ຄວາມຊົງຈຳ ໂຮ້ຍ​ອານ ກັບຄືນມາສະຫວ່າງສະໄຫວ

16:30 | 23/12/2021

ຍ​ສ​ໝ - ເມື່ອບໍ່ດົນມານີ້, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ້ຍ​ອານ ​ໃຫ້​ຮູ້​ວ່າ ​ໃນ​ເວລາ 19:00 ​ໂມງ ວັນ​ທີ 24 ທັນ​ວາ, ຢູ່​ນະຄອນ ​ໂຮ່ຈີ​ມິນ ຈະ​ຈັດ​ຕັ້ງ​ງານ​ບຸນ​ໂຄມ​ໄຟ​ ປີ 2022 ດ້ວຍ​ຫົວ​ຂໍ້​ວ່າ ​ຮ່ວມແຮງ​ຮ່ວມ​ໃຈ​ເພື່ອ​​ໂຮ້ຍອານ.

ຄວາມ​ດຶງ​ດູດ​ຂອງ​ສະ​ຖານ​ທີ່​ນັດ​ພົບ​ວັດ​ທະ​ນະ​ທຳ​ແຖວ​ໜ້າ ອາ​ຊີ - ເມືອງ​ເກົ່າ​ໂຮ້ຍ​ອານ ຄວາມ​ດຶງ​ດູດ​ຂອງ​ສະ​ຖານ​ທີ່​ນັດ​ພົບ​ວັດ​ທະ​ນະ​ທຳ​ແຖວ​ໜ້າ ອາ​ຊີ - ເມືອງ​ເກົ່າ​ໂຮ້ຍ​ອານ
ໂຮ້ຍ​ອານ ​ຈະ​ເປີດ​ປະ​ຕູ​ຢ້ຽມ​ຊົມ​ນັບ​ແຕ່​ວັນ​ທີ 15 ພະ​ຈິກ  ແລະ ຫຼຸດ​ລາ​ຄາປີ້​ລົງ 50% ໂຮ້ຍ​ອານ ​ຈະ​ເປີດ​ປະ​ຕູ​ຢ້ຽມ​ຊົມ​ນັບ​ແຕ່​ວັນ​ທີ 15 ພະ​ຈິກ ແລະ ຫຼຸດ​ລາ​ຄາປີ້​ລົງ 50%
ຄວາມຊົງຈຳ ໂຮ້ຍ​ອານ ກັບຄືນມາສະຫວ່າງສະໄຫວ

ລາຍ​ການ​ໂຮ້ຍ​ອານ​ຕ້ອນ​ຮັບ​ປີ​ໃໝ່ 2022 (ພາບ: nld.com.vn)

​ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ຕອນ​ຄ່ຳ​ວັນ​ທີ 25 ທັນວາ​ນີ້, ຢູ່​ເກາະຄວາມ​ຊົງ​ຈຳ​ໂຮ້ຍອານ ​ຈະ​ດຳ​ເນີນ​ບັນດາ​ລາຍການເຄື່ອນ​ໄຫວ​ສະ​ແດງ​ກ່ຽວກັບ ຄວາມ​ຊົງ​ຈຳ​ຢູ່​ຖະໜົນ​ຫົນທາງ, ການ​ແຫ່​ໂຄມ​ໄຟດ້ວຍ​ເຮືອ​ຢູ່​ແມ່​ນ້ຳ​ຮ່ວາຍ ຈາກວັດ​ເກົາ ​ຫາ ​ເກາະ​ແຫ່ງ​ຄວາມ​ຊົງ​ຈຳ, ເປີດ​ຕົວ 20 minishow ກ່ຽວກັບວັດທະນະທຳໃໝ່ ແລະ ຈຸດ​ເດັ່ນ​​ທີ່ເປັນ​ໜ້າ​ປະ​ທັບ​ໃຈ​ແມ່ນ​ຈຸດ​ເວລາ​ທີ່​ເກາະ ຄວາມ​ຊົມ​ຈຳ ໂຮ້ຍ​ອານ ປະກາຍແຈ້ງ - ອັນ​ໄດ້​ສ້າງ​ຂີດ​ໝາຍ​ແຫ່ງ​ການ​ຟື້ນ​ຟູ​ຂອງໂຮ້ຍ​ອານ ພາຍຫຼັງ Covid-19.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 18 ທັນວາ, ເກາະຄວາມ​ຊົງ​ຈຳ ໂຮ້ຍອານ ໄດ້ໄຂຂຶ້ນຢ່າງເປັນທາງການ ເພື່ອຕ້ອນຮັບແຂກທ່ອງທ່ຽວກັບຄືນໂຮ້ຍ​ອານ ດ້ວຍພາບ​ພົດໃໝ່ ພ້ອມ​ກັບການເດີນທາງຕາມ “ຊຸດ​ມາດ​ຖານການທ່ອງ​ທ່ຽວທີ່ປອດໄພ”ພາຍຫຼັງ 6 ເດືອນແຫ່ງ “ການພັກຜ່ອນ” ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເກາະ ຄວາມ​ຊົມ​ຈຳ​ໂຮ້ຍ​ອານ, ນອກຈາກ​ໄດ້​ໄປ​ຢ້ຽມ​ຊົມ​ສວນສາທາລະນະແຫ່ງ​ຄວາມ​ປະ​ທັບ​ໃຈ​ນະຄອນໂຮ້ຍ​ອານ, ​ໄດ້ລົງ​ພື​ດ​ຕິ​ກຳຕົວຈິງ​ຕະຫຼາດ​ຂຽວ ຢູ່​ໝູ່​ບ້ານ​ຫວຽດ, ​ໄດ້​ຮັບ​ລາຍການສະ​ແດງ​ສິ​ລະ​ປະ​ໃໝ່ 10 ກວ່າ​ລາຍການ​ໃນ​ມື້​ເປີດ​ຄືນ​ໃໝ່​ແລ້ວ, ຍັງ​ສາມາດ​ຊົມ​ທັດສະນີ​ຍະ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຄື: ຕົ້ນຄຣິສມາສ ເຮັດ​ຈາກໂຄມໄຟ, ເສັ້ນທາງໂຄມໄຟສີແດງຂອງຍີ່ປຸ່ນ, ໜອງໂຄມໄຟຂະໜາດໃຫຍ່ ຫຼື ສວນໝາກພ້າວທີ່ມີສີສັນສວຍງາມ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.