮ່ວມມືສຳຄັນ. ໃນນັ້ນ, ກໍ່ສະຫງວນເວລາໃຫ້ແກ່ການປຶກສາຫາລືເພື່ອເພີ່ມທະວີ ແລະກຳແໜ້ນໂອກາດຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດທີ່ມີ "ປະລິມານ" ກ່ຽວກັບການພັດທະນາແບບຍືນຍົງ, ການພັດທະນາສີຂຽວ. ລາຍລະອຽດກ່ຽວຂ້ອງເຖິງບັນດາມາດຕະການໜູນຊ່ວຍພື້ນຖານເສດຖະກິດໝູນວຽນ, ພັດທະນາເສດຖະກິດທະເລ, ກະສິກຳສີຂຽວ, ເຕັກໂນໂລຢີການປູກລ້ຽງສິນໃນນ້ຳແບບຍືນຍົງ, ກຳຈັດສິ່ງເສດເຫຼືອພຼາດສະຕິກ...

ອີກເນື້ອໃນໜຶ່ງທີ່ທັງສອງຝ່າຍເອົາໃຈໃສ່ນັ້ນແມ່ນການຮ່ວມມື ແລະໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍຖະແຫຼງການການເມືອງສ້າງຕັ້ງຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸດຕິທຳ ລະຫວ່າງຫວຽດນາມ ແລະກຸ່ມບັນດາຄູ່ຮ່ວມມືສາກົນ, ປະຕິບັດການວາງແຜນຜັງ, ແຜນຮ່າງພັດທະນາໃນຂົງເຂດພະລັງງານຂອງຫວຽດນາມ. ທິດທາງແມ່ນເພື່ອແນໃສ່ພັດທະນາພະລັງງານທົດແທນ; ບັນດາມາດຕະການນຳໃຊ້ພະລັງງານຢ່າງປະຢັດ ແລະມີປະສິດທິຜົນ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍປ່ອຍອາຍພິດລົງລະດັບ 0 ໃນປີ 2025, ຮັບປະກັນເປົ້າໝາຍຄວາມໝັ້ນຄົງພະລັງງານແຫ່ງຊາດ ແລະເປົ້າໝາຍພັດທະນາ, ຮັບປະກັນຄວາມທ່ຽງທຳໃນການຫັນປ່ຽນພະລັງງານ. ນີ້ກໍ່ແມ່ນໜຶ່ງໃນເນື້ອໃນບຸລິມະສິດຮ່ວມມືສາກົນຂອງນອກແວ, ດ້ວຍເຄື່ອງມືທີ່ສຳຄັນ, ຄື ກອງທຶນລົງທຶນນອກແວ ແລະກອງທຶນລົງທຶນກ່ຍວກັບດິນຟ້າອາກາດ. ຈຸດປະສົງແມ່ນເພື່ອລະດົມແຫຼ່ງເງິນລົງທຶນພາກລັດ, ພາກເອກະຊົນ ເພື່ອໜູນຊ່ວຍບັນດາປະເທດພວມພັດທະນາປະຕິບັດບັນດາໂຄງການທີ່ເໝາະສົມກັບບັນດາ SDG ແລະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ.

ສອງຝ່າຍກໍ່ຈະແລກປ່ຽນພ້ອມກັບບັນດາປະເທດທີ່ກ່ຽວຂ້ອງ ເພື່ອຊຸກຍູ້ການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະກຸ່ມການຄ້າເສລີ ເອີລົບ (EFTA), ລວມມີ 4 ປະເທດ ໃນນັ້ນ ມີນອກແວ, ດ້ວຍຂະໜາດລວມຍອດຜະລິດຕະພັນພາຍໃນ (GDP) ຂອງທົ່ວກຸ່ມແມ່ນ 1.200 ຕື້ໂດລາສະຫະລັດ.

ນັກຂ່າວ: ຂໍຂອບໃຈທ່ານທູດ!

Phóng viên: Trân trọng cảm ơn Đại sứ!

ບູນມີ

ເຫດການ
302 Found

Found

The document has moved here.