ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງຫວຽດນາມ ແລະ ຣູມານີ ຍັງມີຫຼາຍຄຳໝັ້ນສັນຍາ

07:40 | 28/11/2023

ຍສໝ - ທ່ານ​ນາງ Cristina Romila ​ເອກ​ອັກຄະ​ລັດຖະທູດ ຣູມານີ ປະຈຳ​ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ມິດຕະພາບ​ສະ​ເຫຼີມສະຫຼອງ 105 ປີ​ແຫ່ງ​ວັນ​ຊາດ ຣູມານີ (1 ທັນວາ 1918 – 1 ທັນວາ 2023) ທີ່​ດຳ​ເນີນ​ໃນ​ວັນ​ທີ 26 ພະຈິກ ຢູ່ ຮ່າ​ໂນ້ຍ.

HUFO ສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດ ຣູມານີ ຄົບຮອບ 104 ປີ HUFO ສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດ ຣູມານີ ຄົບຮອບ 104 ປີ
ສະມາຄົມມິດຕະພາບຫວຽດນາມ - ຣູມານີ: ມານະພະຍາຍາມປະຕິບັດບັນດາກິດຈະກໍາທີ່ມີຄວາມໝາຍໃນສະພາບການໂລກລະບາດ COVID-19 ສະມາຄົມມິດຕະພາບຫວຽດນາມ - ຣູມານີ: ມານະພະຍາຍາມປະຕິບັດບັນດາກິດຈະກໍາທີ່ມີຄວາມໝາຍໃນສະພາບການໂລກລະບາດ COVID-19

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ Cristina Romila ​ໃຫ້​ຮູ້​ວ່າ: ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ຣູ​ມາ​ນີ ​ໄດ້​ມີ​ມາ​ແຕ່​ດົນ​ນານ ​ແລະ ນັບ​ມື້​ນັບເພີ່ມທະວີ, ເພີ່ມພູນຄູນສ້າງຜ່ານ​ບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ​.

ການ​ເຄື່ອນ​ໄຫວ​ທີ່​ຟົດຟື້ນ​ຫຼາຍ​ຢ່າງ​ຄື: ການ​ໂອ້​ລົມ​ສົນທະນາ, ກອງ​ປະຊຸມ, ສຳ​ມະ​ນາ, ງານ​ວາງສະ​ແດງ ​ໄດ້​ຮັບ​ການຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ຫວຽດນາມ - ຣູ​ມາ​ນີ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ວິ​ສາ​ຫະກິດ 2 ປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຣູ​ມາ​ນີ ໄດ້​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ການບຳລຸງສ້າງ​ນັກ​ສຶກ​ສາ 4.000 ກວ່າ​ຄົນ. ຫຼັງ​ຈາກ​ກັບ​ຄືນ​ປະເທດ, ນັກ​ສຶກ​ສາ​ທຸກ​ຄົນໄດ້ມີການ​ປະ​ກອບສ່ວນ​​​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດຊາດ. ​ໃນ 2 ປີ​ທີ່​ຜ່ານ​ມາ, ມະຫາວິທະຍາ​ໄລ ຣູ​ມາ​ນີ 10 ​ແຫ່ງ​ໄດ້​ມາ​ຫວຽດນາມ ​ເພື່ອໂຄສະນາ ​ແລະ ຮັບ​ສະໝັກ​ນັກ​ສຶກສາ.

ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງຫວຽດນາມ ແລະ ຣູມານີ ຍັງມີຫຼາຍຄຳໝັ້ນສັນຍາ
ການ​ພົບ​ປະ​ມິດຕະພາບ​ເນື່ອງ​ໃນ​ໂອກາດສະ​ເຫຼີມສະຫຼອງ 105 ປີ​ແຫ່ງ​ວັນ​ຊາດ ຣູມານີ (ພາບ: ດິງຮ່ວາ)

​ໃນ​ໄລຍະ 2019-2022, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ ຫວຽດນາມ ​ແລະ ຣູມາ​ນີ ​ໄດ້​ເພີ່ມ​ຂຶ້ນ 1,66 ​ເທົ່າ ຈາກ 261 ລ້ານ USD ຂຶ້ນ​ເປັນ 425 ລ້ານ USD. ທ່ານ​ນາງ Cristina ຄາດ​ຄະ​ເນ​ວ່າ, ​ໃນ​ຈຳນວນ​ນີ້​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ​ຍ້ອນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຣູມາ​ນີ ຍັງ​ມີຫຼາຍ​ຄຳໝັ້ນສັນຍາ. 2 ຝ່າຍ​ສາມາດ​ເປີດກວ້າງ​ການ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດ​ຜະລິດ​ຕະພັນ​ກະ​ເສດ, ອາຫານ​ທະ​ເລ, ເກີບ​ໜັງ; ການບຳລຸງສ້າງໃນຂະ​ແຫນງ​​ຍຸດ​ທະ​ສາດ​ຈໍາ​ນວນ​ຫນຶ່ງ​ເຊັ່ນ​: ອຸດ​ສາ​ຫະ​ກໍາ​ການ​ກໍ່​ສ້າງ​, ກະ​ສິ​ກໍາ​, ການ​ແພດ​ ແລະ​ ການຢາ ...

ທ່ານ​ນາງ Cristina ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ມີ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ແລະ ສິລະ​ປະ​ຫຼາຍ​ຢ່າງ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ໃຈຊຶ່ງກັນແລະກັນ ​ແລະ ​ເຊື່ອມຕໍ່​ປະຊາຊົນ​ສອງ​ປະ​ເທດ. ເຫດການພົ້ນເດັ່ນແມ່ນການສະແດງວົງດົນຕີປະສານສຽງຂອງ Romanian Bucharest Symphony Orchestra ຢູ່ ຫວຽດນາມ; ລາຍການດົນຕີ “Concert Harmonia” ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນຫວຽດນາມ ແລະ ຣູມາ​ນີ...

ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງຫວຽດນາມ ແລະ ຣູມານີ ຍັງມີຫຼາຍຄຳໝັ້ນສັນຍາ
ທ່ານ ໂຮ່ກວາງເລີ້ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ມອບດອກໄມ້ໃຫ້ທ່ານນາງ Cristina Romila ​ເອກ​ອັກຄະ​ລັດຖະທູດ ຣູມານີ ປະຈຳ ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 105 ປີ​ແຫ່ງ​ວັນ​ຊາດ ຣູມານີ (ພາບ: ດິງຮ່ວາ)

ຕາມທ່ານ ໂຮ່ກວາງເລີ້ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ແລ້ວ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດນັບມື້ນັບໄດ້ເປີດກວ້າງ, ພັດທະນາ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດຄື: ການເມືອງ, ການທູດ, ການຄ້າ, ກະສິກຳ, ອຸດສາຫະກຳ, ແຮງງານ, ການທ່ອງທ່ຽວ, ການສຶກສາ ​ແລະ​ ການ​ບຳລຸງສ້າງ... ສອງ​ປະ​ເທດ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​​ຕະຫຼອດ​ມາ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ.

ໂດຍສະແດງຄວາມຊົມເຊີຍທີ່ພິທີສະເຫຼີມສະຫຼອງ 105 ປີແຫ່ງວັນຊາດ ຣູມານີ, ທ່ານ ໂຮ່ກວາງເລີ້ຍ ປາດຖະໜາວ່າ 2 ປະເທດຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືທີ່ເປັນມູນເຊື້ອ, ເພື່ອຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ຫວຽດນາມ - ຣູມານີ ຍາມໃດກໍ່ນັບມື້ນັບເຂັ້ມແຂງ ແລະ ກ້າວໄປທາງໜ້າ.

​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ມິດຕະພາບ​ ຫວຽດນາມ - ຣູ​ມາ​ນີ ​ໄດ້​ມອບ​ຫຼຽນ​ກາ​ທີ່ລະນຶກມິດຕະພາບ ຫວຽດນາມ - ຣູ​ມາ​ນີ ໃຫ້ 15 ບຸກຄົນ ​ແລະ ​ໃບ​ຍ້ອງຍໍ​ຂອງ​ສູນກາງສະມາຄົມ​ມິດຕະພາບ ຫວຽດນາມ - ຣູ​ມາ​ນີ ​ໃຫ້ 7 ໝູ່ຄະນະ ​ແລະ 14 ບຸກຄົນ​ທີ່​ໄດ້​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ສະມາຄົມ​ກໍ່​ຄື​ການ​ພົວພັນ​ມິດຕະພາບລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ດີງເລື້ອງ

302 Found

Found

The document has moved here.