ການແພດທະຫານສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຝຶກອົບຮົມວຽກງານກູ້ຊ່ວຍດ້ານການແພດໃນສະພາບໄພພິບັດ

15:46 | 27/11/2023

ການແພດທະຫານສາມປະເທດຫວຽດນາມ - ລາວ - ກຳປູເຈຍ ຝຶກອົບຮົມວຽກງານກູ້ຊ່ວຍດ້ານການແພດໃນສະພາບໄພພິບັດ

ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ
ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ

ໂດຍປະຕິບັດແຜນການ “ຝຶກຊ້ອມການແພດທະຫານລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ” ໃນລາຍການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ປີ 2023, ວັນທີ 27 ພະຈິກ, ຢູ່ກອງພັນໃຫຍ່ 990, ກອງບັນຊາການທະຫານແຂວງກອນຕູມ (ທະຫານເຂດ 5) ໄດ້ເປີດຊຸດຝຶກອົບຮົມວຽກງານກູ້ຊ່ວຍດ້ານການແພດໃນສະພາບໄພພິບັດລະຫວ່າງການແພດທະຫານສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ.

ການແພດທະຫານສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຝຶກອົບຮົມວຽກງານກູ້ຊ່ວຍດ້ານການແພດໃນສະພາບໄພພິບັດ

ບັນຍາກາດທີ່ຊຸດຝຶກອົບຮົມ. ພາບ: qdnd.vn

ເຂົ້າຮ່ວມກອງປະຊຸມມີ ພັນເອກພິເສດ ເລວັນດົງ, ຮອງຫົວໜ້າກົມເສນາຮັກ, ກົມໃຫຍ່ພະລາທິການ; ພັນເອກພິເສດ ເລແທ່ງຕົນ, ຮອງຫົວໜ້າຫ້ອງພະລາທິການທະຫານເຂດ 5. ສ່ວນຝ່າຍການແພດທະຫານ ກອງທັບລາດຊະວົງກຳປູເຈຍ ມີທ່ານພົນຈັດຕະວາ Mok Serey Sombath, ຮອງຜູ້ອໍານວຍການໂຮງໝໍ Pres Ketomeadea ເປັນຫົວໜ້າຄະນະ. ສ່ວນຄະນະຜູ້ແທນການແພດທະຫານ ກອງທັບປະຊາຊົນລາວ ມີພັນໂທ ສີຫາ ຈັນທະບຸດ, ຮອງຜູ້ອໍານວຍການໂຮງໝໍ 106 ເປັນຫົວໜ້າຄະນະ ແລະພະນັກງານການແພດທະຫານ 153 ທ່ານ ທີ່ມາຈາກ 3 ປະເທດ.

ກ່າວຄຳເຫັນທີ່ພິທີເປີດ, ພັນເອກພິເສດ ເລແທ່ງຕົນ ເນັ້ນໜັກວ່າ: ໃນປະຫວັດສາດ, ການແພດທະຫານສາມປະເທດຫວຽດນາມ - ລາວ - ກຳປູເຈຍ ໄດ້ມີຄວາມສະໜິດຕິດພັນ, ສົມທົບກັນໃນການປະຕິບັດວຽກງານຫຼາຍດ້ານ, ໃນນັ້ນມີວຽກງານໜູນຊ່ວຍມະນຸດສະທຳ. ໃນຊຸມປີຜ່ານມາ, ການແພດທະຫານ 3 ປະເທດ ໄດ້ຈັດຕັ້ງການຊ້ອມຮົບສອງຝ່າຍຮັບມືກັບໄພພິບັດທໍາມະຊາດຫຼາຍຄັ້ງ. ນີ້ແມ່ນການຊ້ອມຮົບທີ່ຈັດຕັ້ງເປັນຄັ້ງທຳອິດໂດຍມີການປະສານສົມທົບລະຫວ່າງການແພດທະຫານ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ດ້ວຍການໜູນຊ່ວຍມະນຸດສະທຳ ແລະການກູ້ຊ່ວຍສາກົນ.

ພາຍຫຼັງພິທີເປີດ, ຊຸດຝຶກອົບຮົມໄດ້ດຳເນີນບັນດາເນື້ອໃນ, ຄື: ການຝຶກອົບຮົມທິດສະດີກ່ຽວກັບໄພພິບັດ ແລະຈັດການຕອບສະໜອງດ້ານການແພດໃນສະພາບໄພພິບັດ; ຈັດກອງການແພດທະຫານພະຍາບານສຸກເສີນໄພພິບັດ; ກອງການແພດທະຫານພະຍາບານສຸກເສີນໄພພິບັດທາງອາກາດ;...

ຫຼັງຈາກການຝຶກອົບຮົມຄັ້ງນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມການຝຶກຊ້ອມຈະເປັນແກ່ນສານຫຼັກແຫຼ່ງ ເພື່ອຜັນຂະຫຍາຍວຽກງານກູ້ຊ່ວຍການແພດໃນສະພາບໄພພິບັດ ຖ້າມີບັນດາກໍລະນີເກີດຂຶ້ນ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.