ຍສໝ - ວັນທີ 17 ມັງກອນ, ພະແນກການທ່ອງທ່ຽວແຂວງ ກຽນຢາງ ໃຫ້ຮູ້ວ່າ ພາຍຫຼັງການປະຕິບັດໄລຍະທີ 1 ໂຄງການທົດລອງການທ່ອງທ່ຽວ “ໜັງສືຜ່ານແດນວັກຊິນ” ມາເປັນເວລາ 1 ເດືອນ, ນະຄອນຝຸກວັກ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 1000 ຄົນ ທີ່ມາຈາກ ສ.ເກົາຫຼີ, ໄທ, ລາວ, ອຸດເບກິດສະຖານ ແລະ ກາຊັກສະຖານ. ໃນນັ້ນມີ 4 ກຸ່ມແຂກທ່ອງທ່ຽວສາກົນ ໄປຍັງຝຸກວັກ ດ້ວຍເຮືອບິນສ່ວນຕົວ.
ຍສໝ - ເຂດທົ່ງພຽງແມ່ນ້ຳແດງທາງພາກເໜືອ ຂອງ ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວອັນໜຶ່ງດຽວຂຶ້ນກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ນອນໃນບັນຊີລາຍຊື່ 52 ສະຖານທີ່ທ່ອງທ່ຽວ ຂອງປີ 2022 ໂດຍໜັງສືພິມ The New York Times ຂອງ ອາເມລິກາ ຄັດເລືອກ ດ້ວຍຊື່ທີ່ວ່າ “ສະຖານທີ່ທ່ອງທ່ຽວ 52 ແຫ່ງ ສຳລັບໂລກທີ່ໄດ້ມີການປ່ຽນແປງ”.
ຍສໝ - ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ແຕ່ມີຫຼາຍອົງການຈັດຕັ້ງ, ອົງການສື່ມວນຊົນທ່ອງທ່ຽວສາກົນ ຍັງຕີລາຄາ, ຈັດຮ່າໂນ້ຍເຂົ້າກຸ່ມບັນດານະຄອນທ່ອງທ່ຽວທີ່ດຶງດູດໃຈທີ່ສຸດໃນໂລກ.
ຍສໝ - ຫວ່າງແລ້ວນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດຈັດຕັ້ງກອງປະຊຸມທາງໄກ ທົ່ວປະເທດສະຫຼຸບວຽກງານປີ 2021, ຜັນຂະຫຍາຍໜ້າທີປີ 2022.
ຍສໝ - ໄທຫງວຽນມີຊື່ສຽງໂດ່ງດັງກ່ຽວກັບແຫຼ່ງທ່ອງທ່ຽວຂຽວ, ການທ່ອງທ່ຽວແບບ ນິເວດ, ເຊິ່ງເປັນສະຖານທີ່ທີ່ເໝາະສົມສໍາລັບການພັກຜ່ອນໃນທ້າຍອາທິດ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ນະຄອນ ນິງບິງ, ຄະນະຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2021 ໄດ້ຈັດຕັ້ງກອງປະຊຸມສະຫຼູບ ແລະ ພິທີສິ້ນສຸດປີທ່ອງທ່ຽວ 2021 - ຮວາລື, ນິງບິງ.
ຍສໝ - ນະຄອນຜັນຂະຫຍາຍເຕັກໂນໂລຢີ ທີ່ເຕົ້າໂຮມຂໍ້ມູນການບໍລິການທ່ອງທ່ຽວ, ກໍ່ສ້າງໂປແກຼມການທ່ອງທ່ຽວອັດສະລິຍະໃນໂທລະສັບມືຖື ປະສົມແຜນທີ່ການທ່ອງທ່ຽວດີຈີຕອນ, ເຂົ້າຮ່ວມການທ່ອງທ່ຽວ ແບບ VR…
ຍສໝ - ບ້ານຮວານຈູງ, ຮ່ອມພູທີ່ສວຍສົດງົດງາມເໝືອນດັ່ງພາບແຕ້ມດ້ວຍບັນດາ ເຮືອນຮ້ານຕັ້ງຢູ່ກາງພູຫີນປູນທີ່ສະຫຼັບສັບຊ້ອນກັນ, ມີຫ້ວຍນ້ຳໝໍໝັ໊ມ ແລະ ຖ້ຳແກ້ງຕາວທີ່ເປັນເອກະລັກສະເພາະ ເປັນສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈຕໍ່ນັກທ່ອງທ່ຽວທີ່ນິຍົມການຄົ້ນຫາ, ພະຈົນໄພ.
ຍສໝ - ໂດຍການຕົກລົງເຫັນດີຈາກລັດຖະບານປະເທດຕ່າງໆ ແລະເຈົ້າໜ້າທີ່, ສາຍການບິນ Vietjet Air ຄາດຄະເນຈະເຊື່ອມຕໍ່ສາຍການບິນສາກົນເປັນປົກກະຕິຄືນໃໝ່ແຕ່ວັນທີ 1 ມັງກອນ 2022.
ຍສໝ - ນັກທ່ອງທ່ຽວສາກົນທີ່ມາທ່ຽວຢູ່ຫວຽດນາມ ບໍ່ຕ້ອງຈຳກັດບໍລິເວນ ແລະເຂົ້າຮ່ວມໂຄງການທ່ອງທ່ຽວແບບຄົບວົງຈອນ, ໄປຍັງສະຖານທີ່ທ່ອງທ່ຽວຕາມການກຳນົດຢູ່ 5 ທ້ອງຖິ່ນທີ່ໄດ້ຮັບອະນຸຍາດໃຫ້ປະຕິບັດການທົດລອງ.
ຍສໝ - ໃນລະຫວ່າງວັນທີ 26 ທັນວາ 2021 ຫາທ້າຍເດືອນມີນາ ປີ 2022, ແຂວງແຄ໊ງຮ່ວາ ຈະຕ້ອນຮັບແຂກທ່ອງທ່ຽວລັດເຊຍ ກ່ວາ 8000 ຄົນ ມາທ່ອງທ່ຽວ, ຜັກຜ່ອນບຳລຸງສຸຂະພາບຢູ່ທ້ອງຖິ່ນນີ້.
ຍສໝ - ຄະນະກຳມະການປະຊາຊົນ ບ່າເຣ້ຍ - ຫວູງເຕົາ ໄດ້ສົມທົບກັບສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ຫາກໍ່ໄຂງານຕະຫຼາດນັດການທ່ອງທ່ຽວແບບທາງໄກ “ພັດທະນາການທ່ອງທ່ຽວບ່າເຣ້ຍ - ຫວູງເຕົາ ປີ 2021”.
ຍສໝ - ຊີນຊ໊ວຍໂຮ່ ແມ່ນໝູ່ບ້ານນ້ອຍໆຂອງຊາວເຜົ່າມົ້ງ ຢູ່ຕາແສງຊີນຊ໊ວຍໂຮ່ (ເມືອງຟອງໂຖ, ແຂວງລາຍເຈົາ), ຫ່າງຈາກນະຄອນລາຍເຈົາ ເກືອບ 30 ກິໂລແມັດ, ໃນລະດັບຄວາມສູງເກືອບ 1500ແມັດເໜືອນ້ຳທະເລ.
ຍສໝ - ພະແນກການທ່ອງທ່ຽວຮ່າໂນ້ຍ ແລະ ລາຍການທ່ອງທ່ຽວ VTV Travel ຂອງສະຖານີໂທລະພາບ ຫວຽດນາມ ໄດ້ຈັດຕັ້ງງານປະກວດຮູບພາບ “ຮ່າໂນ້ຍເປັນຄືແນວນັ້ນ” ເພື່ອແນໃສ່ໂຄສະນາພາບພົດ ແລະ ການທ່ອງທ່ຽວຮ່າໂນ້ຍ.
ຍສໝ - ເມື່ອບໍ່ດົນມານີ້, ຄະນະກຳມະການປະຊາຊົນນະຄອນ ໂຮ້ຍອານ ໃຫ້ຮູ້ວ່າ ໃນເວລາ 19:00 ໂມງ ວັນທີ 24 ທັນວາ, ຢູ່ນະຄອນ ໂຮ່ຈີມິນ ຈະຈັດຕັ້ງງານບຸນໂຄມໄຟ ປີ 2022 ດ້ວຍຫົວຂໍ້ວ່າ ຮ່ວມແຮງຮ່ວມໃຈເພື່ອໂຮ້ຍອານ.
ຍສໝ - ໃນຕົ້ນປີ 2021, New York Times ໄດ້ປະກາດ 52 ສະຖານທີ່ນັດພົບສຳລັບປີ 2021 ຫຼັງຈາກການຄັດເລືອກ ແລະເກັບກໍາຄວາມຄິດເຫັນປະກອບຂອງຜູ້ອ່ານ ຈາກຫຼາຍກວ່າ 2.000 ຄໍາເຫັນທີ່ແຕກຕ່າງກັນ. ໃນຈຳນວນ 52 ສະຖານທີ່, ມີພຽງ 2 ແຫ່ງໃນອາຊີຕາເວັນອອກສ່ຽງໃຕ້ ຄື ກົນດ໋າວ, ຫວຽດນາມ (ອັນດັບທີ 46) ແລະ Tagaytay, ຟີລິບປິນ (ອັນດັບທີ 42).
ຍສໝ - ທ່ານ ດິງຕຽນຢຸງ ເລຂາຄະນະພັກນະຄອນຮ່າໂນ້ຍ ເນັ້ນໜັກວ່າ: ຮ່າໂນ້ຍມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບລັດເຊຍ ເວົ້າລວມ ແລະ ນະຄອນ ມົດສະກູ ເວົ້າສະເພາະ ໃນຂົງເຂດວັດທະນະທຳ, ການທ່ອງທ່ຽວ.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ດ່ວານວັນວຽດ ໄດ້ລົງນາມເອກະສານເລກທີ 4698/BVHTTDL-TCDL ກ່ຽວກັບໂຄງການປຸກລະດົມການທ່ອງທ່ຽວພາຍໃນປະເທດ ທີ່ມີການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວປອດໄພ - ແບບຄົບວົງຈອນ”.
ຍສໝ - ກົມການໃຫຍ່ການທ່ອງທ່ຽວ ໄດ້ເປັນເວັບໄຊເປີດນຳໃຊ້ຄໍລ້ຳ “Live Fully in Vietnam” ຢ່າງເປັນທາງການໃນເວັບໄຊໂຄສະນາການທ່ອງທ່ຽວໃຫ້ສຳລັບແຂກທ່ອງທ່ຽວສາກົນ ຢູ່ເວັບໄຊ https://vietnam.travel, ພ້ອມທັງແນະນຳວີດີໂອຕາມແຕ່ລະຫົວຂໍ້ (Hero Video) ຂອງບັ້ນສື່ມວນຊົນ “Live Fully in Vietnam”.
ຍສໝ - ແຂວງກວ໊າງນິ່ງ ຈະຫຼຸດຄ່າເຂົ້າຊົມທ່ອງທ່ຽວ 50% ໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຕ່າງໆໃນ 6 ເດືອນຕົ້ນປີ 2022.