ປີ 2022ຕັ້ງ​ໜ້າ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ສ້າງ​ບາດ​ກ້າວ​ຢ່າງ​ແຮງ​ໃນ​ທົ່ວ​ຂະ​ແໜງວັດ​ທະ​ນະ​ທຳ

15:19 | 10/01/2022

ຍ​ສ​ໝ - ຫວ່າງແລ້ວນີ້, ກະ​ຊ​ວງວັດ​ທະ​ນະ​ທຳ, ກິ​ລາ ແລະ ​ທ່ອງ​ທ່ຽວ ໄດຈັດຕັ້ງກອງປະຊຸມທາງ​ໄກ ທົ່ວ​ປະ​ເທດ​ສະຫຼຸບ​ວຽກ​ງານ​ປີ 2021, ຜັນ​ຂະ​ຫຍາຍ​ໜ້າ​ທີ​ປີ 2022.

ການ​ຮ່ວມ​ມື​ໂຄ​ສະ​ນາ​ຮູບ​ເງົາ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Netflix ການ​ຮ່ວມ​ມື​ໂຄ​ສະ​ນາ​ຮູບ​ເງົາ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Netflix
ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​ ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​
ປີ 2022ຕັ້ງ​ໜ້າ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ສ້າງ​ບາດ​ກ້າວ​ຢ່າງ​ແຮງ​ໃນ​ທົ່ວ​ຂະ​ແໜງວັດ​ທະ​ນະ​ທຳ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຂະ​ແໜງວັດ​ທະ​ນະ​ທຳ - ກິ​ລາ ແລະ ການ​ທ່ອງ​ທ່ຽວ​ໃນ​ປີ 2021. ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ປີ 2022 ທົ່ວ​ຂະ​ແໜງ​ຕ້ອງ​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ໃຫ້​ດີ​ກ່​ວາ​ອີກ, ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ໜ້າ​ທີ່​ໄດ້​ວາງ​ອອກ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ.

ກວດ​ກາ, ສຸມ​ໃສ່​ແກ້​ໄຂ​ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ, ປະ​ຕິ​ຮູບ​ການ​ຫັນ​ເປັນ​ດີ​ຈີ​ຕອນຂົງ​ເຂດ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ​ຢ່າງ​ແຮງ. ຟື້ນ​ຟູ​ຂົງ​ເຂດ​ການ​ທ່ອງ​ທ່ຽວ​ເທື່ອ​ລະ​ກ້າວ ດ້ວຍ​ຈິດ​ໃຈ​ຮີບ​ດ່ວນ, ຮັບ​ປະ​ກັນ​ຢ່າງ​ໝັ້ນ​ແກ່ນ.

ສຸມ​ໃສ່​ກະ​ກຽມໃຫ້ເປັນ​ຢ່າງ​ດີ, ລອບ​ຄອບ​ຖີ່​ຖ້ວນ ແລະ ບັນ​ລຸ​ໄດ້​ຜົນ​ງານ​ຢ່າງ​ສູງ​ຢູ່ໃນ Sea Game 31. ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ກໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ວັດ​ທະ​ນະ​ທຳ​ປອດ​ໄສ​ຢ່າງ​ຄົບ​ຊຸດ, ເອົາ​ໃຈ​ໃສ່​ກໍ່​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ດ້ານ​ວັດ​ທະ​ນະ​ທຳ​ຢູ່​ຮາກ​ຖານ, ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ, ການ​ສ້າງ​ຄອບ​ຄົວ​ອີ່ມ​ໜຳ​ສຳ​ລານ, ມີ​ຄວາມ​ຜາ​ສຸກ.

ຍູ້​ແຮງ​ການ​ໂຄ​ສະ​ນາ ເຜີຍ​ແຜ່ ການ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທຳ, ກິ​ລາ, ການ​ທ່ອງ​ທ່ຽວ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.