ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ

09:01 | 28/11/2023

ຍສໝ - ຕອນບ່າຍວັນທີ 22 ພະຈິກ, ທ່ານນາງ Annie Dubé, ກົງສຸນໃຫຍ່ການາດາ ປະຈຳນະຄອນ ໂຮ່ຈີມິນ, ພ້ອມກັນກັບການນຳນະຄອນ ເກີນເທີ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ມິດຕະພາບ ຢູ່ສວນສາທາລະນະ ຊົງເຮົ້າ (ເມືອງ ນິງກຽວ, ນະຄອນ ເກີນເທີ).

ແຂວງ ເກີນເທີ ພົບປະແລກປ່ຽນມິດຕະພາບຢູ່ລາວ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ແຂວງ ເກີນເທີ ພົບປະແລກປ່ຽນມິດຕະພາບຢູ່ລາວ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ
ງານຕະຫຼາດນັດການທ່ອງທ່ຽວ ແລະບໍລິການຈັດຈອງສາກົນຢູ່ ການາດາ ແລະ “ຈຸດພົ້ນເດັ່ນ” ຫວຽດນາມ ງານຕະຫຼາດນັດການທ່ອງທ່ຽວ ແລະບໍລິການຈັດຈອງສາກົນຢູ່ ການາດາ ແລະ “ຈຸດພົ້ນເດັ່ນ” ຫວຽດນາມ

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ການາດາ.

ທີ່ພິທີ, ທ່ານ ຫງວຽນທຶກຮ້ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີນເທີ ໄດ້ຂອບໃຈທ່ານນາງ Annie Dubé ທີ່ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ມີຄວາມໝາຍນີ້ ເພື່ອເຜີຍແຜ່ຂ່າວສານການຮ່ວມມືແນໃສ່ເຮັດໃຫ້ທັດສະນີຍະພາບສິ່ງແວດລ້ອມມີຄວາມສວຍງາມ, ປະກອບສ່ວນເຮັດໃຫ້ອາກາດສົດໃສ. ທ່ານ​ກໍ່​ສະເໜີ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ນິງ​ກຽວ ​ຄຸ້ມຄອງຮັກສາ ​ແລະ ເບິ່ງແຍງດູແລ​ຕົ້ນ​ໄມ້​ຢ່າງ​ລະມັດລະວັງ​ເພື່ອ​ໃຫ້​ຕົ້ນ​ໄມ້​ເຕີບ​ໃຫຍ່​ເປັນ​ຢ່າງ​ດີ.

ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ
ທ່ານນາງ Annie Dubé, ກົງສຸນໃຫຍ່ການາດາ ປະຈຳນະຄອນ ໂຮ່ຈີມິນ, ພ້ອມກັນກັບການນຳນະຄອນ ເກີນເທີ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ມິດຕະພາບ ຢູ່ສວນສາທາລະນະ ຊົງເຮົ້າ (ເມືອງ ນິງກຽວ, ນະຄອນ ເກີນເທີ).

ກໍ່​ໃນ​ວັນ​ດຽວ​ກັນ, ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີນ​ເທີ ​ແລະ ຜູ້ຕາງໜ້າ​ບັນດາ​ພະ​ແນ​ກ, ຂະແໜງການ​ທີ່​ກ່ຽວຂ້ອງ​ໄດ້​ມີ​ການ​ພົບ​ປະ​ຢ່າງ​ສະໜິດສະໜົມ​ກັບ​ທ່ານ​ນາງ Annie Dubé, ກົງ​ສຸນ​ໃຫຍ່ ກາ​ນາ​ດາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຫງວຽນທຶກຮ້ຽນ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ນະຄອນ​ເກີນ​ເທີ ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ອົງການ​ຜູ້ຕາງໜ້າ​ການ​ທູດ​ກາ​ນາ​ດາ ປະຈຳ ຫວຽດນາມ. ນະຄອນ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ກົງສຸນໃຫຍ່ ​ກາ​ນາ​ດາ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ນະຄອນ​ເກີນ​ເທີເປັນຫຼາຍຄັ້ງ. 2 ຝ່າຍໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40, 45 ປີ ເເລະ ປີນີ້ເເມ່ນ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ກາ​ນາ​ດາ ຢູ່​ນະຄອນ ​ເກີນ​ເທີ. ນອກຈາກ​ນັ້ນ, ​ໃນ​ໄລຍະ 2017 – 2020, ນະຄອນ​ ເກີນ​ເທີ ກໍ່​ໄດ້​ເຂົ້າ​ຮ່ວມ​ໂຄງການ “ຄູ່​ຮ່ວມ​ມື​ຕົວ​ເມືອງ​ໃໝ່​ກ່ຽວກັບການພັດທະນາ​ເສດຖະກິດ​ທ້ອງ​ຖິ່ນ” (PMI LED) ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະຫວ່າງ​ສະຫະພັນ​ຕົວເມືອງ ກາ​ນາ​ດາ ​ແລະ ສະຫະພັນ​ຕົວເມືອງ ຫວຽດນາມ.

ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ປາດ​ຖະໜາ​ວ່າ: ​ໃນ​ວາລະ​ດຳລົງ​ຕຳ​ແໜ່​ງຢູ່ ຫວຽດນາມ, ນະຄອນ ເກີນເທີ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​​ກົງສຸນ​ໃຫຍ່​ກາ​ນາ​ດາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຄ້າ, ການ​ສຶກສາ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ພັດທະນາ​ຊຸມ​ຊົນ. ...

ໂດຍຂອບ​ໃຈ​ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ, ທ່ານ​ນາງ Annie Dubé ສະ​ແດງ​ຄວາມດີໃຈ​ທີ່​ການ​ພົວ​ພັນ​ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດນາມ ນັບ​ມື້​ນັບ​ພັດ​ທະ​ນາ​ເປັນ​ຢ່າງ​ດີ. ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືການຄ້າອັນດັບ 1 ຂອງ ການາດາ ໃນອາຊຽນ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.