ແຄ໊ງ​ຮ່​ວາ ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວລັດ​ເຊຍ 8.000 ຄົນ ທີ່​ມີ​ໜັງ​ສື​ຜ່ານ​ແດນ​ວັກ​ຊິນ

11:43 | 27/12/2021

ຍ​ສ​ໝ - ໃນ​ລະ​ຫວ່າງວັນ​ທີ 26 ທັນ​ວາ 2021 ຫາ​ທ້າຍ​ເດືອນ​ມີ​ນາ ປີ 2022, ແຂວງ​ແຄ໊ງ​ຮ່​ວາ ຈະ​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ກ່​ວາ 8000 ຄົນ ມາ​ທ່ອງ​ທ່ຽວ, ຜັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ຢູ່​ທ້ອງ​ຖິ່ນນີ້.

ຊີນຊ໊ວຍໂຮ່ - ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ລາຍເຈົາ ເປັນຈໍານວນຫຼວງຫຼາຍ ຊີນຊ໊ວຍໂຮ່ - ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ລາຍເຈົາ ເປັນຈໍານວນຫຼວງຫຼາຍ
ຈີນຢຸດ​ຕິ​ການ​ນຳ​ເຂົ້າ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ​ມອງກ໊າຍ, ບໍ່​ຮູ້​ມື້​ໃດ​ຈະ​ເປີດ​ຄືນ ຈີນຢຸດ​ຕິ​ການ​ນຳ​ເຂົ້າ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ​ມອງກ໊າຍ, ບໍ່​ຮູ້​ມື້​ໃດ​ຈະ​ເປີດ​ຄືນ
ແຄ໊ງ​ຮ່​ວາ ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວລັດ​ເຊຍ 8.000 ຄົນ ທີ່​ມີ​ໜັງ​ສື​ຜ່ານ​ແດນ​ວັກ​ຊິນ
ພາບ​ປະ​ກອບ: baogiaothong.vn

ການ​ນຳ​ພະ​ແນກ​ທ່ອງ​ທ່ຽວ​ແຂວງ​ແຄ໊ງ​ຮ່​ວາ​ ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 26 ທັນ​ວາ, ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ກາມ​ແຣງ (ນະ​ຄອນ​ກາມ​ແຣງ, ແຂວງ​ແຄ໊ງ​ຮ່​ວາ) ​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ຄະ​ນະ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ທີ່​ມີ​ໜັງ​ສື​ຜ່ານ​ແດນ ມາ​ຢ້ຽມ​ຊົມ, ຜັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ຢູ່​ທ້ອງ​ຖິ່ນ.

ຄະ​ນະ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ໃນ​ຖ້ຽວ​ບິນ​ໝາຍ​ເລກ ZF743 ຂອງ​ບໍ​ລິ​ສັດ​ການ​ບິນ Azur Air, ບິນ​ຈາກ​ສະ​ໜາມ​ບິນ​ສາ​ກົນ Vnukovo (ຢູ່​ນະ​ຄອນຫຼວງ ມົດ​ສະ​ກູ, ສະ​ຫະ​ພັນ​ລັດ​ເຊຍ) ໃນ​ເວ​ລາ 15 ໂມງ 30 ນາ​ທີ​ ຂອງ​ວັນ​ທີ 25 ທັນ​ວາ ແລະ ມາ​ຮອດ​ສະ​ໜາມ​ບິນ ສາ​ກົນ ກາມ​ແຣງ ​ໃນ​​ເວ​ລາ 6 ໂມງ​ຂອງວັນ​ທີ 26 ທັນ​ວາ. ນີ້​ແມ່ນ​ຄະ​ນະ​ແຂກ​ທ່ອງ​ທ່ຽວ​ຊາວ​ລັດ​ເຊຍ​ທຳ​ອິດ ມາຍັງ​ແຄ໊ງ​ຮ່​ວາ ​ນັບ​ແຕ່​ເວ​ລາ​ຕະຫຼາດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ຖືກ​ປິດ​ປະ​ຕູ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ເກີດ​ຂຶ້ນ​ແຕ່​ທ້າຍ​ເດືອນ​ມີ​ນາ ປີ 2020 ແລະ ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ແມ່ນ​ຕະຫຼາດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ໃຫຍ່​ອັນ​ດັບ​ທີ 2 ຂອງ​ການ​ທ່ອງ​ທ່ຽວ​ແຂວງນີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.