ຫວຽດນາມ ແລະ ສີລັງກາ ມຸ່ງໄປເຖິງເຕີບໂຕວົງເງິນການຄ້າສອງຝ່າຍທີ່ບັນລຸ 500 ລ້ານ USD

09:03 | 28/11/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 22 ພະຈິກ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໂດະຮູ່ງຫວຽດ ໄດ້​​ຕ້ອນຮັບ​ທ່ານ Saj U. Mendis ​ເອກ​ອັກຄະ​ລັດຖະທູດ ສີ​ລັງກາ ປະຈຳ ຫວຽດນາມ.

ຫວຽດນາມ ລົງທຶນເຂົ້າລາວ ຈຳນວນເງິນຫຼາຍກວ່າ 5,47 ຕື້ USD ຫວຽດນາມ ລົງທຶນເຂົ້າລາວ ຈຳນວນເງິນຫຼາຍກວ່າ 5,47 ຕື້ USD
ຫວຽດນາມ - ໄທ ພະຍາຍາມບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ ຫວຽດນາມ - ໄທ ພະຍາຍາມບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ສຳຄັນ​ຂອງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ສີ​ລັງກາ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ການ​ຮັກສາ​ການ​ພົວພັນ​ຮ່ວມ​ມື​ຂັ້ນ​ສູງ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ຫວ່າງແລ້ວນີ້ ແມ່ນການ​ພົບ​ປະລະຫວ່າງ ທ່ານ​ປະທານ​ປະ​ເທດຫວຽດນາມ ຫວໍວັນເຖືອງ ​ແລະ ທ່ານ​ປະທານາທິບໍດີ ສີລັງກາ Ranil Wickremesinghe ​ ເນື່ອງໃນໂອກາດເຂົ້າ​ຮ່ວມ​ກອງ​ປະຊຸມຊັ້ນສູງ​ການ​ຮ່ວມ​ມື​ສາກົນ “ຂອບອ້ອມຮອບ ເເລະ ເສັ້ນທາງ” ຄັ້ງ​ທີ 3 ຢູ່​ນະຄອນຫຼວງ​ປັກ​ກິ່ງ ​ໃນ​ວັນ​ທີ 18 ຕຸລາ 2023.

ຫວຽດນາມ ແລະ ສີລັງກາ ມຸ່ງໄປເຖິງເຕີບໂຕວົງເງິນການຄ້າສອງຝ່າຍທີ່ບັນລຸ 500 ລ້ານ USD
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໂດະຮູ່ງຫວຽດ ​​ຕ້ອນຮັບ​ທ່ານ Saj U. Mendis ​ເອກ​ອັກຄະ​ລັດຖະທູດ ສີ​ລັງກາ ປະຈຳ ຫວຽດນາມ.
(ພາບ: ຕ໋ວນຫວຽດ)

ທ່ານ​ຮອງ​ລັດຖະມົນຕີ ໂດະຮູ່ງຫວຽດ ສະ​ເໜີ 2 ຝ່າຍ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ, ​ໃນ​ນັ້ນ​ມີ​ຄະນະ​ກຳມະການ​ປະສົມກ່ຽວກັບ​ເສດຖະກິດ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຢູ່​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ທາບທາມ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີການ​ຕ່າງປະ​ເທດ; ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ການ​ຄ້າ​ເພື່ອເພີ່ມວົງ​ເງິນ​ການ​ຄ້າ​ສອງຝ່າຍ, ​​ບັນລຸ 500 ລ້ານ USD ໂດຍ​ໄວ; ​ໄດ້​ເຫັນ​ດີ​ຊຸກຍູ້​ການ​ລົງ​ນາມບັນດາ​​ເອກະສານ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ກະສິກຳ ພ້ອມ​ທັງ​ເປີດ​ສາຍ​ການບິນ​ໂດຍ​ກົງ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ວັດທະນະທຳ ​ແລະ ການ​ແລກປ່ຽນ​ປະຊາຊົນ...

ທ່ານ​ເອກ​ອັກຄະ​ລັດຖະທູດ A. Saj U. Mendis ​ໄດ້​ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ຂອງ​ຫວຽດນາມ ​ໃຫ້​ແກ່ ສີ​ລັງກາ ທີ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ; ຢືນຢັນ​ວ່າ ສີ​ລັງກາ​ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ ຢູ່​ສະຫະ​ປະຊາ​ຊາດ, ຂະບວນການ​ບໍ່​ຮ່ວມ​ສຳພັນ....

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.