35 ປີແຫ່ງການຮ່ວມມືດ້ານໂທລະຄົມມະນາຄົມ ອົດສະຕາລີ - ຫວຽດນາມ

15:51 | 27/11/2023

ຍສໝ - ວັນ​ທີ 20 ພະຈິກນີ້, ຢູ່​ ຮ່າ​ໂນ້ຍ, ທ່ານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ຫວຽດນາມ Andrew Goledzinowski ​ໄດ້ມີການ​ໂທລະສັບເຖິງ ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ ອົດສະຕຣາລີ ຫງວຽນ​ເຕີດແທງ ເພື່ອຫວນຄືນການ​ໂທລະສັບຄັ້ງ​ທຳ​ອິດ​ຈາກ ຫວຽດນາມ ​ໄປ ອົດສະຕຣາລີ.

ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ
ລັດ New South Wales (ອົດສະຕາລີ) ​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ວິ​ສາ​ຫະກິດ ຫວຽດນາມ ລັດ New South Wales (ອົດສະຕາລີ) ​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ວິ​ສາ​ຫະກິດ ຫວຽດນາມ

ການຫວນຄືນ​ຄັ້ງ​ໜຶ່ງ​ໃນ​ການ​ໂທລະສັບ​ຄັ້ງ​ທຳ​ອິດ​ຈາກ ຫວຽດນາມ ​ໄປ ອົດສະຕຣາລີ ແມ່ນເພື່ອ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ຄະນະກຳມະການໂທລະຄົມມະນາຄົມ​ຢູ່​ຕ່າງປະ​ເທດ (OTC) ຂອງ ອົດສະຕຣາລີ (ຕໍ່ມາແມ່ນ Telstra) ແລະ ກົມ​ໃຫຍ່​ໄປສະນີ ຫວຽດນາມ (GDPT) (ຕໍ່ມາໄດ້​ສືບ​ທອດ​ໂດຍ VNPT) ໄດ້​ລົງ​ນາມຂໍ້ຕົກລົງຮ່ວມ​ມື​ທຸລະ​ກິດ​ຄັ້ງ​ທຳ​ອິດ​ໃນ​ປີ 1988.

35 ປີແຫ່ງການຮ່ວມມືດ້ານໂທລະຄົມມະນາຄົມ ອົດສະຕາລີ - ຫວຽດນາມ

ທ່ານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ຫວຽດນາມ Andrew Goledzinowski ​ໄດ້ມີການ​ໂທລະສັບເຖິງ ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ ອົດສະຕຣາລີ ຫງວຽນ​ເຕີດແທງ ເພື່ອຫວນຄືນການ​ໂທລະສັບຄັ້ງ​ທຳ​ອິດ​ຈາກ ຫວຽດນາມ ​ໄປ ອົດສະຕຣາລີ.

ທ່ານ​ເອກ​ອັກຄະ​ລັດຖະທູດ Goledzinowski ​ໃຫ້​ຮູ້​ວ່າ: “ການ​ພົວພັນ​ຄູ່​ຮ່ວມ​ມື​ນີ້​ໄດ້​ສ້າງ​ການ​ປ່ຽນ​ແປງ​ຢ່າງ​ແທ້​ຈິງ​ໃນ​ການ​ເຊື່ອມ​ຕໍ່​ຫວຽດນາມ ກັບ​ໂລກ ​ແລະ ປະກອບສ່ວນ​ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປະຈຸ​ບັນ".

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, "ການ​ພົວພັນ​ຄູ່​ຮ່ວມ​ມື​ນີ້​ໄດ້​​ຊ່ວຍ​ຫວຽດນາມ ​ໃນ​ຂະ​ບວນວິທີການ​ປະຕິບັດ​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ພາລະກິດແຫ່ງການປ່ຽນແປງໃໝ່ ແລະ ຊ່ວຍ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ເຄື່ອນໄຫວທຸລະ​ກິດ ​ແລະ ການ​ລົງທຶນ​ເຂົ້າ ຫວຽດນາມ".

"ເນຶ່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນການທູດລະຫວ່າງ ອົດສະຕຣາລີ ແລະ ຫວຽດນາມ ໃນປີນີ້, ພວກຂ້າພະເຈົ້າພວມສຸມໃສ່ການຮ່ວມມືໃນໄລຍະຕໍ່ໄປ ເພື່ອເຮັດໃຫ້ກາລະໂອກາດຂອງການປະຕິວັດດີຈີຕອລກາຍເປັນຈິງ. ຂ້າພະເຈົ້າຂໍຊົມເຊີຍບັນດາບຸກຄົນທີ່ໄດ້ປະກອບສ່ວນສ້າງພື້ນຖານອັນດີງາມໃຫ້ແກ່ການຮ່ວມມືຄັ້ງນີ້ ແລະ ຂໍຂອບໃຈບັນດາທ່ານທີ່ໄດ້ປະກອບສ່ວນເຂົ້າໃນການພົວພັນມິດຕະພາບລະຫວ່າງສອງປະເທດພວກເຮົາ” ທ່ານ​ເອກ​ອັກຄະ​ລັດຖະທູດ Goledzinowski ​ໃຫ້​ຮູ້.

ໂດຍໄດ້ຮູ້ວ່າ OTC ໄດ້ຕິດຕັ້ງສະຖານີໜາ້ດິນດາວທຽມ Vista ແຫ່ງທຳອິດຂອງຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ໃນປີ 1987, ເຊື່ອມຕໍ່ໄປ ອົດສະຕຣາລີ. ສິ່ງນີ້ໄດ້ອະນຸຍາດໃຫ້ປະຕິບັດການໂທລະສັບອອກໄປຍັງສາກົນໄດ້ພ້ອມກັນຫ້າສາຍ, ການປັບປຸງຄຸນນະພາບ ແລະ ບໍລິມາດບັນຈຸທຽບກັບບັນດາການເຊື່ອມຕໍ່ໂທລະພາບທີ່ຍັງຈໍາກັດໃນເວລານັ້ນ.

ບັນດາສະຖານີໜາ້ດິນ​ດາວ​ທຽມ​ເພີ່ມ​ເຕີມ ​ແລະ ຂອບຂະໜາດໃຫຍ່​ກວ່າຄັ້ງທຳອິດ ໄດ້​ຮັບ​ການ​ຕິດ​ຕັ້ງ​ຢູ່ ຮ່າ​ໂນ້ຍ, ຫຼັງຈາກນັ້ນກໍ່ມີກວມ​ທົ່ວ​ປະ​ເທດ ແລະ ບັນດາສູນ​ໂທລະ​ຄົມມະນາຄົມສາກົນ​ກໍ່​ໄດ້ສ້າງ​ຕັ້ງ​ທັງ​ຢູ່​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ.

​ໃນ​ຕົ້ນ​ປີ 1989, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອົດສະຕຣາລີ Gareth Evans AO ​ໄດ້​ມາ​ຢ້ຽມຢາມ ຮ່າ​ໂນ້ຍ ​ແລະ ​ໄດ້​ໂທລະສັບ​ຜ່ານ​ທາງ​ດາວ​ທຽມ​ໃໝ່​​ເປັນ​ຄັ້ງ​ທຳ​ອິດ ຈາກ ​ຮ່າ​ໂນ້ຍ ໄປ​ເຖິງເພື່ອຮ່ວມການງານຂອງທ່ານ ເຊິ່ງແມ່ນຮັກສາການແທນ​ລັດຖະມົນຕີ​ໂທລະຄົມມະນາຄົມ Bob Brown ຢູ່ ອົດສະຕຣາລີ. ຫຼັງຈາກນັ້ນ, OTC ກໍ່ໄດ້ຕິດຕັ້ງສະຖານີຮັບດາວທຽມໃໝ່ທີ່ໃຫຍ່ກວ່າຢູ່ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ, ຊ່ວຍໃຫ້ປະສິດທິພາບ ແລະ ການບໍລິການສະໜອງຜ່ານເຄືອຂ່າຍ INTELSAT ເພີ່ມຂຶ້ນຫຼາຍພໍສົມຄວນ.

ໃນຕະຫຼອດປີ 1990, ດ້ວຍ​ການປ່ຽນແປງໃໝ່ດ້ານ​ເຕັກ​ໂນ​ໂລ​ຢີ, ການ​ພົວພັນ​ຄູ່​ຮ່ວມ​ມື​ໄດ້​ມີຂີດໝາຍສຳຄັນ​ຫຼາຍ​ຢ່າງຕື່ມອີກ. ອຸປະກອນເຊື່ອມຕໍ່ອິນເຕີເນັດເຄື່ອງທຳອິດໄດ້ນຳມາຫວຽດນາມ ໂດຍສາດສະດາຈານມະຫາວິທະຍາໄລແຫ່ງຊາດ ອົດສະຕຣາລີ ທ່ານ Rob Hurle ໃນປີ 1991. ອົດສະຕຣາລີ ກໍ່ໄດ້ເຂົ້າຮ່ວມໂຄງການສາຍກາບໃຕ້ດິນແຫ່ງທຳອິດຂອງຫວຽດນາມ ທີ່ຕັ້ງຢູ່ ຫວຸງເຕົ່າ ໃນປີ 1999. ສາຍກາບນີ້ຊ່ວຍໃຫ້ສາມາດໂທໄປຕ່າງປະເທດໄດ້ 15.000 ເທື່ອ, ພ້ອມດ້ວຍບັນດາການບໍລິການວີດີໂອ ແລະ ຂໍ້ມູນທີ່ມີລະດັບຄວາມໄວສາກົນ. ສາຍກາບໃຕ້ດິນແຫ່ງ​ທີ​ສອງ​ໄດ້​ຮັບ​ການ​ຕິດ​ຕັ້ງ​ໃນ​ປີ 2000 ຢູ່​ນະ​ຄອນ ດ່າ​ນັງ ແລະ ໄດ້ເຄື່ອນໄຫວ​ມາ​ຈົນ​ຮອດ​ປັດ​ຈຸ​ບັນ.

ນອກຈາກພື້ນຖານໂຄງລ່າງ, ການພົວພັນຄູ່ຮ່ວມມືແລ້ວ ຍັງສຸມໃສ່ການພັດທະນາຊັບພະຍາກອນມະນຸດ. OTC/Telstra ໄດ້ສະໜັບສະໜູນໂຄງການຝຶກອົບຮົມໃຫ້ແກ່ນັກວິທະຍາການ, ວິສະວະກອນ, ພະນັກງານຄຸ້ມຄອງດ້ານການເງິນ ແລະ ພະນັກງານຕ້ອນຮັບ ຫຼາຍກວ່າ 3.000 ຄົນໃນຂະແໜງອຸດສາຫະກຳໂທລະຄົມມະນາຄົມຢູ່ຫວຽດນາມ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.