ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຝລັ່ງ ດຳເນີນຢູ່ ຮ່າໂນ້ຍ

15:11 | 27/11/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ພະຈິກ 2023, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ຝລັ່ງ ຈໄດ້ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຝລັ່ງ (1973 – 2023) ຢູ່​ໂຮງ​ລະຄອນ​ໃຫຍ່ ​ຮ່າ​ໂນ້ຍ.

ຄ່ຳຄືນວັນບຸນວັດທະນະທຳ ຫວຽດນາມ ຮັດແໜ້ນການພົວພັນ ຝລັ່ງ - ຫວຽດນາມ ຄ່ຳຄືນວັນບຸນວັດທະນະທຳ ຫວຽດນາມ ຮັດແໜ້ນການພົວພັນ ຝລັ່ງ - ຫວຽດນາມ
ແນວພັນດອກລິນລີ້ ຊະນິດໃໝ່ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ໂຮນລັງ ແນວພັນດອກລິນລີ້ ຊະນິດໃໝ່ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ໂຮນລັງ

ນີ້​ແມ່ນ​ເຫດການທີ່​ມີຄວາມໝາຍສຳຄັນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ - ການ​ທູດ ສົມທົບ​ກັບ​ບັນດາ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ - ສິລະ​ປະ ເຊິ່ງໄດ້ຈັດຕັ້ງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ຝະລັ່ງ, ມີການແຜ່ກະຈາຍຢ່າງ​ກ້ວາງ​ຂວາງ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍຂອງ​ປະຊາຊົນ​ ຫວຽດນາມ, ຜ່ານ​ນັ້ນ ກໍ່​ປະກອບສ່ວນ​ຮັດ​ແໜ້ນ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່ເປັນຫຼາຍຮູບແບບ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ ​ມີ​ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ຝລັ່ງ.

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຝລັ່ງ ດຳເນີນຢູ່ ຮ່າໂນ້ຍ

ລາຍການ “ການສະແດງດົນຕີຂອງລາຊະກຸມມານນ້ອຍ” ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ.

​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ມີຜູ້ຕາງໜ້າ​ການ​ນຳ​ບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ບັນດາອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ ​ແລະ ບັນດາ​ຮາກຖານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ທີ່​ມີ​ການ​ພົວພັນ​ຮ່ວມ​ມື​ກັບ​ສາທາລະນະ​ລັດ ຝະລັ່ງ; ບັນດາພະນັກງານ​ສະຖານທູດ ​ຝຣັ່ງ ​ແລະ ບັນດາອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ ຝະລັ່ງ ທີ່​ເຄື່ອນ​ໄຫວ​ຢູ່ ຫວຽດນາມ.

ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ບັນດາ​ຜູ້​ແທນ​ໄດ້​ຊົມບັນດາ​ບົດ​ເພງ​ໂອ​ເປຣາ ​ແລະ ການ​ສະ​ແດງ​ດົນຕີ​ທີ່ມີຊື່ສຽງຂອງ​ ຝະລັ່ງ ຊື່​ງສະ​ແດງ​ໂດຍ​ນັກ​ສິລະ​ປິນຜູ້​ມີຄວາມສາມາດຂອງ​ຫວຽດນາມ.

ໃນ​ຂອບ​ເຂດ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ​ຫວຽດ​ນາມ - ຝ​ລັ່ງ, ໂດຍການອຸປະຖຳຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ຝະ​ລັ່ງ ແລະ ສະ​ຖານ​ທູດ ຝະ​ລັ່ງ ປະ​ຈຳ ​ຫວຽດ​ນາມ, ດົນ​ຕີ Paysage dans l'oubli (ພາບ​ທີ່ຖືກລືມ) ໄດ້​ຖືກ​ດຳ​ເນີນ​ຢູ່ໂຮງ​ລະ​ຄອນ ໂຮເກື່ອມ ໃນວັນ​ທີ 28 ພະຈິກ 2023.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.